ເມືອງລອງ ມອບຫຼຽນນາມມະຍົດ ວິລະຊົນແຫ່ງຊາດໃຫ້ບ້ານ ພະຍາຫຼວງນັງ ກຸ່ມບ້ານທາດ

720

ເມືອງລອງ ມອບຫຼຽນນາມມະຍົດ ວິລະຊົນແຫ່ງຊາດໃຫ້ບ້ານ ພະຍາຫຼວງນັງ ກຸ່ມບ້ານທາດ ໃນວັນທີ 23 ພະຈິກ 2021 ທີ່ສະໂມສອນບ້ານ ພະຍາຫຼວງນັງ ໂດຍການເຂົ້າຮ່ວມຂອງທ່ານ ເພັດສະຫວັນ ຈິດດາລາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ພັກພະນັກງານ, ມີຫົວໜ້າຫ້ອງການພາຍໃນເມືອງ, ເລຂາຄະນະພັກຮາກຖານກຸ່ມບ້ານ, ພາກສ່ວນທີ່ກ່ຽວຂ້ອງ, ອົງການຈັດຕັ້ງບ້ານ ຕະຫຼອດຮອດປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.


ທ່ານ ຄໍາບູນ ແກ້ວວິໄລຈໍປໍ ນາຍບ້ານໆພະຍາຫຼວງນັງ ໄດ້ຜ່ານ ປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວຕໍ່ສູ້ຂອງປະຊາຊົນ ບ້ານພະຍາຫຼວງນັງ ຮ່ວມກັບຂະບວນການກໍາລັງຝ່າຍປະຕິວັດຕ້ານການຮຸກຮານຂອງ ຝຣັ່ງ, ອາເມຣິກາ ແລະ ປະຕິການຜູ້ຂາຍຊາດ ເຊິ່ງບ້ານພະຍາຫຼວງນັງ ໄດ້ເຂົ້າຮ່ວມການປະຕິວັດນັບແຕ່ປີ 1954 , ກົມກອງທະຫານຝ່າຍປະຕິວັດປະຈໍາການຢູ່ເຂດນັ້ນຊື່ວ່າ ກອງພັນ 407 ແລະ ກອງພັນ 408 , ມີຜູ້ນໍາພາການຕໍ່ສູ້ຮຸກຮານສະເພາະຢູ່ບ້ານ ພະຍາຫຼວງນັງໃນໄລຍະນັ້ນ ມີ 7 ທ່ານ.


ເນື່ອງຈາກບ້ານພະຍາຫຼວງນັງແມ່ນບ່ອນອິງອາໄສ ເປັນບ້ານລີ້ຊ້ອນຂອງທະຫານອິດສະຫຼະ,ເປັນບ້ານອູ້ມຊູຊ່ວຍເຫຼືອກອງທັບທາງດ້ານວັດຖຸ ແລະ ຈິດໃຈ ເປັນຕົ້ນແມ່ນ ເຂົ້າສານ, ເຄື່ອງນຸ່ງ ແລະ ສັດລ້ຽງປະເພດຕ່າງໆ; ສະນັ້ນ, ສູນກາງພັກ-ລັດ, ຄະນະນໍາກອງພັນປະຕິວັດ ຈິ່ງຕົກລົງໃຫ້ເປັນບ້ານເຂົ້າຮ່ວມການປະຕິວັດ, ສະພາປະຊົນສູງສຸດ ລັດຖະບານ ປະທານປະເທດ ແຫ່ງ ສ ປ ປ ລາວ ຈຶ່ງຕົກລົງ ມອບຫຼຽນນາມມະຍົດໃຫ້ບ້ານພະຍາຫຼວງນັງເປັນບ້ານວິລະຊົນແຫ່ງຊາດ ໃນວັນທີ 5 ເມສາ 1979 ລົງນາມໂດຍ ທ່ານ ສຸພານຸວົງ ປະທານປະເທດ ແຫ່ງ ສ ປ ປ ລາວໃນໄລຍະນັ້ນ.ມາຮອດປັດຈຸບັນບັນດາຜູ້ນໍາພາຂະບວນການຕໍ່ສູ້ຢູ່ບ້ານພະຍາຫຼວງນັງແມ່ນໄດ້ເສຍຊິວິດໄປໝົດແລ້ວ.


ໃນພິທີ ທ່ານ ສີແກ້ວ ແສນພັນຄໍາ ຫົວໜ້າຫ້ອງການພາຍໃນເມືອງ ໄດ້ຜ່ານຂໍ້ຕົກລົງ ຂອງປະທານ ປະເທດແຫ່ງ ສ ປ ປ ລາວ ລົງວັນທີ 16 ກັນຍາ 2019 ເພື່ອຈົດຈໍາຄຸນງາມຄວາມດີ ແລະ ຜົນງານດີເດັ່ນຂອງບຸກຄົນ-ກົມກອງລວມໝູ່ທີ່ໄດ້ອຸທິດສະຕິປັນຍາ ທາງດ້ານກໍາລັງກາຍ ແລະ ໃຈ ໃຫ້ແກ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າ ສູນກາງພັກ-ລັດຖະບານແຫ່ງ ສ ປ ປ ລາວ ຕົກລົງມອບ ຫຼຽນນາມມະຍົດວິລະຊົນແຫ່ງຊາດ ໃຫ້ ແກ່ບ້ານ ພະຍາຫຼວງນັງ ເມືອງລອງ ແຂວງຫຼວງນໍ້າທາ ຕາມຂໍ້ຕົກລົງ ຂອງປະທານປະເທດ ສະບັບເລກທີ 17/ ປທປທ ,ລົງ ວັນທີ 5 ເມສາ 1979.


ໃຫ້ກຽດຂຶ້ນມອບ ຫຼຽນນາມະຍົດແຫ່ງຊາດ ໂດຍທ່ານ ເພັດສະຫວັນ ຈິດດາລາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ພັກພະນັກງານ, ຮັບໂດຍ ທ່ານ ຄໍາບູນ ແກ້ວວິໄລຈໍປໍ ນາຍບ້ານໆພະຍາຫຼວງນັງ ແລະ ອົງການຈັດຕັ້ງບ້ານ.

ຂ່າວ: ສົມພອນ ຂຸນດາວົງ