ປະຊາຊົນແຂວງບໍ່ແກ້ວ ໃຜທີ່ຈະໄປໄຊຍະບູລີຕ້ອງປະຕິບັດຕາມນີ້

683

ໃນປັດຈຸບັນການແຜ່ລະບາດຂອງເຊື້ອໂຄວິດ19 ຫຼາຍແຂວງແມ່ນຍັງຢູ່ໃນສະພາບການທີ່ໜັກຢູ່ ໂດຍສະເພາະທາງພາກເໜືອຂອງລາວ ດັ່ງນັ້ນ, ການທີ່ຈະເດີນທາງໄປບ່ອນອື່ນແມ່ນຕ້ອງມີຄວາມລະມັດລະວັງເຂັ້ມງວດຕື່ມ ເນື່ອງຈາກເຮົາອາດເອົາເຊື້ອໄປແຜ່ໃນເຂດທີ່ບໍ່ມີການລະບາດ.

ຫຼ້າສຸດ ຫ້ອງວ່າການແຂວງ ບໍ່ແກ້ວແມ່ນໄດ້ອອກແຈ້ງການເພື່ອເຕືອນປະຊາຊົນເລກທີ 1339/ຫວຂ.ບກ ລົງວັນທີ 24 ພະຈິກ 2021 ກ່ຽວກັບ ການເດີນທາງ ຫຼື ການປະຕິບັດມາດຕະການເຂົ້າ-ອອກ ແຂວງໄຊຍະບູລີ.

ໂດຍຫ້ອງວ່າການແຂວງ ໄດ້ລະບຸຖິງເພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວແຂວງບໍ່ແກ້ວ ຮັບຊາບກ່ຽວກັບການເດີນທາງເຂົ້າ-ອອກແຂວງໄຊ ຍະບູລີ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ດັ່ງນີ້:

ລົດຂົນສົ່ງສິນຄ້າເຂົ້າ-ອອກ ແຂວງໄຊຍະບູລີ ຕ້ອງໄດ້ປະຕິບັດການຄ່ຽນຖ່າຍສິນຄ້າ ຫຼື ປ່ຽນຫົວລາກ ແລະ ໂຊເຟີລົດ ( ສະເພາະລົດຂົນສົ່ງສິນຄ້າເພື່ອຈໍາໜ່າຍພາຍໃນແຂວງ ), ບຸກຄົນ ທີ່ມີຄວາມຈໍາເປັນເດີນທາງເຂົ້າ-ອອກ ຕ້ອງມີໃບຢັ້ງຢືນສັກວັກຊິນຄົບໂດສ, ໃບຢັ້ງຢືນກວດຫາເຊື້ອໂຄວິດ-19 ບໍ່ເກີນ 72 ຊົ່ວໂມງ ແລະ ໃບຢັ້ງຢືນຂອງຄະນະສະເພາະກິດຕົ້ນທາງ-ປາຍທາງ.

ນັກວິຊາການ, ຊ່ຽວຊານ ແລະ ແຮງງານນອກ ທີ່ຈະເຂົ້າໄປເຮັດວຽກຢູ່ແຂວງໄຊຍະບູລີ ກ່ອນເຂົ້າໄປແຂວງໄຊຍະບູລີຕ້ອງກັກບໍລິເວນຕົວເອງ 7 ວັນ, ພ້ອມທັງກວດຫາເຊື້ອພະຍາດດ້ວຍ CPR ພາຍໃນ
72 ຊົ່ວໂມງ, ພ້ອມທັງມີທາມລາຍຂອງຕົນເອງໃນໄລຍະກັກຕົວ 7 ວັນ ແລ້ວຈຶ່ງສາມາດເຄື່ອນໄຫວໄດ້.ຫຼັງຈາກເຂົ້າໄປໃນແຂວງໄຊຍະບູລີແລ້ວ ແມ່ນຈະຕ້ອງໄດ້ຈໍາກັດບໍລິເວນ 14 ວັນ ໃນສະຖານທີ່ທີ່ຄະນະສະເພາະ ກິດຂັ້ນແຂວງກໍານົດໃຫ້ ພ້ອມທັງກວດຫາເຊື້ອໂຄວິດ ຕື່ມ 2 ຄັ້ງ, ຖ້າຫາກຜົນກວດເປັນລົບແລ້ວ ມອບໃຫ້ ບໍລິສັດຜູ້ກ່ຽວເອົາໄປຈໍາກັດບໍລິເວນຕົມອີກ 7 ວັນ..