ເມນູມີປະໂຫຍດ “ເອິກໄກ່ຫໍ່ໄສ້ຜັກລວມມິດ”

675

ມື້ນີ້ເຮົາມາເຮັດເມນູອາຫານທີ່ດີຕໍ່ຮ່າງກາຍກັນດີກວ່າໂດຍທີ່ສ່ວນປະກອບກໍມີພຽງແຕ່ຊີ້ນໄກ່ ແລະ ຜັກລວມມິດຕ່າງໆ ທີ່ມີປະໂຫຍດຕໍ່ຮ່າງກາຍ ແຖມວິທີການເຮັດກໍບໍ່ໄດ້ຫຍຸ້ງຍາກຫຍັງເລີຍ.

ວັດຖຸດິບປະກອບມີ

ຊີ້ນເອິກໄກ່

ເກືອ

ພິກໄທປົ່ນ

ໜໍ່ໄມ້ຝຣັ່ງ

ແຄລອດ

ສາລີອ່ອນ

ແປ້ງສາລີອະເນັກປະສົງ

ນ້ຳຕານ

ວິທີເຮັດ

1 ເອົາຊີ້ນໄກ່ມາຕັດໜັງອອກ ປາດເປັນແຜ່ນບາງໆ ແລ້ວໃຊ້ຄ້ອນທຸບອາຫານ ທຸບໃຫ້ເປັນແຜ່ນປຸງລົດດ້ວຍເກືອ ແລະ ພິກໄທປົ່ນ.

2 ເອົາໜໍ່ໄມ້ຝຣັ່ງ, ແຄລອດ ແລະ ສາລີອ່ອນ ໄປຕົ້ມກັບນ້າເກືອ ພໍສຸກແລ້ວກໍຕັກຂຶ້ນແຊ່ນ້ຳເຢັນແລ້ວໃສ່ໄວ້ໃນໄກ່ທີ່ທຸບ ຫໍ່ໃຫ້ເປັນທ່ອນ ຈາກນັ້ນນຳເອົາຝອຍຫໍ່ອາຫານມາຫໍ່ແລ້ວນຳໄປນຶ້ງໃຫ້ສຸກ (ເກັບນ້ຳຊຸບໄວ້ເພື່ອເຮັດນ້ຳລາດ) ແກະອອກຈາກຝອຍພັກໄວ້.

3 ນຳເອົາຊີ້ນໄກ່ໄປດາດໃນກະທະໂດຍບໍ່ຕ້ອງໃສ່ນ້ຳມັນ ຈົນຫອມແລ້ວນຳມາຊອຍເປັນຄຳໆ.

4 ເຮັດນ້ຳສະຕັອກລາດໄກ່ ໂດຍນຳເອົາແປ້ງສາລີອະເນັກປະສົງລົງຂົ້ວໃນກະທະໃຫ້ອອກສີນ້ຳຕານໃສ່ນ້ຳສະຕັອກໄກ່ ລົງໄປປຸງລົດດ້ວຍເກືອ, ພິກໄທປົ່ນ ແລະ ນ້ຳຕານ ຕົ້ມຂ້ຽວໃຫ້ພໍໜຽວ ຈາກນັ້ນຕັກລາດເທິງຊີ້ນໄກ່ພ້ອມເສີບ.