ເນື່ອງຈາກການແຂ່ງຂັນບານເຕະ ໄທລີກ 1 ແລະ ໄທລີກ 2 ຮອບຂາໄປ ( ເລກ 1 ) ຈະແກ່ຍາວເຖິງຕົ້ນເດືອນທັນວາ 2020 ຈະເຮັດໃຫ້ 2 ນັກເຕະລາວຢ່າງ ສຸກອາພອນ ວົງຈຽງຄໍາ ຈາກສະໂມສອນ ອຸດອນທານີ ເອັຟຊີ ໃນໄທລີກ 2 ແລະ ພຸດທະໄຊ ໂຄຈະເລີນ ຈາກສະໂມສອນ ສະໝຸດປະການ ຊີຕີ້ ໃນໄທລີກ 1 ອາດເຮັດໃຫ້ທັງສອງບໍ່ໄດ້ກັບມາລາວ, ແຕ່ຈະເດີນທາງໄປສົມທົບກັບ ທີມຊາດລາວ ຊຸດໃຫຍ່ ທີ່ປະເທດສິງກະໂປເລີຍ ເພື່ອລຸຍການແຂ່ງຂັນບານເຕະຊີງແຊັງແຫ່ງຊາດອາຊຽນ AFF SUZUKI CUP 2020.
ການແຂ່ງຂັນໄທລີກ 1 ປັດຈຸບັນແຂ່ງຂັນໄປແລ້ວ 14 ນັດ ພຸດທະໄຊ ເປັນສ່ວນໜຶ່ງພາ ສະໝດປະການ ຊິຕີ້ ຢູ່ອັນດັບທີ 12 ຈາກການມີ 14 ຄະແນນຈາກ 14 ນັດ ເຊິ່ງເຫຼືອອີກ 1 ນັດໃນຮອບຂາໄປ, ສ່ວນ ສຸກອາພອນ ສ້າງຜົນງານໂດດເດັ່ນກັບ ອຸດອນທານີ ເອັຟຊີ ໃນໄທລີກ 2 ລົງແຂ່ງຂັນໄປ 14 ນັດຈາກທັງໝົດ 15 ນັດ ສາມາດຍິງໄດ້ 3 ປະຕູພາທີມເກັບເພີ່ມເປັນ 31 ຄະແນນແຊງ ສຸໂຂໄທ ຂຶ້ນມາຢູ່ອັນດັບ 2 ເປັນທີ່ຮຽບຮ້ອຍ ໂດຍມີ 31 ຄະແນນເທົ່າກັນແຕ່ປະຕູໄດ້ເສຍ ອຸດອນທານີ ເອັຟຊີ ດີກວ່າ, ເຊິ່ງ ສຸກອາພອນ ຍັງມີພາລະກິດອີກ 2 ນັດໃນພາ ອຸດອນທານີ ລົງແຂ່ງຂັນໃນໄທລີກ 2 ຮອບຂາໄປ.
ຫຼ້າສຸດ ສຸກອາພອນ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ການແຂ່ງຂັນໄທລີກ 2 ເລກ 1 ( ຮອບຂາໄປ ) ມາຮອດປັດຈຸບັນ ແມ່ນຍັງເຫຼືອ 2 ນັດ ແລະ ຈະຈົບໃນວັນທີ 1 ທັນວາ 2021 ເຊິ່ງໃກ້ຄຽງກັບການແຂ່ງຂັນບານເຕະ AFF SUZUKI CUP 2020 ທີ່ຈະເປີດສາກຂຶ້ນໃນວັນທີ 5 ທັນວາ 2021. ດັ່ງນັ້ນ ອາດຈະຕ້ອງເດີນທາງໄປປະເທດສິງກະໂປ ທັນທີ ເພື່ອໄປສົມທົບກັບທີມຊາດລາວ ຊຸດໃຫຍ່ ແລະ ຈະເລັ່ງຝຶກຊ້ອມ ເພື່ອປັບຕົວໃຫ້ເຂົ້າກັບທີມໃຫ້ໄດ້ຫຼາຍທີ່ສຸດ ກ່ອນລົງສະໜາມນັດທໍາອິດຂອງ ທີມຊາດລາວ ຈະລົງແຂ່ງຂັນກັບ ຫວຽດນາມ ໃນວັນທີ 6 ທັນວາ 2021.
ຂະນະທີ່ ພຸດທະໄຊ ເປີດເຜີຍຂ່າວດີກ່ອນໜ້ານີ້ວ່າ: ປີ 2020 ນ້ອງຫຼິ້ນໃນໄທລີກ 2 ແມ່ນໄດ້ຮັບອາການບາດເຈັບ ຈິ່ງບໍ່ຄ່ອຍໄດ້ລົງແຂ່ງຂັນ ແລະ ໄດ້ກັບມາຊ່ວຍທີມ ນະຄອນປະຖົມ ຢູໄນເຕັດ ທີມໃນໄທລີກ 2 ຮອບຂາກັບ ກ່ອນທີ່ຈົບລີກ ຈະພັກດົນພໍສົມຄວນ ເພື່ອຮັກສາອາການບາດເຈັບໃຫ້ຫາຍຂາດ ກ່ອນທີ່ຈະຍ້າຍມາຢູ່ກັບ ສະໝຸດປະການ ຊິຕີ້ ເອັຟຊີ ໄທລີກ 1 ໃນປັດຈຸບັນ ເຊິ່ງໃນເບື້ອງຕົ້ນອາການເຈັບກໍຍັງບໍ່ຫາຍຂາດ ຈົນເຖິງ 2-3 ເດືອນທີ່ຜ່ານມາ ໄດ້ຝຶກຊ້ອມ ແລະ ໄດ້ລົງແຂ່ງຂັນຕໍ່ເນື່ອງຕົວສໍາຮອງປະສົມຕົວຈິງ ເຮັດໃຫ້ຮ່າງກາຍເລີ່ມດີຂຶ້ນຕາມລໍາດັບ ຄິດວ່າກ່ອນຈະຮອດການແຂ່ງຂັນ AFF SUZUKI CUP 2020 ຮ່າງຈະຫາຍຂາດ ແລະ ກັບມາສົມບູນ 100% ແນ່ນອນ ເພື່ອຮັບໃຊ້ທີມຊາດລາວ ລຸຍລາຍການດັ່ງກ່າວ.
ສໍາລັບ ສຸກອາພອນ ແລະ ພຸດທະໄຊ ເປັນ 2 ນັກເຕະລາວ ທີ່ຫຼິ້ນໃນໄທລີກ ປັດຈບຸັນ ຖືເປັນກໍາລັງສໍາຄັນຕໍ່ກັບ ທີມຊາດລາວ ຊຸດໃຫຍ່ ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ໂດຍທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ກໍາປູເຈຍ.
ສ່ວນ ຕາຕະລາງແຂ່ງຂັນຂອງ ທີມຊາດລາວ ໃນ AFF SUZUKI CUP 2020 ມີດັ່ງນີ້:
-ວັນທີ 6 ທັນວາ 2021 ເວລາ 19:30 ໂມງ ທີມຊາດລາວ ພົບ ຫວຽດນາມ
-ວັນທີ 9 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ມາເລເຊຍ
-ວັນທີ 12 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ອິນໂດເນເຊຍ
-ວັນທີ 15 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ກຳປູເຈຍ
ຂ່າວ: ຫຼ້າ MKP; ຮູບ: ສະຫະພັນບານເຕະແຫ່ງຊາດລາວ