ຈີນໄປອີກກ້າວ ຢາຕ້ານໂຄວິດແບບກິນ 2 ຊະນິດຈະເລີ່ມໃຊ້ກັບຄົນແລ້ວຫຼັງທົດລອງກັບສັດໄດ້ຜົນດີ

448

ໂຄວິດ19 ເປັນພະຍາດຮ້າຍທີ່ສາມາດຕິດຕໍ່ໄດ້ໄວຫຼາຍ ຈົນຮອດຕອນນີ້ຫຼັກການປິ່ນປົວສະເພາະແມ່ນຍັງບໍ່ມີທີ່ຊັດເຈນ ເຊິ່ງນັກວິທະຍາສາດທົ່ວໂລກກໍ່ພະຍາຍາມທີ່ຄົ້ນຄິດວິທີທາງໃນການປິ່ນປົວ ຈົນທີ່ສຸດກໍ່ໄດ້ມີວັກຊິນໃຊ້ສັກກັບຄົນ ນັ້ນເປັນຜົນສຳເລັດຂັ້ນພື້ນຖານແລະເປັນວິທີທີ່ດີທີ່ສຸດນະປະຈຸບັນ ແຕ່ຫຼ້າສຸດ ທາງ ຈີນ ແມ່ນໄດ້ພັດທະນາຢາຕ້ານໂຄວິດຂຶ້ນມາໃໝ່ 2 ຊະນິດເປັນແບບເມັດ ແລະ ມີແຜນທີ່ຈະໃຊ້ກັບຄົນໄວໆນີ້ ຫຼັງຈາກທີ່ທົດລອງກັບສັດເຫັນຜົນທີ່ໜ້າພໍໃຈ.

ອີງຕາມຂ່າວສານຊິນຮວາ ຂອງ ສປ ຈີນ ລາຍງານໃນວັນທີ 24 ພະຈິກນີ້ ວ່າ: ຢາຕ້ານໂຄວິດ19 ຂອງຈີນ ຈຳນວນ 2 ຊະນິດ ເຊິ່ງພັດທະນາໂດຍສະຖາບັນ Materia Medica ຊຽງໄຮ້ (Shanghai Institute of Materia Medica) ຂຶ້ນກັບສະຖາບັນວິທະຍາສາດຈີນ (CAS) ໄດ້ເລີ່ມເຂົ້າສູ່ການທົດລອງໃນມະນຸດແລ້ວ.

ສະຖາບັນ Materia Medica ຊຽງໄຮ້ ເປີດເຜີຍວ່າ: ຢາຊະນິດທໍາອິດ ໃຊ້ຊື່ລະຫັດ VV116ເປັນຢານິວຄລີໂອໄຊຕ້ານໂຄວິດ-19 ແບບກິນ ເຊິ່ງມີຜົນຮັບເປັນທີ່ໜ້າພໍໃຈໃນການທົດລອງກັບສັດ ແລະ ສະແດງລິດຢັບຢັ້ງຕໍ່ເຊື້ອໄວຣັດສາຍພັນດັ່ງເດີມ ແລະ ຊະນິດກາຍພັນເຊັ່ນ: ສາຍພັນເດວຕ້າ ລະຫວ່າງການທົດສອບໃນຫ້ອງທົດລອງ ແລະ ຢາ VV116 ໄດ້ຮັບການອະນຸມັດສໍາລັບການທົດລອງທາງຄລີນິກໃນປະເທດອຸສເບກິສຖານ (Uzbekistan) ເປັນບ່ອນທຳອິດ.

Shenjingshan ນັກວິໄຈປະຈຳສະຖາບັນ ກ່າວວ່າ: ການທົດລອງຢາໃນເບື້ອງຕົ້ນກັບມະນຸດກຳລັງດຳເນີນຢູ່ ສປ ຈີນ, ສ່ວນຢາອີກຕົວ 1 ໃຊ້ຊື່ລະຫັດວ່າ FB2001 ເປັນສານປະກອບໃໝ່ທີ່ອອກແບບ ແລະ ສັງເຄາະໂດຍອີງຈາກເອນໄຊຊະນິດໂປຣຕີເອັສຂອງເຊື້ອໄວຣັດໂຄວິດ-19 ເຊິ່ງເປັນເອນໄຊຫຼັກທີ່ມີບົດບາດສຳຄັນໃນຂະບວນການເພີ່ມຈຳນວນເຊື້ອໄວຣັດ.

Liu Hong, ຫົວໜ້າຄະນະວິໄຈ ເປີດເຜີຍວ່າ: ການວິໄຈກ່ອນການສຶກສາທາງຄລີນິກເຫັນວ່າ ສານປະກອບດັ່ງກ່າວມີລິດຢັບຢັ້ງເຊື້ອໄວຣັດ ລະຫວ່າງຂັ້ນຕອນເພາະລ້ຽງເຊວ. ຄະນະນັກວິໄຈ ໄດ້ດໍາເນີນການທົດລອງໄລຍະ 1 ໃນສະຫະລັດອາເມລິກາ ໃນເດືອນມີນາຜ່ານມາ, ຫຼັງຈາກຜົນການວິໄຈ ກ່ອນການສຶກສາທາງຄລີນິກ ໄດ້ຮັບການເຜີຍແຜ່ໃນວາລະສານວິທະຍາສາດ (Science) ໃນເດືອນມິຖຸນາ 2020. ທັງນີ້, FB2001 ເປັນຜົນງານການພັດທະນາຮ່ວມຂອງສະຖາບັນ Materia Medica ຊຽງໄຮ້, ມະຫາວິທະຍາໄລຊຽງໄຮ້ເທດ ແລະ ສະຖາບັນໄວຣັດວິທະຍາອູ່ຫັ່ນ ຂຶ້ນກັບສະຖາບັນວິທະຍາສາດຈີນ..