ຄາຣິກ ພາທີມຊະນະນັດທໍາອິດໃນບົດບາດຜູ້ຈັດການທີມຂອງ ແມນຢູ ພ້ອມຍົກໄຊຊະນະໃຫ້ ໂຊລຊາ

572

ໄມເຄິລ ຄາຣິກ ຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ລົງຄຸມທີມນັດທໍາອິດໃນຖານະຜູ້ຈັດການທີມຢ່າງເຕັມຕົວພາທີມເອົາຊະນະ ບີຢາຣີລ 2-0 ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ເມື່ອວັນທີ 23 ພະຈິກ 2021 ກ່ອນຈະຍົກໄຊຊະນະນັດດັ່ງກ່າວໃຫ້ກັບ ໂອເລ ກຸນນາ ໂຊລຊາ ທີ່ຫາກໍຖືກປົດອອກຈາກຕໍາແໜ່ງ.

ນັດດັ່ງກ່າວ ແມນເຊັສເຕີ ຢູໄນເຕັດ ໄດ້ປະຕູຈາກ ຄຣິສເຕຍໂນ ໂຣນັລໂດ ກັບ ເຈດອນ ຊານໂຊ ຊ່ວຍໃຫ້ ຄາຣິກ ພາທີມຄວ້າແຊັມຊະນະໄດ້ສໍາເລັດໃນການຄຸມທີມລົງສະໜາມນັດທໍາອິດ ພ້ອມຊ່ວຍໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ຜ່ານເຂົ້າຮອບ 16 ທີມສຸດທ້າຍໃນຖານະແຊັມກຸ່ມເປັນທີ່ແນ່ນອນແລ້ວ.

ຫຼັງຈົບການແຂ່ງຂັນ ຄາຣິກ ບໍ່ຄິດຈະຮັບຄວາມດີໄວ້ພຽງຜູ້ດຽວ ແຕ່ຍັງຍົກຜົນງານຄັ້ງນີ້ໃຫ້ກັບ ໂຊລຊາ ວ່າມີສ່ວນສໍາຄັນໃນການສ້າງທີມຊຸດນີ້ມາຕະຫຼອດເວລາ 3 ປີທີ່ຮ່ວມງານນໍາກັນວ່າ: “ ມັນບໍ່ແມ່ນໄລະຍະເວລາ 2 ວັນທີ່ງ່າຍເລີຍສໍາລັບທຸກຄົນ ແລະ ຜົນການແຂ່ງຂັນທີ່ອອກມາ ມັນກໍເຮັດໃຫ້ຮູ້ສຶກເໝືອກັບວ່າ ພວກເຮົາເຮັດເພື່ອ ໂຊລຊາ ແລະ ຕ້ອງໃຫ້ເຄດິດກັບລາວ ແນ່ນອນຍັງມີຫຼາຍຢ່າງໃຫ້ຕ້ອງເບິ່ງແຍງ, ຂ້ອຍຍິນດີທີ່ໄດ້ຮັບງານນີ້ ແລະ ຂອບໃຈທຸກຢ່າງທີ່ເປັນໄປຕາມແຜນ ”.