ຫວຽດນາມ ເປີດເກາະ ຟູກວກ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ

505

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 21 ພະ​ຈິກ 2021 ວ່າ ຫວຽດ​ນາມ​ໄດ້​ເປີດ​ເກາະ “ຟູ​ກວກ” (Phu Quoc) ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈາກ​ຕ່າງ​ປະ​ເທດ ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເກືອບ 2 ປີ ໂດຍ​ຖ້ຽວ​ບິນ​ເຊົ່າ​ເໝົາ​ລຳ​ຂອງ​ສາຍ​ການ​ບິນ Veitjet ໄດ້​ນຳ​ນັກ​ທ່ອງ​ທ່ຽວ​ຊາວ ສ ເກົາຫຼີ​ຈຳ​ນວນ 200 ຄົນ ລົງ​ຈອດ​ທີ່​ສະ​ໜາມ​ບິນ​ນາ​ນາ​ຊາດ​ຟູ​ກວກ ເມື່ອ​ວັນ​ເສົາ​ຜ່ານ​ມາ.

ລາຍ​ງານ​ລະ​ບຸ​ວ່າ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ຕ້ອງ​ການ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ຍັງ​ເກາະ​ແຫ່ງ​ນີ້ ຕ້ອງ​ສັກ​ວັກ​ຊີນ​ປ້ອງ​ກັນ​ໂຄວິດ-19 ຄົບ​ໂດ​ສ, ພ້ອມ​ມີ​ໃບ​ຢັ້ງ​ຢືນ​ການກວດ​ໂຄວິດ-19 ບໍ່​ເກີນ 72 ຊົ່ວ​ໂມງ ເຊິ່ງ​ຫາກ​ຄົບ​ຕາມ​ເງື່ອນ​ໄຂ​ດັ່ງ​ກ່າວ​ກໍ​ບໍ່​ຈຳ​ເປັນ​ຕ້ອງ​ກັກ​ຕົວ​ແຕ່​ຢ່າງ​ໃດ.

ທັງ​ນີ້ ເກາະ​ຟູ​ກວກ ເປັນ​ເກາະ​ຂະ​ໜາດ​ໃຫຍ່ ແລະ ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຕາກ​ອາ​ກາດທີ່​ມີ​ຊື່​ສຽງ​ຂອງ​ຫວຽດ​ນາມ ໄດ້​ປິດ​ໃຫ້​ບໍ​ລິ​ກາ​ນນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມາ​ແຕ່​ເດືອນ​ມີ​ນາ 2020 ເປັນ​ຕົ້ນ​ມາ ເນື່ອງ​ຈາກ​ມາດ​ຕະ​ການ​ປິດ​ເມືອງ​ຂອງ​ລັດ​ຖະ​ບານເພື່ອ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ໂດຍ​ເບື້ອງ​ຕົ້ນ​ຈະ​ເປີດ​ຮັບ​ນັກ​ທ່ອງ​ທ່ຽວ​ໃນ​ເດືອນ​ຕຸ​ລາ ແຕ່​ເນື່ອງ​ຈາກ ​ອັດ​ຕາ​ການ​ສັກ​ວັກ​ຊີນໃຫ້ປະ​ຊາ​ຊົນ​ຊາວ​ເກາະ​ຟູ​ກວກ​ຍັງ​ຕ່ຳ ຈຶ່ງ​ເລື່ອນ​ມາ​ເປັນ​ເດືອນ​ພະ​ຈິກ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມ ຢືນ​ຢັນ​ວ່າ ​ປັດ​ຈຸ​ບັນ ເຈົ້າ​ໜ້າ​ທີ່​ບໍ​ລິ​ການ ແລະ ປະ​ຊາ​ຊົນ​ກຸ່ມ​ເປົ້າ​ໝາຍ​ທີ່​ອາ​ໄສ​ຢູ່​ເກາະ​ແຫ່ງ​ນີ້ ໄດ້​ຮັບ​ວັກ​ຊີນຄົບ​ໂດ​ສແລ້ວ 99% ຂອງ​ຈຳ​ນວນ​ປະ​ຊາ​ກອນ​ທັງ​ໝົດ.

ທັງ​ນີ້ ນັບ​ແຕ່​ເກີດ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໄດ້​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເດີນ​ທາງ​ເຂົ້າ​ຫວຽດ​ນາມຫຼຸດ​ລົງ​ເປັນ​ຈຳ​ນວນຫຼວງຫຼາຍ ຈາກ 18 ລ້ານ​ຄົນ​ໃນ​ປີ 2019 ເຫຼືອ​ພຽງ 3,8 ລ້ານ​ເທື່ອ​ຄົນ​ໃນ​ປີ 2020.