ຈີນ ປະສົບຜົນສຳເລັດ ສົ່ງດາວທຽມສຳຫຼວດໂລກຂຶ້ນສູ່ອາວະກາດ

435

ສຳ​ນັກ​ຂ່າວ​ຊິນ​ຮ​ວາ​ລາຍ​ງານ​ເມື່ອ​ວັນ​ທີ 23 ພະ​ຈິກ​ຜ່ານ​ມາ​ວ່າ ຈີນ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ສົ່ງ​ດາວ​ທຽມ​ສຳຫຼວດ​ໂລກດວງ​ໃໝ່​ທີ່​ມີ​ຊື່​ວ່າ ​ເກົາ​ເຟິນ 3 02 (Gaofen-3 02) ຂຶ້ນ​ສູ​ອາ​ວະ​ກາດ ໂດຍ​ດາວ​ທຽມ​ດັ່ງ​ກ່າວ​ຂຶ້ນ​ສູ່​ອາ​ວະ​ກາດ​ໂດຍ​ຈະຫຼວດ​ Long March-4C ເມື່ອ​ເວ​ລາ 7:45 ໂມງ​ຂອງວັນ​ທີ 23 ພະ​ຈິກ ທີ່​ສູນ​ປ່ອຍ​ຈະຫຼວດ​ຈິວ​ຊຽນ ແລະ ເຂົ້າ​ສູ່​ວົງ​ໂຄ​ຈອນ​ຕາມ​ທີ່​ກຳ​ນົດ​ໄວ້​ສຳ​ເລັດ.

ດາວ​ທຽມ​ດັ່ງ​ກ່າວຈະ​ປະ​ຕິ​ບັດ​ການ​ໃນ​ວົງ​ໂຄ​ຈອນ​ສຳ​ພັນ​ກັບ​ດວງ​ອາ​ທິດ​ທີ່​ຄວາມ​ສູງ 755 ກິ​ໂລ​ແມັດ ແລະ ຈະ​ເຊື່ອມ​ຕໍ່​ກັບ​ດາວ​ທຽມ Gaofen-3 ທີ່​ກຳ​ລັງ​ໂຄ​ຈອນ ເພື່ອ​ສ້າງ​ກຸ່ມ​ດາວ​ທຽມ​ເຣ​ດາ​ທາງ​ບົກ-ທາງ​ທະ​ເລ ໂດຍ​ດາວ​ທຽມ​ເກົາ​ເຟິນ 3 02 ຈະ​ຍົກ​ລະ​ດັບ​ຄວາມ​ສາມດ​ເຝົ້າ​ຕິດ​ຕາມ ເຫດ​ສຸກ​ເສີນ​ໃນ​ທະ​ເລ, ສະ​ພາບ​ແວດ​ລ້ອມ​ທາງ​ບົກ ແລະ ທາງ​ທະ​ເລ.

ດາວ​ທຽມ​ເກົາ​ເຟິນ 3 02 ຈະ​ເຮັດ​ໜ້າ​ທີ່​ປ້ອງ​ກັນ ແລະ ບັນ​ເທົາ​ໄພ​ພິ​ບັດ​ທາງ​ທະ​ເລ, ເຝົ້າ​ຕິດ​ຕາມ​ສະ​ພາບ​ແວດ​ລ້ອມ​ທາງ​ທະ​ເລ, ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ, ອະ​ນຸ​ລັກ​ນ້ຳ, ກະ​ເສດ ແລະ ອຸ​ຕຸ​ນິ​ຍົມ​ວິ​ທະ​ຍາ.