ຮຽນ-ເຮັດວຽກໜ້າ “ຄອມພິວເຕີ” ແນວໃດ ບໍ່ໃຫ້ເສຍແສງຕາ

704

ບໍ່ວວ່າຈະເປັນການເຮັດວຽກຢູ່ຫ້ອງການ ຫຼື Work From Home ຢູ່ເຮືອນ ລວມໄປເຖິງໄວຮຽນທີ່ນັກຮຽນຫຼາຍຄົນຍັງຕ້ອງຮຽນຜ່ານອອນລາຍກັນຢູ່ ແລ້ວຍັງມີກິດຈະກຳຜ່ອນຄາຍຫຼັງເລີກຮຽນ ເລີກວຽກ ດ້ວຍການເບິ່ງໂຊຊ່ຽວ ຫຼິ້ນເກມ ເບິ່ງໜັງເບິ່ງຊີຣີ່ນຳອີກ ດັ່ງນັ້ນສາຍຕາຈຶ່ງຕ້ອງປະເຊີນກັບແສງສີຟ້າສະສົມຕໍ່ເນື່ອງເປັນເວລາດົນເຮັດໃຫ້ເຮົາອາດຈະມີບັນຫາທາງດ້ານສາຍຕາຫຼາຍຂຶ້ນກວ່າເກົ່າ.

ການທີ່ກິດຈະກຳສ່ວນໃຫຍ່ຂອງເຮົາມັກຈະຈັບຈ້ອງຢູ່ກັບໜ້າຈໍຄອມພິວເຕີ ໂທລະສັບມືຖື ແທັບເລັດ ເປັນເວລາດົນ ແລະ ຕໍ່ເນື່ອງ ອາດຈະສົ່ງຜົນຕໍ່ສຸຂະພາບສາຍຕາ ເຊັ່ນ: ຕາເມື່ອລ້າ, ຕາແຫ້ງ, ແສບຕາ, ຕາສູ້ແສງບໍ່ໄດ້, ປວດຫົວ, ປວດຄໍ, ບ່າໄຫຼ່ ຫຼື ທີ່ເອີ້ນກັນວ່າອາການ Computer Vision Syndrome ໄດ້ ທີ່ສຳຄັນ ແລະ ໜ້າເປັນຫ່ວງຫຼາຍຄື ແສງສີຟ້າ (Blue Light) ເຊິ່ງເປັນຄື້ນແສງພະລັງງານສູງຈາກໜ້າຈໍຕ່າງໆ ນັ້ນ ຈະເຮັດໃຫ້ກາຍເປັນພະຍາດຈໍປະສາດຕາເສື່ອມໄດ້ຫາກບໍ່ເບິ່ງແຍງ ເພາະສະນັ້ນຊ່ວງນີ້ຜູ້ທີ່ໃຊ້ສາຍຕາໜັກໆ ຄວນປະຕິບັດຕາມເຄັດລັບຮັກສາສຸຂະພາບດວງຕາເຫຼົ່ານີ້ກັນເບິ່ງ.

ຮຽນ-ເຮັດວຽກໜ້າຄອມແນວໃດບໍ່ໃຫ້ເສຍແສງຕາ

ພັກສາຍຕາດ້ວຍສູດ 20

ຢ່າງທີ່ຮູ້ກັນດີວ່າ ເມື່ອເຮົາຈ້ອງຈໍຄອມດົນໆ ຈະເຮັດໃຫ້ສາຍຕາຂອງເຮົາເກີດອາການເມື່ອຍລ້າ, ຕາແຫ້ງ ເພາະເຮົາຈະຫຼັບຕາໜ້ອຍຫຼາຍ ເມື່ອຈ້ອງເບິ່ງສິ່ງທີ່ເຮົາສົນໃຈ ເຊິ່ງບ່ອນນີ້ອາດຈະເຮັດໃຫ້ເຮົາເກີດອາການແສບຕາ, ປວດຕາ, ນ້ຳຕາໄຫຼໄດ້ ດັ່ງນັ້ນເຮົາຄວນທີ່ຈະໝັ່ນພັກສາຍຕາລະຫວ່າງໃຊ້ໜ້າຈໍດ້ວຍຫຼັກ 20-20-20 ກໍຄື ການລະສາຍຕາ ແລະ ເບິ່ງໄກອອກໄປໄລຍະ 20 ຟຸດ (6 ແມັດ) ໃນທຸກໆ 20 ນາທີ ເປັນເວລາ 20 ວິນາທີ ເຊິ່ງວິທີການນີ້ຈະຊ່ວຍຜ່ອນຄາຍຄວາມເມື່ອຍລ້າຂອງສາຍຕາເຮົາໄດ້ ຫຼື ເມື່ອຕ້ອງເຮັດວຽກດົນໆ ອາດຈະລຸກຂຶ້ນໄປເຮັດກິດຈະກຳອື່ນໆ ເພື່ອປ່ຽນອະລິຍາບົດ.

ປັບໄລຍະສາຍຕາສູດ 25

ໃນເມື່ອເຮົາບໍ່ສາມາດຫຼີກລຽງທີ່ຈະຕ້ອງເຮັດວຽກໜ້າຈໍຄອມພິວເຕີ ຫຼື ຮຽນອອນລາຍໜ້າຈໍຢູ່ຕະຫຼອດ ການປັບໄລຍະຫ່າງລະຫວ່າງສາຍຕາກັບໜ້າໃຫ້ເໝາະສົມຈະຊ່ວຍປ້ອງກັນດວງຕາເຮົາໄດ້ ໂດຍຂັ້ນຕ່ຳຢ່າງໜ້ອຍຕ້ອງຢູ່ຫ່າງຈາກສາຍຕາຂອງເຮົາປະມານ 25 ນິ້ວ ແລະ ອາດຈະຕິດຟີມທີ່ຊ່ວຍກອງແສງສີຟ້າທີ່ໜ້າຈໍຄອມພິວເຕີ, ໂທລະສັບມືຖື ແລະ ແທັບເລັດ ເພື່ອຊ່ວຍຫຼຸດແສງທີ່ຈະມາກະທົບດວງຕາຂອງເຮົານຳ.

ຈັດການສະພາບແວດລ້ອມ

ເມື່ອເຮົາຕ້ອງເຮັດວຽກ ຫຼື ຮຽນອອນລາຍຢູ່ໃນຫ້ອງເປັນໄລຍະເວລາດົນ ການຈັດການກັບສະພາບແວດລ້ອມຈະຊ່ວຍຫຼຸດຜົນກະທົບຕໍ່ແສງຈາກໜ້າຈໍຕໍ່ສາຍຕາຂອງເຮົາໄດ້ ໂດຍເຮົາຕ້ອງບໍ່ລືມທີ່ຈະປັບແສງສະຫວ່າງພາຍໃນຫ້ອງບໍ່ໃຫ້ມືດເກີນໄປ ແລະ ແສງໜ້າຈໍກໍບໍ່ຄວນປັບໃຫ້ແຈ້ງຫຼາຍເກີນໄປ ລວມໄປເຖິງບັນຍາກາດອ້ອມຂ້າງ ບໍ່ຄວນນັ່ງບໍລິເວນທີ່ມີລົບຈາກພັດລົມ ຫຼື ແອພັດຖືກບໍລິເວນດວງຕາເພາະອາດເຮັດໃຫ້ຕາແຫ້ງໄດ້ ຫາກເກີດອາການຕາແຫ້ງສາມາດໃຊ້ນ້ຳຕາທຽມທີ່ມີຄຸນນະພາບເຂົ້າມາຊ່ວຍຫຼຸດຜ່ອນອາການລະຄາຍເຄືອງດວງຕາໄດ້.

ໝັ່ນເຕີມໂພຊະນາການ

ການເບິ່ງແຍງສຸຂະພາບຈາກພາຍນອກດ້ວຍການປັບປ່ຽນພຶດຕິກຳເປັນສິ່ງທີ່ສຳຄັນທຽບເທົ່າກັບການເບິ່ງແຍງຈາກພາຍໃນດ້ວຍຫລັກໂພສະນາການໃນການເລືອກກິນອາຫານທີ່ມີປະໂຫຍດໂດຍສະເພາະສານອາຫານເພື່ອການເບິ່ງແຍງສຸຂະພາບດວງຕາ ທີ່ມາຈາກພືດຜັກ, ໝາກໄມ້ຈາກທຳມະຊາດ ບໍ່ວ່າຈະເປັນ ວິຕາມິນເອ, ຊີ, ອີ, ເບຕ້າແຄໂຣທີນ, ດີເອັສເອ, ແອນໂທໄຊຍານິນ, ລູທີນ, ຊີແຊນທີນ ເຊິ່ງຈະຊ່ວຍເພີ່ມຄວາມຊຸ່ມຊື່ນ ປົກປ້ອງສາຍຕາ ແລະ ຍັງຊ່ວຍໃນການສະລໍຄວາມເສື່ອມດວງຕາໄດ້ນຳ.

ທີ່ສຳຄັນນບໍ່ວ່າຈະມີໂພສະນາການທີ່ກີສຳໃດ ກໍຄວນທີ່ຈະໄປພົບຈັກຕຸລະແພດເພື່ອກວດວັດສາຍຕາ ແລະ ສຸຂະພາບດວງຕາຢ່າງສະໝ່ຳສະເໝີນຳ.

ດວງຕາຂອງເຮົາມີຄູ່ດຽວ ແລະ ເປັນອະໄວຍະວະທີ່ສຳຄັນທີ່ຈະຊ່ວຍໃນການເບິ່ງເຫັນ ເຮັດໃຫ້ການໃຊ້ຊີວິດຂອງເຮົາສະດວກສະບາຍຫຼາຍຍິ່ງຂຶ້ນ ຫາກດວງຕາຂອງເຮົາມີບັນຫາກໍຈະເຮັດໃຫ້ທັດສະນະວິໃສຂອງການເບິ່ງເຫັນລົດລົງ ກໍຈະເຮັດໃຫ້ເກີດອຸປະສັກຕ່າງໆ ເກີດຂຶ້ນໃນຊີວິດອີກຫຼວງຫຼາຍ ດັງນັ້ນການໃສ່ໃຈເບິ່ງແຍງຢ່າງສະໝ່ຳສະເໝີເປັນສິ່ງສຳຄັນ ຢ່າປ່ອຍໃຫ້ມີບັນຫາຄ່ອຍຮັກສາເພາະອາດຈະເຮັດໃຫ້ສາຍເກີນໄປໄດ້.