ອັງກິດ ອອກກົດໝາຍໃໝ່ ຕຶກສ້າງໃໝ່ຕ້ອງມີບ່ອນສາກແບັດເຕີຣີ ລົດໄຟຟ້າ

438

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ອັງ​ກິດ​ໄດ້​ອອກ​ຖະ​ແຫຼງ​ການ​ເມື່ອ​ວັນທີ 21 ພະ​ຈິກ​ຜ່ານ​ມາ​ວ່າ ນັບ​ແຕ່​ຕົ້ນ​ປີ 2022 ເປັນ​ຕົ້ນ​ໄປ ທຸກ​ອາ​ຄານ​ທີ່​ສ້າງ​ຂຶ້ນ​ໃໝ່​​ໃນ​ອັງ​ກິດຕ້ອງ​ມີ​ຈຸດ​ສາກ​ແບັດ​ເຕີ​ຣີ​ລົດ​ໄຟ​ຟ້າ ຕາມ​ກົດ​ໝາຍ​ໃໝ່ ທີ່​ກຳ​ລັງ​ຈະ​ປະ​ກາດ​ໃຊ້​ໃນ​ໄວໆ​ນີ້.

ລາຍ​ງານ​ລະ​ບຸ​ວ່າ: ການ​ປະ​ກາດ​ໃຊ້​ກົດ​ໝາຍ​ດັ່ງ​ກ່າວ​ນັ້ນ ຈະ​ເຮັດ​ໃຫ້​ອັງ​ກິດ​ມີ​​ຈຸດ​ສາກ​ລົດ​ໄຟ​ຟ້າ​ເພີ່ມ​ຂຶ້ນ​ປີ​ລະ​ປະ​ມານ 1450.000 ຈຸດ​ຕໍ່​ປີ ຈົນ​ຮອດ​ປີ 2030 ເຊິ່ງ​ເປັນ​ປີ​ທີ່​ອັງ​ກິດ​ປະ​ກາດ​ຍົກ​ເລີກ​ການ​ຈຳ​ໜ່າຍລົດ​ຍົນ​ລຸ້ນ​ໃໝ່​ທີ່​ນຳໃຊ້​ນ້ຳ​ມັນ​ທັງ​ແອັດ​ຊັງ ແລະ ກາ​ຊວນ.

ກົດ​ໝາຍ​ດັ່ງ​ກ່າວ ຈະ​ນຳ​ໃຊ້​ກັບ​ບ້ານ​ເຮືອນ​ທີ່​ສ້າງ​ຂຶ້ນ​ໃໝ່ ລວມ​ທັງ​ອາ​ຄານ​ທີ່​ບໍ່​ແມ່ນ​ທີ່​ຢູ່​ອາ​ໄສ ເຊັ່ນ: ອາ​ຄານ​ສຳ​ນັກ​ງານ ແລະ ຊູ​ເປີ​ມາ​ເກັດ, ນອກ​ຈາກ​ນີ້ ຍັງ​ບັງ​ຂັບ​ໃຊ້​ກັບ​ອາ​ຄານ​ເກົ່າ​ທີ່​ມີ​ການ​ປັບ​ປຸງ​ຕໍ່​ເຕີມ​ໃໝ່​ກໍ​ໃຫ້​ມີ​ບ່ອນ​ຈອດ ແລະ ສາກ​ລົດ​ໄຟ​ຟ້າ​ໄດ້ 10 ຄັນ​ຂຶ້ນ​ໄປ.

ການ​ເລັ່ງ​ລົງ​ທຶນ​ໃນ​ໂຄງ​ສ້າງ​ພື້ນ​ຖານ ເພື່ອ​ໃຫ້​ປະ​ຊາ​ຊົນ​ປ່ຽນ​ໄປ​ນຳ​ໃຊ້​ຍານ​ພາ​ຫະ​ນະ​ພະ​ລັງ​ງານ​ໄຟ​ຟ້າ ໄດ້​ງ່າຍ​ຂຶ້ນ, ສະ​ດວກ​ຂຶ້ນ ຄື​ໜຶ່ງ​ໃນ​ອົງ​ປະ​ກອບ​ພື້ນ​ຖານ​ຂອງ​ກົນ​ລະ​ຍຸດ​ເພື່ອຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​​ຕາມ​ນະ​ໂຍ​ບາຍ​ຂອງ​ລັດ​ຖະ​ບານ​ອັງ​ກິດ.