ການລະບາດຂອງພະຍາດໂຄວິດ-19 ຈະສີ້ນສຸດມື້ໃດ? ຖ້າບໍ່ສິ້ນສຸດເຮົາຄວນປະຕິບັດຕາມນີ້

608

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານວ່າ
ເນື່ອງຈາກວ່າການລະບາດຄັ້ງນີ້ ແມ່ນມີສາຍເຫດ ຂອງສາຍພັນ ເດວຕ້າ ເຊິງເຮັດໃຫ້ສາມາດຕິດເຊື້ອໄດ້ງ່າຍ ແລະ ຍັງສາມາດແຜ່ເຊື້ອໃສ່ຜູ້ທີ່ໄດ້ຮັບວັກຊິນຄົບ.

ມາຮອດປະຈຸບັນຫຼາຍປະເທດທີ່ມີອັດຕາການສັກວັກຊິນສູງກວ່າ 70% ເຖິງວ່າຍັງມີການຕິດເຊື້ອສູງແຕ່ ຈໍານວນຄົນເຈັບໜັກທີ່ຈະຕ້ອງເຂົ້ານອນໂຮງໝໍປິ່ນປົວ ລວມທັງການເສຍຊິວິດແມ່ນໜ້ອຍຫຼາຍ.

ດັ່ງນັ້ນ, ນັກວິທະຍາສາດຊັ້ນນໍາຫຼາຍຄົນ ມີຄໍາເຫັນວ່າ ພະຍາດໂຄວິດ-19 ອາດຈະກາຍເປັນພະຍາດທີ່ຢູ່ນໍາໂລກເຮົາຕໍ່ໄປເຊັ່ນ: ຄືໄຂ້ຫວັດລະດູການ, ພະຍາດໄຂ້ຫວັດສັດປີກ, ພະຍາດວັນນະໂລກ.

ທ່ານຍັງກ່າວຕື່ມອີກວ່າ ຖ້າພະຍາດໂຄວິດ-19 ບໍ່ສາມາດຖືກລົບລ້າງໄດ້ ພວກເຮົາຈະຕ້ອງໄດ້ປະຕິບັດຕາມນີ້ ເມື່ອພວກເຮົາບໍ່ສາມາດຈໍາກັດພະຍາດໂຄວິດ-19 ໃຫ້ກາຍເປັນ ສູນ ໄດ້ ສັງຄົມຈະຕ້ອງໄດ້ຮຽນຮູ້ວິທີການຢູ່ຮ່ວມກັບໂຄວິດ-19 ແບບປອດໄພ ຄືແນວໃດ ໂດຍສະເພາະໃນຊຸມປີຂ້າງໜ້າ ແຕ່ ຄຽງຄູ່ກັນນັ້ນ ສັງຄົມຈະຕ້ອງໄດ້ຕັດສິນ ວິທີການຕ່າງໆ ທີ່ຈະຢູ່ຮ່ວມກັບມັນໄດ້.

1 ສິ່ງທີ່ເຮົາຄວນຮຽນຮູ້ຄື ຜູ້ທີ່ໄດ້ຮັບວັກຊິນຄົບຈະມີໂອກາດຕິດເຊື້ອໜ້ອຍ ແລະ ຖ້າຕິດເຊື້ອ ແມ່ນອາການເບົາບາງ ຫຼື ເກືອບບໍ່ຮູສືກໂຕ, ຮ່າງກາຍຈະຟືນຟູ ເອົາຊະນະພະຍາດພາຍໃນ 14 ວັນ. ດັ່ງນັ້ນ, ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ເລັ່ງໃຫ້ປະຊາຊົນທຸກຄົນທີ່ຢູ່ໃນກຸ່ມເປົ້າໝາຍສັກຢາໃຫ້ໄດ້ສັກໄວເທົ່າທີ່ໄວໄດ້.

2 ເຮົາຕ້ອງຍອມຮັບ ກອບຂອງນິຍາມ “ວິຖີຊິວິດແບບໃໝ່”, ເຊິງໝາຍຄວາມວ່າ ເຮົາຈະຕ້ອງໄດ້ສືບຕໍ່ໃສ່ຜ້າປິດປາກ-ດັງ ເມື່ອອອກນອກບ້ານ ເຂົ້າສູ່ຊຸມຊົນ, ການລ້າງມື, ການຮັກສາໄລຍະຫ່າງ ແມ່ນຈະຕ້ອງເປັນກິດຈະກໍາທີ່ເຮັດແບບສີ້ນເຄີຍ ຖ້າບໍ່ເຮັດ ແມ່ນຮູ້ສືກບໍ່ສະບາຍໃຈ.

.

3 ເຮົາຈະຕ້ອງໄດ້ປະຕິບັດບັນດາຄໍາແນະນໍາຕ່າງໆທີ່ເຮັດໃຫ້ການຕິດເຊື້ອຊ້າລົງ. ຂໍ້ 4. ຂະແໜງສາທາລະນະສຸກຈະຕ້ອງໄດ້ຄົ້ນຄວ້າ ວ່າຈະຫຼຸດຜ່ອນອັດຕາການເຈັບໜັກ ຫຼື ເສຍຊິວິດ ຍ້ອນໂຄວິ-19 ໄດ້ແນວໃດ.
4 ຂໍ້ທີ່ກ່າວມານັ້ນ ຂະແໜງການສາທາລະນະສຸກຢ່າງດຽວບໍ່ສາມາດປະຕິບັດໄດ້ ທຸກພາກສ່ວນໃນສັງຄົມຈະຕ້ອງຮ່ວມກັນປະຕິບັດ.