ນະຄອນຫຼວງວຽງຈັນ ຍັງໜ້າຫ່ວງ ພົບຜູ້ຕິດເຊື້ອໃໝ່ມື້ນີ້ 712 ຄົນ ໃນຈໍານວນທັງໝົດ 1.336 ຄົນ

474

ໜັກໜ່ວງອີກແລ້ວ ການຕິດເຊື້ອໂຄວິດ ຢູ່ ສປປລາວ ມື້ນີ້ 24 ພະຈິກ 2021 ພົບຜູ້ຕິດເຊື້ອທັງໝົດ 1.336 ຄົນ, ນໍາເຂົ້າ 6 ຄົນ, ຕິດເຊ້ອພາຍໃນ 1.330 ຄົນ ໃນນັ້ນນະຄອນຫຼວງວຽງຈັນສູງ 712 ຄົນ, ຜົ້ງສາລີ 137 ຄົນ ເສຍຊີວິດເພີ່ມ 5 ກໍລະນີ

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວວ່າ ມາຮອດວັນທີ 23 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6.489 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.336 ຄົນ (ຕິດເຊື້ອພາຍໃນ ມີ 1.330 ຄົນ ແລະ ຕິດເຊື້ອນໍາເຂົ້າ 06 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.330 ຄົນ ໃນນະຄອນຫຼວງ 712 ຄົນ ໃນ 146 ບ້ານ ແລະ 8 ເມືອງ ຈາກເມືອງຈັນທະບູລີ 67 ຄົນ ຈາກ 25 ບ້ານ, ເມືອງສີໂຄດຕະບອງ 165 ຄົນ ຈາກ 42 ບ້ານ, ເມືອງໄຊເສດຖາ 144 ຄົນ ຈາກ 42 ບ້ານ, ເມືອງສີສັດຕະນາກ 105 ຄົນ ຈາກ 26 ບ້ານ,

ເມືອງນາຊາຍທອງ 29 ຄົນ ຈາກ 13 ບ້ານ, ເມືອງໄຊທານີ 117 ຄົນ ຈາກ 37 ບ້ານ, ເມືອງຫາດຊາຍຟອງ 55 ຄົນ ຈາກ 24 ບ້ານ, ເມືອງສັງທອງ 1 ຄົນ ຈາກ 1 ບ້ານ, ຕ່າງແຂວງ 3 ຄົນ ແລະ ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ


ສໍາລັບຕ່າງແຂວງ ແຂວງ ຜົ້ງສາລີ ມີ 137 ຄົນ ໃນ 8 ບ້ານ ແລະ 5 ເມືອງ, ຫຼວງພະບາງ ມີ 93 ຄົນ ໃນ 35 ບ້ານ ແລະ 10 ເມືອງ, ຈຳປາສັກ ມີ 65 ຄົນ ໃນ 33 ບ້ານ ແລະ 7 ເມືອງ, ສະຫວັນນະເຂດ ມີ 62 ຄົນ ໃນ 27 ບ້ານ ແລະ 8 ເມືອງ, ແຂວງວຽງຈັນ ມີ 58 ຄົນ ໃນ 35 ບ້ານ ແລະ 8 ເມືອງ, ບໍ່ແກ້ວ ມີ 44 ຄົນ ໃນ 22 ບ້ານ ແລະ 2 ເມືອງ

ບໍລິຄຳໄຊ ມີ 40 ຄົນ ໃນ 22 ບ້ານ ແລະ 5 ເມືອງ, ໄຊຍະບູລີ ມີ 31 ຄົນ ໃນ 10 ບ້ານ ແລະ 2 ເມືອງ, ອຸດົມໄຊ ມີ 19 ຄົນ ໃນ 9 ບ້ານ ແລະ 2 ເມືອງ, ຫົວພັນ ມີ 18 ຄົນ ໃນ 12 ບ້ານ ແລະ 4 ເມືອງ, ສາລະວັນ ມີ 18 ຄົນ ໃນ 9 ບ້ານ ແລະ 3 ເມືອງ,ອັດຕະປື 11 ຄົນ ໃນ 6 ບ້ານ ແລະ 1 ເມືອງ,

ຫຼວງນ້ຳທາ ມີ 9 ຄົນ, ໃນ 5 ບ້ານ ແລະ 1 ເມືອງ, ຄຳມ່ວນ ມີ 4 ຄົນ ໃນ 4 ບ້ານ ແລະ 2 ເມືອງ, ເຊກອງ ມີ 4 ຄົນ ໃນ 4 ບ້ານ ແລະ 3 ເມືອງ, ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 2 ເມືອງ ແລະ ແຂວງ ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ 6 ຄົນ ຈາກ ສະຫວັນນະເຂດ 2 ແລະ ນະຄອນຫຼວງ 04 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.


ມາຮອດວັນທີ 24 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 65.818 ຄົນ, ເສຍຊີວິດສະສົມ 142 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 903 ຄົນ ແລະ ກໍາລັງປິ່ນປົວ 11.028