ເພີ່ມຂຶ້ນເລື້ອຍໆ ສະຖິຕິໃໝ່ ມື້ນີ້ ພົບຜູ້ຕິດເຊື້ອໂຄວິດ 1.504 ຄົນ

586

ສະຖານະການໂຄວິດ 19 ຢູ່ ສ ປປ ລາວ ວັນທີ 25 ພະຈິກ 2021 ພົບຜູ້ຕິດເຊື້ອໃໝ່ 1.504 ຄົນ, ຊຸມຊົນ 1.499 ຄົນ, ນໍາເຂົ້າ 5 ຄົນ ນະຄອນຫຼວງວຽງຈັນ 677 ຄົນ ແລະ ຫຼວງພະບາງ 149 ຄົນ
ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃຫ້ບັນທ່ານຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວ່າ ມາຮອດວັນທີ 24 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 9.654 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.504 ຄົນ (ຕິດເຊື້ອພາຍໃນ ມີ 1,499 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,499 ຄົນ ຈາກ 18 ແຂວງ
ໃນນະຄອນຫຼວງ 677 ຄົນ ໃນ 203 ບ້ານ ແລະ 9 ເມືອງ ຈາກເມືອງຈັນທະບູລີ 88 ຄົນ ຈາກ 19 ບ້ານ, ເມືອງສີໂຄດຕະບອງ 110 ຄົນ ຈາກ 27 ບ້ານ, ເມືອງໄຊເສດຖາ 149 ຄົນ ຈາກ 40 ບ້ານ, ເມືອງສີສັດຕະນາກ 83 ຄົນ ຈາກ 25 ບ້ານ, ເມືອງນາຊາຍທອງ 35 ຄົນ ຈາກ 22 ບ້ານ, ເມືອງໄຊທານີ 120 ຄົນ ຈາກ 39 ບ້ານ, ເມືອງຫາດຊາຍຟອງ 47ຄົນ ຈາກ 23 ບ້ານ

ເມືອງສັງທອງ 18 ຄົນ, ປາກງື່ມ 4 ຄົນ ຈາກ 2 ບ້ານຕ່າງແຂວງ 8 ຄົນ ແລະ ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
ສໍາລັບຕ່າງແຂວງ ຢູ່ແຂວງຫຼວງພະບາງ ມີ 149 ຄົນ ໃນ 47 ບ້ານ ແລະ 6 ເມືອງ, ແຂວງວຽງຈັນ ມີ 139 ຄົນ ໃນ 34 ບ້ານ ແລະ 9 ເມືອງ, ຜົ້ງສາລີ ມີ 123 ຄົນ ໃນ 15 ບ້ານ ແລະ 3 ເມືອງ, ຈໍາປາສັກ ມີ 105 ຄົນ ໃນ 33 ບ້ານ ແລະ 7 ເມືອງ, ສະຫວັນນະເຂດ ມີ 48 ຄົນ ໃນ 27 ບ້ານ ແລະ 6 ເມືອງ

ໄຊຍະບູລີ ມີ 47 ຄົນ ໃນ 12 ບ້ານ ແລະ 2 ເມືອງ, ບໍລິຄຳໄຊ ມີ 41 ຄົນ ໃນ 21 ບ້ານ ແລະ 6 ເມືອງ, ບໍ່ແກ້ວ ມີ 37 ຄົນ ໃນ 18 ບ້ານ ແລະ 3 ເມືອງ, ຄຳມ່ວນ ມີ 32 ຄົນ ໃນ 14 ບ້ານ ແລະ 3 ເມືອງ
ສາລະວັນ ມີ 26 ຄົນ ໃນ 6 ບ້ານ ແລະ 4 ເມືອງ, ອຸດົມໄຊ ມີ 20 ຄົນ ໃນ 10 ບ້ານ ແລະ 1 ເມືອງ, ຫົວພັນ ມີ 15 ຄົນ ໃນ 7 ບ້ານ ແລະ 3 ເມືອງ, ຫຼວງນ້ຳທາ ມີ 16 ຄົນ, ໃນ 3 ບ້ານ ແລະ 1 ເມືອງ, ອັດຕະປື 11 ຄົນ ໃນ 6 ບ້ານ ແລະ 4 ເມືອງ, ເຊກອງ ມີ 7 ຄົນ ໃນ 4 ບ້ານ ແລະ 3 ເມືອງ, ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ ແລະ ຊຽງຂວາງ ມີ 3 ຄົນ ໃນ 3 ບ້ານ ແລະ 3 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 6 ຄົນ ຈາກ ສະຫວັນນະເຂດ 2 ແລະ ນະຄອນຫຼວງ 04 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ.
ມາຮອດວັນທີ 24 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 67.322 ຄົນ, ເສຍຊີວິດສະສົມ 143 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 688 ຄົນ ແລະ ກໍາລັງປິ່ນປົວ 10.965