ອີກແລ້ວ! ວຽງທອງຕາມເຄີຍ ເຈົ້າຫນ້າທີ່ບຸກທໍາລາຍສວນກັນຊາກວ່າ 9 ເຮັກຕາ

689

ອີກແລ້ວເມືອງວຽງທອງ ເຊິ່ງໃນກ່ອນໜ້ານີ້ຕົ້ນເດືອນພະຈິກຜ່ານມາ ກໍ່ໄດ້ມີຂ່າວການທຳລາຍສວນກັນຊາ 4,2 ເຮັກຕາໄປແລ້ວ ແລະຄັ້ງນີ້ກໍ່ຍັງຢູ່ເມືອງ ວຽງທອງແຂວງ ບໍລິຄຳໄຊ ສວນກັນຊາ 9,9 ເຮັກຕາ ຖືກເຈົ້າໜ້າທີ່ທຳລາຍ ຮອບໃໝ່.

ໃນທີ 23 ພະຈິກ 2021 ເຈົ້າໜ້າທີ່ ປກຊ-ປກສ ເມືອງວຽງທອງ ແຂວງບໍລິຄຳໄຊໄພ້ອມພາກສ່ວນກ່ຽວຂ້ອງ ໄດ້ລົງກວດກາ ແລະ ທຳລາຍສວນກັນຊາ ທີ່ບ້ານ ອຸດົມໄຊ ທີ່ປະຊາຊົນລັກລອບປູກ.

ໃນການລົງໄປກວດກາຄັ້ງນີ້ໄດ້ພົບເຫັນສວນປູກກັນຊາ ຈໍານວນ 17 ສວນ ຢູ່ໃນ 3 ຈຸດ ເຂດບ້ານ ອຸດົມໄຊ ມີເນື້ອທີ 9,9 ເຮັກຕາ, ມີ 10.180 ຂຸມ, ປະເມີນນໍ້າໜັກປະມານ 54.195 ກິໂລກຼາມ ພ້ອມທັງກັກຕົວເຈົ້າຂອງສວນໄດ້ 1 ຄົນ, ສ່ວນ 16 ສວນແມ່ນຍັງບໍ່ທັນຮູ້ເຈົ້າຂອງ.

ສວນກັນຊາທີ່ພົບເຫັນ ເຈົ້າໜ້າທີ່ໄດ້ພ້ອມກັນທໍາລາຍດ້ວຍການຕັດ ແລະຈູດຖີ້ມ, ການລົງແກ້ໄຂບັນຫາການລັກລອບ ປູກຄັນຊາ ຂອງປະຊາຊົນຄັ້ງນີ້ແມ່ນເພື່ອເປັນການສະກັດກັ້ນການປູກຊາບໍ່ໃຫ້ແຜ່ຂະຫຍາຍໄປຕື່ມ ທັງເປັນການເຕືອນສະຕິສັງຄົມບໍໃຫ້ເຮັດໃນສິ່ງທີ່ຂັດກັບລະບຽບກົດໝາຍ