ທຳໃຈບໍໄດ້! ອາຍຸພຽງ 25 ປີເສຍຍ້ອນໂຄວິດ ທຸກຄົນຄິດແນວໃດຜູ້ທີ່ຍັງຖືເບົາ

1098

ຄົນລາວເຮົາສ່ວນໃຫຍ່ບໍມັກກວດພະຍາດປະຈຳປີ ມີໜ້ອຍຄົນຈະຮູ້ວ່າໂຕເປັນພະຍາດຫຍັງແຕ່ໂດຍນິໄສແລ້ວຫຼາຍຄົນມັກມ່ວນ ທຸກວັນນີ້ເຖິງຈະມີພະຍາດລະບາດເພິ່ນຫ້າມຢູ່ແຕ່ກໍ່ຍິ່ງເປັນໂອກາດໃຫ້ກຸ່ມທີ່ບໍໄດ້ໄປເຮັດວຽກມານັ່ງຊຸມແຊວ ບາງຄັ້ງຜູ້ມັກກິນເຫຼົ້າເບຍມັກໄປງານສັງຄົມແຂງແຮງແຕ່ຄົນຢູ່ບ້ານມີຜູ້ເຖົ້າຜູ້ແກ່ ມີຜູ້ເປັນພະຍາດກໍ່ອາດນຳພາເຊື້ອມາແຜ່ຕໍ່ເຮັດໃຫ້ສູນເສຍຄົນທີ່ຮັກໄປ ເຊິ່ງມື້ນີ້ມີເຖິງ 4 ຄົນທີ່ຕ້ອງຈາກໄປຍ້ອນໂຄວິດ ອາຍຸນ້ອຍສຸດພຽງ 25 ປີ.

ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້: ຜູ້ທີ 1. ເພດຍິງ, ອາຍຸ 72 ປີ, ບ້ານເກົ້າຍອດ, ເມືອງສີສັດຕະນາກ, ນະຄອນຫລວງ. ພະຍາດຜ່ານມາ: ເບົາຫວານ,ຄວາມດັນ,ໄຂ່ຫລັງ ກິນຢາປະຈຳ ຍັງບໍ່ໄດ້ສັກວັກຊິນ, ວັນທີ 19 ພະຈິກ 2021 ຄົນເຈັບມີໄອ, ໄຂ້, ຂີ້ມູກຍ້ອຍ ວັນທີ 21 ພະຈິກ 2021: ມີອາການຫນັກຂື້ນ, ໄອ, ອິດເມື່ອຍ, ຫາຍໃຈຝືດ, ກະວົນກະວາຍ, ບໍ່ໄດ້ສະຕິ, O2 ຕໍ່າລົງ ແລະ ມາຮອດສຸກເສີນ ຂອງໂຮງໝໍມິດຕະພາບ ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄ
ວິດ-19 ດ້ວຍ Gene x-pert ແລະ ຜົນກວດພົບເຊື້້ອ. ເວລາ 05:30 ໂມງຂອງວັນທີ 22 ພະຈິກ 2021: ຄົນເຈັບເອົາອາການຊີວິດ (V/S) ບໍ່ໄດ້ ເນື່ອງຈາກຄົນເຈັບComaໄດ້ແຍ່ທໍ່ຊ່ວຍຫາຍໃຈ ມາຮອດເວລາ 06:00 ຂອງວັນທີ 22 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດລົງ.

ຜູ້ທີ 2. ເພດຊາຍ, ອາຍຸ 25 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ: ບ້ານປ່າປົວະ, ເມືອງນໍ້າທາ, ແຂວງຫຼວງນໍ້າທາ ປະຫວັດຜູ້ກ່ຽວ ເຄີຍເປັນພະຍາດເລືອດຈາງ,ປ້າງກີນເລືອດ , ເຄີຍຜ້າຕັດປ້າງ ໄດ້10 ປີ ມາແລ້ວ ,ໄດ້ໃສ່ເລືອດປະຈໍາ ແລະ ຂາດການໃສ່ເລືອດປະມານ 2 ເດືອນ ຜູ້ກ່ຽວຍັງບໍ່ໄດ້ຮັບການສັກຢາວັກຊີນເທື່ອ ເວລາ 9:00 ໂມງເຊົ້າຂອງວັນທີ 21 ພະຈິກ 2021: ຄົນເຈັບ ໄດ້ໄປປີ່ນປົວຢູ່ໂຮງໝໍທະຫານ ປະມານ 2 ຄັ້ງ ໄດ້ໃສ່ຢາຈໍານວນໜື່ງ ແຕ່ອາການບໍ່ດີຂື້ນ ມື້ດຽວກັນນັ້ນ ເວລາປະມານ 23:30 ນາທີ ໄດ້ໄປເຂົ້າໂຮງໝໍແຂວງ ດ້ວຍອາການອິດເມື່ອຍ,ຈືດມ້ານ, ວີນຫົວ, ຕາລາຍ, ປັ້ນທ້ອງ, ຮາກ, ຕັບໃຫຍ່, ຫາຍໃຈຍາກ, ຫົວໃຈຊຸດໂຊມ. ໃນເວລາ 1:00 ໂມງເຊົ້າ ຂອງວັນທີ 22 ພະຈິກ 2021: ທາງໂຮງໝໍແຂວງ ໄດ້ເກັບຕົວຢ່າງເພື່ອກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ມາຮອດເວລາ 15:00-15:20 ນາທີ: ຄົນເຈັບອິດເມື່ອຍ, ຄວາມດັນເລືອດຕໍ່າ, ຫາຍໃຈບໍ່ອີ່ມ ແລະ ຕົນໂຕເຢັນ ມາຮອດເວລາ 17: 20 ນາທີ ຂອງມື້ດຽວກັນນັ້ນ ຄົນເຈັບໄດ້ເສຍຊີວິດ.

ຜູ້ທີ3 ເພດຊາຍ, ອາຍຸ 70 ປີ, ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫລວງ ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແຕ່ບໍ່ໄດ້ກິນຢາປົກກະຕິ ແລະ Gout ບໍ່ໄດ້ສັກຢາວັກຊີນ ມີອາການໄຂ້ມາຕະຫລອດ ໄດ້ປະມານ 01 ອາທິດ ມາຮອດວັນທີ 18 ພະຈິກ 2021: ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ແລ້ວມານອນປີ່ນປົວ ຢູ່ສູນຫ້ວຍຫົງ
ເວລາ 17:05 ນາທີ ຂອງວັນທີ 20 ພະຈິກ 2021: ຄົນເຈັບມີອາການເມື່ອຍ, ຄວາມດັນເລືອດຕໍ່າ, ອົກຊີໃນເລືອດຕໍ່າ ໄດ້ຍ້າຍຄົນມາປີ່ນປົວ ຢູ່ໂຮງໝໍເສດຖາທິລາດ ດ້ວຍອາການຄົນເຈັບສະຕີບໍ່ດີ, ອິດເມື່ອຍ, ອົກຊີໃນເລືອດຕໍ່າມາຮອດເວລາ 21:00 ໂມງ ຂອງວັນທີ 22 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ ບົ່ງມະຕິການເສຍຊີວິດ: ຊຸດໂຊມທາງລະບົບຫາຍໃຈ


ຜູ້ທີ4 ເພດຊາຍ, ອາຍຸ 76 ປີ, ບ້ານໂຄກຊາຍ, ເມືອງຫາດຊາຍຟອງ, ນະຄອນຫລວງ ພະຍາດປະຈໍາຕົວ: ຮູດຫຶດ ໄດ້ສັກຢາວັກຊີນຄົບ J&J ວັນທີ 22 ພະຈິກ 2021: ໄດ້ມາເກັບຕົວຢ່າງເພື່ອຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ເວລາ 05:00 ໂມງເຊົ້າ ຂອງວັນທີ 23 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ