ໂຮງງານໄມ້ອັດບົວລະພາ ເດີນກໍາລັງຜະລິດແລ້ວ 60% ຜະລິດ ແລະ ປຸງແຕ່ງໄມ້ອັດສົ່ງອອກໄດ້ 70 ຕູ້ຄອນເທັນເນີ ສ້າງວຽກເຮັດງານທຳ 240ຄົນ

778

ໂຮງງານໄມ້ອັດບົວລະພາ ເດີນກໍາລັງຜະລິດແລ້ວ 60% ສາມາດຜະລິດ ແລະ ປຸງແຕ່ງໄມ້ອັດສົ່ງອອກແລ້ວ 70 ຕູ້ຄອນເທັນເນີ້ ສ້າງວຽກເຮັດງານທໍາໃຫ້ພະນັກງານໃນໂຮງງານ 240 ຄົນເພື່ອເຮັດໃຫ້ ສາມາດເປີດເດີນເຄື່ອງເຕັມ 100% ເຈົ້າແຂວງວຽງຈັນໄດ້ລົງຕິດຕາມ ແລະ ຊຸກຍູ້ການປຸງແຕ່ງຂອງໂຮງງານ ພ້ອມເນັ້ນໃຫ້ທຸກພາກສ່ວນອໍານວຍຄວາມສະດວກ ພ້ອມຮຽກຮ້ອງໃຫ້ປະຊາຊົນ ມີສ່ວນຮ່ວມໃນການຜະລິດຂອງໂຮງງານ.


ໃນທ້າຍອາທິດຜ່ານມາ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວ ແລະ ຊຸກຍູ້ການຜະລິດ ທີ່ໂຮງງານໄມ້ອັດ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ທີ່ຕັ້ງຢູ່ບ້ານ ຄອນພຸກ ເມືອງຫີນເຫີບ ແຂວງວຽງຈັນ ໃຫ້ຮັບການຕ້ອນຮັບໂດຍ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງອຳນວຍການ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ພ້ອມດ້ວຍຄະນະ.


ໃນໂອກາດດັ່ງກ່າວທ່ານເຈົ້າແຂວງວຽງຈັນ ໄດ້ຢ້ຽມຊົມການຜະລິດພ້ອມທັງໄດ້ເນັ້ນໜັກບາງບັນຫາທີ່ສຳຄັນ ເປັນຕົ້ນ: ໃຫ້ທາງບໍລິສັດ ຈົ່ງເອົາໃຈໃສ່ເປັນພິເສດໃນການສ້າງວຽກເຮັດງານທຳໃຫ້ປະຊາຊົນທ້ອງຖິ່ນ ເຮັດໃຫ້ຊິວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ, ພ້ອມທັງສ້າງລາຍຮັບທາງອ້ອມໃຫ້ພໍ່ແມ່ປະຊາຊົນ ແລະ ປະຊາຊົນສາມາດປູກໄມ້ວິກເພື່ອປ້ອນໂຮງງານ ເຊິ່ງເປັນລາຍຮັບທີ່ດີໃຫ້ແກ່ພໍ່ແມ່ປະຊາຊົນທ້ອງຖິ່ນ ພ້ອມນັ້ນ ທ່ານກໍຍັງຮຽກຮ້ອງໃຫ້ອົງການປົກຄອງແຕ່ລະຂັ້ນໃຫ້ເອົາໃຈໃສ່ ຊຸກຍູ້ ປຸກລະດົມພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ມີສ່ວນຮ່ວມໃນການພັດທະນາ ໂດຍສະເພາະໃນການປູກໄມ້ ເພື່ອປ້ອນເຂົ້າໂຮງງານເອງ.


ທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຮອງອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ໄດ້ໃຫ້ສຳພາດວ່າ: ພາຍຫລັງທີ່ໂຮງງານໄດ້ສ້າງຕັ້ງຂຶ້ນ ໃນວັນທີ 10 ກໍລະກົດ 2019 ແລະ ໄດ້ສຳເລັດການກໍ່ສ້າງ, ຫຼັງຈາກນັ້ນ ໂຮງງານກໍໄດ້ທົດລອງແລ່ນເຄື່ອງຈັກ ແລະ ຜະລິດໄມ້ອັດ ຈາກໄມ້ວິກສວນປູກຂອງບໍລິສັດເອງ ຊຶ່ງການຜະລິດກໍເປັນໄປຕາມແຜນທີ່ຕັ້ງເປົ້າໄວ້ເປັນຢ່າງດີ ແລະ ຜະລິດຕະພັນກໍໄດ້ສົ່ງອອກໄປຍັງຕ່າງປະເທດ ເຊັ່ນ: ອົດສະຕາລີ, ອິນເດຍ ແລະ ປະເທດໄທ ຊຶ່ງປັດຈຸບັນນີ້ ກຳລັງການຜະລິດແມ່ນໄດ້ພຽງ 60% ແລະ ຄາດວ່າປີໜ້າຈະສາມາດແລ່ນເຄື່ອງຈັກຜະລິດໃຫ້ໄດ້ 100%.

ມາຮອດປັດຈຸບັນຜະລິດຕະພັນໄມ້ອັດ ຈາກບໍລິສັດ ບົວລະພາ ແມ່ນໄດ້ສົ່ງອອກໄປແລ້ວ 70 ຕູ້ຄອນເທັນເນີ ແລະ ກຽມຈະສົ່ງອອກອີກຈຳນວນ 27 ຕູ້ ເຊິ່ງເຫັນວ່າຕະຫຼາດໃນບັນດາປະເທດອາຊຽນ ແມ່ນໃຫ້ການຍອມຮັບດີສົມຄວນ ແລະ ຕະຫຼາດສາກົນແມ່ນມີຄວາມສົນໃຈຫຼາຍຂຶ້ນ ຕໍ່ຜະລິດຕະພັນຈາກໄມ້ປູກ ເພາະເປັນໄມ້ທີ່ຖືກກົດໝາຍ.


ປັດຈຸບັນ ບໍລິສັດໄດ້ປູກໄມ້ວິກໄປແລ້ວ ຈຳນວນ 8 ພັນເຮັກຕາ ເພື່ອປ້ອນເຂົ້າໂຮງງານປະມານ 130.000 ແມັດກ້ອນ/ປີ ເຊິ່ງສາມາດຜະລິດໄມ້ອັດໄດ້ 55.000 ແມັດກ້ອນ/ປີ, ໄມ້ອັດທີ່ຜະລິດຈາກໂຮງງານ 70 ສ່ວນຮ້ອຍ ແມ່ນສົ່ງອອກຕ່າງປະເທດເຊັ່ນ: ປະເທດຈີນ, ເອີຣົບ ແລະ ບັນດາປະເທດໃນອາຊຽນ.


ໃນເດືອນພືກສະພາ ປີ 2022 ຈະໃຫ້ສາມາດເດີ່ນເຄື່ອງຈັກເຕັມ 100%, ຄາດຄະເນລາຍຮັບ 24-30 ລ້ານໂດລາຕໍ່ປີ ປະກອບສ່ວນມອບພັນທະໃຫ້ລັດຖະບານ 4-6 ລ້ານໂດລາຕໍ່ປີ, ຖ້າຜະລິດເຕັມ 100% ຕ້ອງການພະນັກງານ 367-400 ຕໍາແໜ່ງງານ ແລະ ສ້າງວຽກເຮັດງານທໍາ ໃຫ້ພໍ່ແມ່ປະຊາຊົນ 1.500-2.500 ຄົນຕໍ່ປີ.