ເປີດການຮ່ວມມືກວດກູ້ທໍາລາຍລະເບີດບໍ່່ທັນແຕກ ລະຫວ່າງກອງທັບປະຊາຊົນລາວ ແລະ ກໍາລັງປະກອບອາວຸດ ແຫ່ງ ສ. ຣັດເຊຍ ທີ່ເມືອງນາກາຍແຂວງຄໍາມ່ວນ

885

ໃນຕອນເຊົ້າຂອງວວັນທີ 23 ພະຈິກ 2021 ທີ່ ເດີນ ໂຮງຮຽນ ມໍປາຍ ເມືອງນາກາຍ ແຂວງຄຳມ່ວນໄດ້ມີພິທີເປີດ ການຮ່ວມມືກວດກູ້-ທໍາລາຍລະເບີດບໍ່ທັນແຕກ ລະຫວ່າງກອງທັບປະຊາຊົນລາວ ແລະ ກອງກວດກູ້ມິ່ນສາກົນກໍາລັງປະກອບອາວຸດ ແຫ່ງ ສ.ຣັດເຊຍ .

ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ, ທ່ານ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ວ່າການຫົວຫນ້າກົມໃຫຍ່ເສນາທິການກອງທັບ, ທ່ານ ພັອ ອັນເດຣ ລີຄາຊ໋ອບ ທີ່ປຶກສາການທູດ ຝ່າຍທະຫານ ຣັດເຊຍ ປະຈໍາ ສປປ ລາວ.


ໃນໂອກາດພິທີດັ່ງກ່າວ ຄະນະນໍາເມືອງນາກາຍ ໄດ້ກ່າວຕ້ອນຮັບຕໍ່ກັບກອງທັບປະຊາຊົນລາວ ແລະ ກອງກວດກູ້ມິ່ນສາກົນກໍາລັງປະກອບອາວຸດ ແຫ່ງ ສ. ຣັດເຊຍ ທີ່ລົງເຄື່ອນໄຫວ ກວດກູ້ທໍາລາຍລະເບີດບໍ່ທັນແຕກ ທີ່ເມືອງນາກາຍ. ທ່ານ ພົນຕີ ຈັນທອງ ສອນຕະອາດ ໄດ້ໃຫ້ກຽດຜ່ານຈຸດປະສົງ ເພື່ອກວດກູ້ລະເບີດທີ່ບໍ່ທັນແຕກ ເພື່ອຄວາມປອດໄພຂອງປະຊາຊົນ ແລະ ໃນຂອດການພັດທະນາໂດຍບໍ່ໃຫ້ມີສິ່ງກິດຂວາງ ແລະ ອຸປະສັກ.


ພ້ອມນັ້ນ ທ່ານ ສົມບັດ ປັນຍາສິດ ຮອງເຈົ້າເມືອງໆນາກາຍ ຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າເມືອງໆ ນາກາຍ ວ່າດ້ວຍການມອບດິນໃຫ້ກັບທີມງານກວດກູ້ ແລະ ທໍາລາຍລະ ເບີດບໍ່ທັນແຕກ ລວມທັງ ມີ 8 ຈຸດ ມີເນື້ອທີ່ທັງໝົດ 120 ເຮັກຕາຂອງເມືອງນາກາຍ ໃນຕອນທ້າຍຍັງໄດ້ໄປທ່ຽວຊົມການວາງສະແດງອຸປະກອນຄົບຊຸດກວດກູ້ທໍາລາຍລະເບີດ ພ້ອມທັງຮັບຊົມການສາທິດຕົວຈິງຈາກທີມງານພາກສະໜາມ.


ພາບ ແລະ ຂ່າວ ທອງລອນ ມາລາແກ້ວມະນີ