ຈີນສ້າງສະຖານີ 5G ສຳເລັດແລ້ວ 1.150.000 ແຫ່ງຄິດເປັນ 70% ຂອງໂລກ

477

ແນ່ນອນຢູ່ແລ້ວ ຂຶ້ນຊື່ວ່າຈີນແຜ່ນດິນໃຫຍ່ ເລື່ອງຂອງເທັກໂນໂລຢີ ແມ່ນຖືວ່າຈັດເປັນທີ່ຍອມຮັບຂອງຄົນທົ່ວໂລກໄປແລ້ວ ເນື່ອງຈາກມີຄວາມທັນສະໄໝໃນທຸກດ້ານ ຫຼ້າສຸດນີ້ ເຄືອຂ່າຍ 5G ຂອງຈີນເປັນອິດສະຫຼະ ແລະ ມີຂະໜາດໃຫຍ່ທີ່ສຸດໃນໂລກ.

ກະຊວງອຸດສາຫະກຳ ແລະ ເທັກໂນໂລຢີ ຂອງຈີນ ເປີດເຜີນຂໍ້ມູນຫຼ້າສຸດນີ້ວ່າ ຈີນສ້າງສະຖານີຖານຮັບສົ່ງສັນຍານອິນເຕີເນັດ ດ້ວຍເທັກໂນໂລຢີສື່ສານລຸ້ນທີ 5 ( 5G ) ແລ້ວຫຼາຍກວ່າ 1.150.000 ແຫ່ງເຊິ່ງວ່າຄິດເປັນປະມານ 70%ຂອງສະຖານີ 5G ທົ່ວໂລກ.

ເຄືອຂ່າຍບໍລິການ 5G ຂອງຈີນ ເປັນເຄືອຂ່າຍຂະໜາດໃຫຍ່ທີ່ສຸດ ແລະ ມີເທັກໂນໂລຢີທີ່ທັນສະໄໝທີ່ສຸດຂອງໂລກ ປັດຈຸບັນໃຫ້ບໍລິການລູກຄ້າໄປແລ້ວຫຼາຍກວ່າ 450 ລ້ານຄົນ ຄິດເປັນ 80%ຂອງລູກຄ້າ 5G ທົ່ວໂລກໄປແລ້ວ.

ການສ້າງເຄືອຂ່າຍການບໍລິການ 5G ທີ່ເປັນອິດສະຫຼະ ແລະ ມີຂະໜາດທີ່ໃຫຍ່ທີ່ສຸດໃນໂລກ ແມ່ນເປັນໄປຕາມແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຂອງຈີນ ໄລຍະ 5 ປີ ສະບັບທີ 14 ຂອງຈີນ ເຮັດໃຫ້ອັດຕາການມີສັນຍານ 5G ໃຊ້ງານໃນຈີນແຜ່ນດິນໃຫຍ່ປັດຈຸບັນຢູ່ທີ່ປະຊາກອນທຸກ 10.000 ຄົນຈະມີສະຖານີ 5G ໃຊ້ 26 ແຫ່ງ.

ສະຖານີ 5G ແມ່ນມີຢູ່ໃນພື້ນທີ່ເມືອງ ແລະ ຊົນນະບົດທົ່ວປະເທດ ໄດ້ຮັບການກວດສອບວ່າມີຄຸນະພາບທີ່ດີເລີດ ແລະ ພ້ອມໃຊ້ງານທຸກເມື່ອ ຄາດການວ່າຈຳນວນຜູ້ໃຊ້ງານເຄືອຂ່າຍ 5G ໃນຈີນ ແມ່ນຈະສູງທະລຸ 560 ລ້ານຄົນພາຍໃນປີ 2023 ແລະ ໂທລະສັບມືຖືຫຼາຍກວ່າ 40%ຈະໃຊ້ສັນຍານ 5G.