ປະກາດແຕ່ງຕັ້ງ ທ່ານ ເພັດສົມພູ ດວງບຸດດາ ເປັນຜູ້ຮັກສາການຫົວໜ້າສ່ວຍສາອາກອນ ປະຈໍາແຂວງສາລະວັນ,

494
????????????????????????????????????

ພິທີປະກາດແຕ່ງຕັ້ງ ຮັກສາການຫົວໜ້າ, ຮອງຫົວໜ້າສ່ວຍສາອາກອນ ແລະ ຮອງຫົວໜ້າຄັງເງິນປະຈໍາ ແຂວງສາລະວັນ ຈັດຂຶ້ນໃນວັນທີ 22 ພະຈິກ 2021 ທີ່ສະໂມສອນແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງໆສາລະວັນ ຜູ້ຊີ້ນໍາວຽກງານເສດຖະກິດ, ທ່ານ ຫົງແກ້ວ ມາລີຈັນສີ ຮອງຫົວໜ້າພະແນກການເງິນແຂວງ, ມີທ່ານຫົວໜ້າ-ຮອງຫົວໜ້າພະແນກການກຸ່ມເສດຖະກິດ, ທະນາຄານ, ຫົວໜ້າຂະແໜງ, ຮອງຂະແໜງ ແລະພະນັກງານລັດຖະກອນ ພາຍໃນພະແນກການເງິນເຂົ້າຮ່ວມ.

????????????????????????????????????

ໂດຍປະຕິບັດດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 600/ນຍ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງການເງິນ ແລະ ຂໍ້ຕົກລົງຂອງກະຊວງການເງິນ ເລກທີ 5639-5641/ກງ, ລົງວັນທີ 10 ພະຈິກ 2021 ວ່າດ້ວຍການຕົກລົງແຕ່ງຕັ້ງ ທ່ານ ເພັດສົມພູ ດວງບຸດດາ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງ ເປັນຜູ້ຮັກສາການຫົວໜ້າສ່ວຍສາອາກອນ ປະຈໍາແຂວງສາລະວັນ, ທ່ານ ສຸບັນດິດ ກອງຕະວົງ ຫົວໜ້າຂະແໜງບັນຊີສັງລວມ ເປັນຮອງຫົວໜ້າຄັງເງິນ ປະຈໍາແຂວງສາລະວັນ. ທ່ານ ນາງ ສ່ຽນສະຫວັນ ວຸດທິປັນຍາ ຫົວໜ້າຂະແໜງກວດກາພາຍໃນ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈໍາແຂວງສາລະວັນ.

????????????????????????????????????

ໃນພິທີທ່ານ ພູທົງ ຄໍາມະນີວົງ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນໍາວຽກງານເສດຖະກິດ ໄດ້ໂອ້ລົມ ແລະ ເນັ້ນໃຫ້ເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງແນວຄິດ, ເຊື່ອມຊຶມໃຫ້ເລີກເຊີ່ງເຖີງຖອງ ແລະ ເຂົ້າໃຈຕໍ່ການຈັດຕັ້ງປະຕິບັດວຽກງານຕ່າງໆ, ຮັດແໜ້ນຄວາມສາມັກຄີຢ່າງແໜ້ນໜຽວ ແລະ ເພີ່ມທະວີຄວາມຜິດຊອບຕໍ່ວຽກງານ ເປັນຕົ້ນ: ສຸມໃສ່ການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ, ເອົາໃຈໃສ່ປັບປຸງແບບແຜນການນຳພາ, ວິທີເຮັດວຽກ ແລະ ແກ້ໄຂບັນຫາຂໍ້ຄົງຄ້າງ ທີ່ເປັນສິ່ງອຸດຕັນ, ທ່ວງດຶງການປະຕິບັດໜ້າທີ່ວຽກງານ ໂດຍມີການແບ່ງວຽກ, ແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ຕິດຕາມກວດກາ, ປະເມີນໄປພ້ອມໆ, ຍົກສູງຄວາມເປັນເຈົ້າການເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ເຂັ້ມງວດ.

ພາບ-ຂ່າວ: ສິດຕາ ເພັດວົງສາ