ເປີດຕົວ ບິລລີ ຮັບໃຊ້ທີມຊາດລາວ ຊຸດໃຫຍ່ ຢ່າງເປັນທາງການ ກ່ອນລຸຍ AFF SUZUKI CUP

1064

ສິ້ນສຸດການລໍຄອຍໄປເປັນທີ່ຮຽບຮ້ອຍ ສໍາລັບ ບິລລີ ເກດແກ້ວພົມພອນ ( Billy Ketkeophomphone ) ກາຍເປັນນັກເຕະຕ່າງປະເທດເຊື້ອສາຍລາວ ມາຮັບໃຊ້ທີມຊາດລາວ ລຸຍການແຂ່ງຂັນ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ຢ່າງເປັນທາງການ ພາຍຫຼັງສະຫະພັນບານເຕະແຫ່ງຊາດລາວ ປະກາດຢ່າງເປັນທາງການໃນມື້ນີ້ວັນທີ 24 ພະຈິກ 2021.

ກ່ອນໜ້ານີ້ໃນຫຼາຍປີ ບິລລີ ເກດແກ້ວພົມພອນ ເປັນນັກເຕະຊາວຝຣັ່ງທີ່ມີເຊື້ອສາຍລາວ ກາຍເປັນທີ່ໜ້າຈັບຕາ ແລະ ສຽງຮຽກຮ້ອງຂອງແຟນບານຊາວລາວ ໃນຫຼາຍທີ່ຜ່ານມາ ເນື່ອງຈາກ ບິລລີ ໃຫ້ສໍາພາດວ່າ ຕ້ອງການທີ່ຈະມາຮັບໃຊ້ທີມຊາດລາວ, ແຕ່ໃນຕອນນັ້ນແມ່ນບໍ່ສາມາດມາຮັບໃຊ້ ທີມຊາດລາວ ໄດ້ເນື່ອງຈາກກົດໝາຍຂອງ ສປປ ລາວ ແມ່ນຍັງບໍ່ອະນຸຍາດໃຫ້ນັກເຕະຕ່າງຊາດເຊືື້ອສາຍລາວ ມາຮັບໃຊ້ຊາດ ຄືກັບຊາດອື່ນໆອື່ນ ຈົນເຖິງ ໃນທ້າຍປີ 2020 ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ແຈ້ງຂ່າວດີວ່າ: ລັດຖະບານລາວ ໄດ້ອະນຸຍາດໃຫ້ນັກກີລາຕ່າງຊາດທີ່ມີເຊື້ອສາຍລາວ ມາຮັບໃຊ້ທີມຊາດລາວ ແລະ ຮຽກຮ້ອງໃຫ້ສະຫະພັນກີລາຕ່າງໆໃນລາວທີ່ມີເງື່ອນໄຂ ສາມາດດືງນັກເຕະເຊື້ອສາຍລາວ ມາຮັບໃຊ້ທີມຊາດລາວໄດ້ແລ້ວ

ຫຼ້າສຸດໃນມື້ນີ້ວັນທີ 24 ພະຈິກ 2021 ສະຫະພັນບານເຕະແຫ່ງຊາດລາວ ປະກາດຢືນຢັນຢ່າງເປັນທາງການວ່າ: ຍິນດີຕ້ອນຮັບ ບິນລີ້ ເກດແກ້ວພົມພອນ ເຂົ້າຮ່ວມ ທີມຊາດລາວ ຊຸດໃຫຍ່,ການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ປະຈຳປີ 2020 ຫລຶ AFF SUZUKI CUP 2020

ສໍາລັບ ບິລລລີ ປັດຈຸບັນອາຍຸ 31 ປີ ແລະ ລວງສູງ 180 ຊັງຕີແມັດມີຜູ້ເປັນແມ່ເປັນຊາວລາວ ແລະ ພໍ່ເປັນຊາວຝຣັ່ງ ຖືເປັນນັກເຕະເຊື້ອສາຍລາວ ທີ່ປະສົບຜົນສໍາເລັດຫຼາຍທີ່ສຸດ ໂດຍສະເພາະໃນລີກຝຣັ່ງ ແລະ ຫຼິ້ນຕໍາແໜ່ງກອງໜ້າ ເຊິ່ງປີທີ່ຍິ່ງໃຫຍ່ທີ່ສຸດຂອງ ວິລລີ ຄືໄດ້ຫຼິ້ນໃຫ້ກັບ ອອງເຊ (Angers) ທີ່ເລື່ອນຂຶ້ນໄປຫຼິ້ນໃນລີກສູງສຸດຂອງປະເທດຝຣັ່ງ ຄັ້ງທໍາອິດໃນຮອບ 21 ປີ ເຮັດໃຫ້ ວິລລີ ກາຍເປັນນັກເຕະເຊື້ອສາຍລາວ ຄົນທໍາອິດທີ່ໄດ້ຫຼິ້ນໃນລີກສູງສຸດຂອງພາກພືນເອີຣົບ ເຊິ່ງໄດ້ຮັບໂອກາດລົງແຂ່ງຂັນ 53 ນັດຍິງໄປ 6 ປະຕູໃຫ້ກັບສະໂມສອນດັ່ງກ່າວໃນລະຫວ່າງປີ 2015-2018 ແລະ ປັດຈຸບັນຫຼິ້ນໃຫ້ກັບ USL Dunkerque ສະໂມສອນໃນລີກ 2 ຂອງປະເທດຝຣັ່ງ.