ບໍລິສັດລາວມີໄຊຊ່ວຍ 100 ກວ່າລ້ານບູລະນະຄືນຂົວເຊບັ້ງໄຟ

455

ຂົວເຊບັ້ງໄຟເປັນຂົວແຫ່ງໜື່ງ ທີ່ມີຄວາມສໍາຄັນຫລາຍຕໍ່ກັບການສັນຈອນໄປມາ ລະຫວ່າງບ້ານຕໍ່ບ້ານ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ.ເປັນຂົວຂ້າມແມ່ນໍ້າເຊບັ້ງໄຟ ທີ່ເຊື່ອມຕໍ່ລະຫວ່າງເມືອງໄຊບູລີ ແຂວງສະຫວັນນະເຂດ ກັບ ເມືອງໝອງບົກ ແຂວງຄໍາມ່ວນ ເປັນຂົວເຫລັກ ປະສົມໄມ້ເຊິ່ງມີຄວາມຍາວທັງໝົດ 215 ແມັດ.

ໃນວັນທີ 24 ພະຈິກ 2021 ນີ້ ທ່ານ ອ່ອນລໍາພັນ ບົວສີແກ້ວ ເຈົ້າເມືອງໄຊບູລີ, ທ່ານວັນໄຊ ສີປັດໃຈ ຫົວໜ້າຫ້ອງການ ໂຍທາທິການ ແລະ ຂົນສົ່ງເມືອງໄຊບູລີ ແຂວງສະຫວັນນະເຂດ. ພ້ອມທີມງານ ໄດ້ລົງເຄື່ອນໄຫວ ຕິດຕາມຊຸກຍູ້ການສ້ອມແປງ ຂົວປາກເຊບັ້ງໄຟບ່ອນທີ່ມີຄວາມເປ່ເພເສຍຫາຍ, ເພື່ອເຮັດໃຫ້ການສັນຈອນໄປມາມີຄວາມສະດວກສະບາຍ ແລະ ມີຄວາມປອດໄພຫລາຍຂື້ນກວ່າ.

ສໍາລັບໜ້າວຽກຕົ້ນຕໍໃນການສ້ອມແປງຄັ້ງນີ້ ແມ່ນປະກອບມີ ປ່ຽນໄມ້ລະນາດ, ປ່ຽນໄມ້ຮອງຕີນລົດ, ປ່ຽນໄມ້ຄໍ້າຢັນ ແລະ ປູຢາງທັບໄມ້ຮອງຕີນລົດ. ລວມມູນຄ່າການສ້ອມທັງໝົດ 145 ລ້ານກີບ. ທຶນທັງໝົດນີ້ແມ່ນໄດ້ຮັບການຊ່ວຍເຫລືອລ້າຈາກ ບໍລິສັດ ລາວມີໄຊ.

ວຽກງານດັ່ງກ່າວແມ່ນໄດ້ເລີ່ມລົງມື ແຕ່ວັນທີ 18 ພະຈິກ 2021 ປັດຈຸບັນສໍາເລັດແລ້ວປະມານ 45% ຄາດວ່າຈະໃຫ້ສໍາເລັດກ່ອນວັນຊາດທີ 2ທັນວາ2021ທີ່ຈະມາເຖິງນີ້