ຕາມຄາດ 30 ລາຍຊື່ທີມຊາດລາວ ຊຸດໃຫຍ່ມີ ບິລລີ ລຸຍ AFF SUZUKI CUP 2020

1014

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ໂພສຜ່ານເພຈ໌ບຸກທາງການວ່າ: ທີມຊາດລາວ ຊຸດໃຫຍ່ ປະກາດ 30 ລາຍຊື່ນັກເຕະຢ່າງເປັນທາງການໃນວັນທີ 24 ພະຈິກ 2021 ກຽມລຸຍການແຂ່ງຂັນບານເຕະຊີງແຫ່ງຊາດອາຊຽນ ຫຼື AFF SUZUKI CUP 2020 ທີ່ປະເທດສິງກະໂປ ລະຫວ່າງວັນທີ 5 ທັນວາ 2021 ຫາວັນທີ 1 ມັງກອນ 2022 ປາກົດວ່າ ຖືກໃຈແຟນເມື່ອມີນັກເຕະຕ່າງຊາດເຊື້ອສາຍລາວ ມາຮ່ວມນໍາໂດຍສະເພາະ ວິລລີ ເກດແກ້ວພົມພອນ ກອງໜ້າຊາວຝຣັ່ງເຊື້ອສາຍລາວ

ສຳລັບລາຍຊື່ 30 ຄົນ ປະກອບມີລາຍຊື່ດັ່ງນີ້:
+ ຜູ້ຮັກສາປະຕູ
1. ສໍລະສັກ ທິລາວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
2. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
3. ສີອຳພອນ ແສງສະຫວ່າງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

4. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນ ກອງທັບ ເອັຟຊີ
+ ກອງຫລັງ
5. ກ້າຫານ ເພັດສີວິໄລ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
6. ອາພີໄຊ ທານະຂັນຕີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
7. ລຸ້ງເລືອງ ແກ້ວພູວົງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

8. ຈິດປະສົງ ລັດຖະຈັກ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
9. ທິບພະຈັນ ອິນທະວົງ ຈາກ ສະໂມສອນ ເອັຟຊີ ຈັນທະບູລີ
10. ອານັນຕະຊາ ສີພົງພັນ ຈາກ ສະໂມສອນ ເອສະຣາ ເອັຟຊີ
11. ພຸດທະວົງ ສັງວິໄລ ຈາກ ສະໂມສອນ ເອສະຣາ ເອັຟຊີ
12. ແສງດາວວີ ຫັນທະວົງ ຈາກ ສະໂມສອນ ວຽງຈັນ ເອັຟຊີ

13. ນະລົງສິດ ຈັນທະລັງສີ ຈາກ ສະໂມສອນ ວຽງຈັນ ເອັຟຊີ
14. ຊີດີ ພົມສະຫວັນ ຈາກ ສະໂມສອນ ກອງທັບ ເອັຟຊີ
+ ກອງກາງ
15. ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນ ສະຫມຸດປະການ ຊິດຕີ້ ເອັຟຊີ ( ໄທລີກ 1 )
16. ມິດສະດາ ສາຍໃຕ້ຟ້າ ຈາກ ສະໂມສອນ ສະຕູນ ຢູໄນເຕັດ ( ໄທລີກ 3 )

17. ວົງພະຈັນ ພຸດທະວົງ ຈາກ ສະໂມສອນ ທະເວັນຕີຊິກ ຢູໄນເຕັດ
18. ຈັນທະວິໄຊ ຂຸນທຸມພອນ ຈາກ ແຂວງສະຫວັນນະເຂດ
19. ພັດທະນາ ພົມມະເທບ ຈາກ ສະໂມສອນ ເອສະຣາ ເອັຟຊີ
20. ພຸດທະລັກ ທອງສະນິດ ຈາກ ສະໂມສອນ ເອສະຣາ ເອັຟຊີ
21. ມະໂນລົມ ເພັດພັກດີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ

22. ກີ້ດາວອນ ສຸວັນນີ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
23. ບຸນພະຈັນ ບຸນກອງ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
24. ສີສະຫວາດ ດາລາວົງ ຈາກ ສະໂມສອນ ກອງທັບ ເອັຟຊີ
+ ກອງຫນ້າ
25. ບິນລີ້ ເກດແກ້ວພົມພອນ ຈາກ ສະໂມສອນ USL Dunkerque ( ລີກ 2 ປະເທດຝຣັ່ງ )

26. ສຸກອາພອນ ວົງຈຽງຄຳ ຈາກ ສະໂມສອນ ອຸດອນທານີ ເອັຟຊີ ( ໄທລີກ 2 )
27. ວັນນະສອນ ດວງໄມຕີ ຈາກ ສະໂມສອນ ຊ້າງນ້ອຍ ເອຟຊີ
28. ສົມໄຊ ແກ້ວຫານາມ ຈາກ ສະໂມສອນ ຊ້າງນ້ອຍ ເອັຟຊີ
29. ວິສິດ ບຸນປະເສີດ ຈາກ ແຂວງສາລະວັນ
30. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນ ເອສະຣາ ເອັຟຊີ