5 ປະເທດຜູ້ບໍລິໂພກນ້ຳມັນລາຍໃຫຍ່ ຮ່ວມກັນປ່ອຍນ້ຳມັນຈາກຄັງສຳຮອງສູ່ຕະຫຼາດ

609

ສຳ​ນັກ​ຂ່າວ​ຣອຍ​ເຕີ​ລາຍ​ງານ​ໃນ​ວັນ​ທີ 23 ພະ​ຈິກ​ຜ່ານ​ມາ​ວ່າ ປະ​ທາ​​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ​ປະ​ກາດ​ເລີ່ມ​ຕົ້ນ​ໃນ​ໂຄງ​ການ​ປ່ອຍ​ນ້ຳ​ມັນ​ດິບ​ໃນ​ຄັງ​ປີ​ໂຕ​ລຽມ​ສຳ​ຮອງ​ເຊີງ​ຍຸດ​ທະ​ສາດ (SPR) ອອກ​ສູ່​ຕະຫຼາດ ພ້ອມ​ກັບ 4 ປະ​ເທດ​​ໃນ​ອາ​ຊີ​ທີ່​ເປັນຜູ້​ບໍ​ລິ​ໂພກ​ນ້ຳ​ມັນ​ລາຍ​ໃຫຍ່​ ເພື່ອ​ດຶງ​ລາ​ຄາ​ນ້ຳ​ມັນ​ລົງ​ສູ່​ລະ​ດັບ​ທີ່​ຕ້ອງ​ການ ໂດຍ​ເລີ່ມ​ໃນ​ວັນ​ທີ 24 ພະ​ຈິກ 2021 ຫຼັງ​ຜ່ານ​ການ​ເຈ​ລະ​ຈາ ແລະ ກຽມ​ມາຫຼາຍ​ອາ​ທິດ.

ລາຍ​ງານ​ລະ​ບຸ​ວ່າ ການ​ປ່ອຍ​ນ້ຳ​ມັນ​ສຳ​ຮອງ​ດ້ວຍ​ວິ​ທີ​ການ​ “ສະ​ວັອບ” ຈະ​ມີ​ການ​ປະ​ກາດ​ພ້ອມໆ​ກັນ​ກັບ ຈີນ, ອິນ​ເດຍ, ຍີ່​ປຸ່ນ ແລະ ສ ເກົາຫຼີ ເຊິ່ງ​ທັງ 5 ປະ​ເທດ ເປັນ​ປະ​ເທດ​ທີ່​ບໍ​ລິ​ໂພກ​ນ້ຳ​ມັນ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ແນວ​ໃດ​ກໍ​ຕາມ ຍັງ​ບໍ່​ມີ​ການ​ເປີດ​ເຜີຍ​ປະ​ລິ​ມານ​ນ້ຳ​ມັນ​ສຳ​ຮອງ ລວມ​ທັງ​ໄລ​ຍະ​ເວ​ລາ​ທີ່​ຈະ​ປ່ອຍ​ອອກ​ມາ ເຊິ່ງ​ເປັນ 2 ປັດ​ໄຈ​ສຳ​ຄັນ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ລາ​ຄາ​ນ້ຳ​ມັນ​ໃນ​ຕະຫຼາດ​ໂລກ​ໃນ​ຂະ​ນະ​ນີ້.

ການ​ປ່ອຍ​ນ້ຳ​ມັນ​​ແບບ ສະ​ວັອບ ບໍ່​ແມ່ນ​ການຂາຍ​ນ້ຳ​ມັນ​ດິບ​ໃຫ້​ແກ່​ໂຮງ​ກັ່ນ​ນ້ຳ​ມັນ​ໂດຍ​ກົງ ແຕ່​ເປັນ​ການ​ໃຫ້​ຢືມ ໂດຍ​ໂຮງ​ກັ່ນ​ນ້ຳ​ມັນ​ສາ​ມາດ​ຄືນ​ນ້ຳ​ມັນ​ສູ່​ຄັງ​ໄດ້​ທັງ​ຮູບ​ແບບ​ນ້ຳ​ມັນ​ດິບ ແລະ ນ້ຳ​ມັນ​ສຳ​ເລັດ​ຮູບ ບວກ​ກັບ​ສ່ວນ​ຕ່າງ​ທີ່​ຖື​ວ່າ​ເປັນ​ດອກ​ເບ້ຍ.

ໃນ​ຂະ​ນະ​ທີ່​ສຳ​ນັກ​ຂ່າວບ​ລູມ​ເບີກ ລາຍ​ງານ​ວ່າ ແຜນ​ການ​ປ່ອຍ​ນ້ຳ​ມັນ​ດັ່ງ​ກ່າວ ຍັງ​ບໍ່​ຮູ້​ວ່າ ຈະ​ເປັນ​ໄປ​ແບບ​ໃດ ແຕ່​​ຄາດ​ວ່າສະ​ຫະ​ລັດ​ກຽມ​ປ່ອຍ​ອອກ​ປະ​ມານ 50 ລ້ານ​ບາ​ເຣ​ລ ເປັນ​ເວ​ລາ​ໄລ​ຍະ​ໜຶ່ງ, ​ສ່ວນ​ອີກ 4 ປະ​ເທດ​ໃນ​ອາ​ຊີ ຍັງ​ບໍ່​ຮູ້​ວ່າ ຈະ​ປ່ອຍ​ຈຳ​ນວນ​ເທົ່າ​ໃດ, ຂະ​ນະ​ທີ່​ນັກ​ວິ​ເຄາະ​ຄາດ​ການ​ວ່າ ປະ​ລິ​ມານ​ນ້ຳ​ມັນ​ທີ່ 5 ປະ​ເທດ​ຈະ​ປ່ອຍ​ອອກ​ມາ​ຄາດ​ວ່າ ຈະ​ຢູ່​ໃນ​ລະ​ດັບ 100-120 ລ້ານ​ບາ​ເຣ​ລ ຫຼື ອາດ​ຈະ​ສູງກວ່າ​ນັ້ນ.

ນັກ​ວິ​ເຄາະ​ຕະຫຼາດ​ນ້ຳ​ມັນ​ຂອງ​ທະ​ນາ​ຄານ​ເຄືອ​ຈັກກ​ະ​ພົບ​ອົດ​ສະ​ຕ​ຣາ​ລີ​ລະ​ບຸ​ວ່າ: ການ​ປ່ອຍ​ນ້ຳ​ມັນ​ສຳ​ຮອງ​​ຈາກ SPR ຂອງ 5 ປະ​ເທດ​ຜູ້​ບໍ​ລິ​ໂພກ​ນ້ຳ​ມັນ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ລາ​ຄາ​ນ້ຳ​ມັນຫຼາຍ​ໜ້ອຍ​ພຽງ​ໃດ​ນັ້ນ ຂຶ້ນ​ຢູ່​ກັບ​ປະ​ລິ​ມານ​ນ້ຳ​ມັນ ແລະ ໄລ​ຍະ​ເວ​ລາ​ຂອງ​ການ​ປ່ອຍ​ອອກ​ມາ ແຕ່​ເຊື່ອ​ວ່າ ການ​ປ່ອຍ​ນ້ຳ​ມັນ​ອອກ​ສູ່​ຕະຫຼາດ​ເກີນ 50 ລ້ານ​ຕໍ່​ບາ​ເຣ​ລ​ເປັນ​ໄລ​ຍະ​ເວ​ລາ 30 ວັນ ຖື​ວ່າ​ເປັນ​ຜົນ​ລົບ​ຕໍ່​ລາ​ຄາ​ນ້ຳ​ມັນ ອີກ​ທັງ​ຍັງ​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ສະ​ຖາ​ນະ​ການ​ກຳ​ລັງ​ປ່ຽນ, ນ້ຳ​ມັນ​ດິບ​ກຳ​ລັງ​ໄຫຼ​ເຂົ້າ​ສູ່​ຄັງ​ສຳ​ຮອງ​ເພີ່ມ​ຂຶ້ນ ເຮັດ​ໃຫ້​ເປັນ​ໄປ​ໄດ້​ລາ​ຄາ​ນ້ຳ​ມັນ​ຈະ​ຕ່ຳ​ລົງ​ຢ່າງ​ໄວ​ວາ.

ທັງ​ນີ້ ການ​ປ່ອຍ​ນ້ຳ​ມັນ​ສຳ​ຮອງ​ຈາກ​ຄັງ SPR ​ຂອງ​ສະ​ຫະ​ລັດ​ຄັ້ງ​ນີ້ ຖື​ວ່າ ເປັນ​ຄັ້ງ​ທີ 4 ເຊິ່ງ​ຄັ້ງ​ທຳ​ອິດ​ເກີດ​ຂຶ້ນ​ໃນ​ປີ 1991 ຈາກ​ສະ​ຖາ​ນະ​ການ​ສົງ​ຄາມ​ອ່າວ​ເປີ​ຊຍ, ຄັ້ງ​ທີ 2 ເກີດ​ຂຶ້ນ​ໃນ​ປີ 2005 ຈາກໄພ​ພິ​ບັດ​ທຳ​ມະ​ຊາດ (ພາ​ຍຸ​ເຮີ​ຣີ​ເຄນ ແຄັ​ທ​ຣີ​ນາ) ແລະ ຫຼ້າ​ສຸດ​ເປັນ​ການ​ປ່ອຍ​ນ້ຳ​ມັນ​ຮ່ວມ​ກັນ​ຂອງ​ຊາດ​ສະ​ມາ​ຊິກ​ອົງ​ການ​ພະ​ລັງ​ງານ​ລະ​ຫວ່າງ​ປະ​ເທດ (IEA) ໃນ​ປີ 2011.