ເກີດຄວາມເຂົ້າໃຈທີ່ບໍ່ຖືກຕ້ອງວ່າ ການລະບາດໂຄວິດ-19 ໃກ້ຈະສີ້ນສຸດ, ສັກວັກຊິນຄົບແມ່ນສາມາດປ້ອງກັນການຕິດເຊື້ອພະຍາດ

441

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ ໃນໝໍ່ນີ້ ທ່ານ Dr. Tedros Adhanom Ghebreyesus, ອຳນວຍການໃຫຍ່ອົງການອະນາໄມໂລກ ໄດ້ອອກມາຖະແຫຼງວ່າໃນປະຈຸບັນຫຼາຍປະເທດແມ່ນມີຄວາມເຂົ້າໃຈທີ່ບໍ່ຖືກຕ້ອງວ່າ ການລະບາດໂຄວິດ-19 ໃກ້ຈະສີ້ນສຸດແລ້ວ ແລະ ເຂົ້າໃຈວ່າຜູ້ທີ່ໄດ້ສັກວັກຊິນຄົບແມ່ນສາມາດປ້ອງກັນຈາກການຕິດເຊື້ອພະຍາດ Covid-19ໄດ້ແຕ່ຄວາມເປັນຈີງແລ້ວການລະບາດໃນຄັ້ງນີ້ບໍ່ຮູ້ວ່າຈະສີ້ນສຸດລົງເມື່ອໃດ, ຫຼາຍປະເທດປະກາດຍອມຮັບທີ່ຈະຢູ່ຮ່ວມນຳພະຍາດໂຄວິດ-19

ແລະ ຜູ້ທີ່ໄດ້ຮັບຊີນແລ້ວ ໃຫ້ສືບຕໍ່ໃຫ້ມີຄວາມລະມັດລະວັງ ເພື່ອບໍ່ໃຫ້ຕົນເອງຕິດເຊື້ອເປັນສຳຄັນ! ແລະ ກັນບໍ່ໃຫ້ເຮົາເອົາເຊື້ອໄປແຜ່ໃຫ້ຄົນອື່ນທີ່ຢູ່ອ້ອມຂ້າງ ຫຼື ຕໍ່ຄົນທີ່ເຮົາຮັກ ແລະ ເຄົາລົບອີກດ້ວຍ! ແລະ ຫວັງວ່າພວກເຮົາບໍ່ຢາກເຫັນວັນນັ້ນເກີດຂື້ນກັບເຮົາ ຫຼື ຄອບຄົວ ແລະ ໝູ່ເພື່ອນເຮົາ !

ປະຈຸບັນ ມີລາຍງານພົບຜູ້ຕິດເຊື້ອສ່ວນໃຫ່ຍໃນບັນດາປະເທດໃນຍູໂຣບ ທີ່ໄດ້ກຳລັງກາຍເປັນຈຸດສູນກາງຂອງການລະບາດຮອບໃໝ່ໃນຄັ້ງນີ້ ແລະ ອົງການອະນາໄມໂລກໄດ້ເຕືອນຕື່ມອີກວ່າ“ມາຮອດປະຈຸບັນບໍ່ມີປະເທດໃດໆໃນໂລກແມ່ນລອດຈາກການລະບາດຮອບໃໝ່ຄັ້ງນີ້ໄດ້ເທື່ອ ເຖີງວ່າທ່າອ່ຽງຂອງການລະບາດຈະຫຼຸດລົງກໍ່ຕາມ”

ດັ່ງນັ້ນອີກເທື່ອໜື່ງຂ້າພະເຈົ້າຂໍຮຽກຮ້ອງໃຫ້ທຸກຄົນສືບຕໍ່ ໃສ່ຜ້າປິດປາກ-ດັງ ແລະ ການຮັກສາໄລຍະຫ່າງ ລວມທັງການລ້າງມືດ້ວຍແຈວທີ່ມີທາດເຫຼົ້າອີກດ້ວຍ.