ທີມຊາດອັງກິດ ຕໍ່ສັນຍາກັບ ເຊົາເກດ ຄຸມທີມລຸຍບານໂລກ 2022 ແລະ ຢູໂຣ 2024

541

ຫຼັງຈາກສ້າງຜົນງານໂດດເດ່ນພາ ທີມຊາດອັງກິດ ຄວ້າແຊັມ ຢູໂຣ 2020 ຫຼ້າສຸດເຮັດໃຫ້ ສະມາຄົມບານເຕະອັງກິດ ຕໍ່ສັນຍາກັບ ແກເຣັດ ເຊົາເກດ ຄຸມທີມໄລຍະຍາວຈົນເຖິງບານເຕະ ຢູໂຣ 2024.

ເຊິ່ງສັນຍາສະບັບໃໝ່ຂອງ ເຊົາເກດ ຈະເຮັດໃຫ້ລາວ ໄດ້ຮັບເງິນຕອບແທນປີລະ 6 ລ້ານປອນຕໍ່ປີ ໂດຍລາວເປີດເຜີຍວ່າ: “ ຂ້ອຍຢາກບອກວ່າພວກເຮົາຕື່ນເຕັ້ນປານໃດໃນ 5 ປີທີ່ຜ່ານມາເປັນປະສົບການທີ່ເຫຼືອເຊື່ອຫຼາຍ, ພວກເຮົາເຫັນສິ່ງທີ່ເປັນໄປໄດ້ກັບທີມຊຸດນີ້ ແລະ ຜູ້ຫຼິ້ນທີ່ເຂົ້າມາຕື່ມເຕັ້ນໃນຍຸກຂອງພວກເຮົາ ແລະ ຢາກຂອບໃຈການສະໜັບສະໜູນທີ່ດີຈາກ ເອັຟເອ ອີກດ້ວຍ ”.

ສໍາລັບ ຜົນງານຫຼ້າສຸດຂອງ ເຊົາເກດ ກັບທີມຊາດອັງກິດ ຄືພາທີມ ຜ່ານເຂົ້າຮອບສຸດທ້າຍໄປຫຼິ້ນບານໂລກ 2022 ທີ່ກາຕ້າ ເປັນທີ່ແນ່ນອນແລ້ວ ດ້ວຍຜົນງານບໍ່ເສຍຈັກນັດໃນຮອບຄັດເລືອກ.