ຄຣໍຟອດ ພ້ອມທ້າຊົກກັບ ສະເປນຊ໌ ຈູເນຍ ຫຼັງຈາກທີ່ຊະນະນ໊ອກ ພໍເຕີ ຍົກ 10

696

ເທເຣນຊ໌ ຄຣໍຟອດ ໄລ່ເອົາຊະນະນ໊ອກ ຊອນ ພໍເຕີ ໃນຍົກທີ 10 ສ້າງສະຖິຕິບໍ່ເສຍໃຫ້ກັບໃຜ 38 ລວດ ເມື່ອທ້າຍອາທິດທີ່ຜ່ານມາ ກ່ອນປະກາດທ້າຊົກກັບ ເອີຣອລ ສະເປນຊ໌ ຈູເນຍ ນັກມວຍເຈົ້າຂອງແຊັມໂລກຕ່າງສະຖາບັນ ເພື່ອພິສູດຄວາມເປັນໜຶ່ງ.

ທ້າຍອາທິດ ທີ່ຜ່ານມາ ທີ່ສະໜາມ ມັນດາເລ ເບ ຣີສອດ ໃນລາສເວກັສ ສະຫະລັດອາເມຣິກາ ໄດ້ມີການແຂ່ງຂັນຊົກມວຍຊີງແຊັມໂລກ ລະຫວ່າງ ເທເຣນຊ໌ ຄຣໍຟອດ ນັກມວຍຊາວອາເມຣິກາ ຂຶ້ນປ້ອງກັນແຊັມຮຸ່ນເວລເຕີເວດຂອງ ອົງກອນມວຍໂລກ ( WBO ) ພົບກັບ ພໍເຕີ ນັກມວຍເພື່ອນຮ່ວມຊາດ ອະດີດແຊັມໂລກຮຸ່ນດຽວກັນ 2 ສະໄໝ ໂດຍມີແຟນມວຍເກືອບ 12.000 ຄົນເຂົ້າໄປເຊຍຕິດຂອບສະໜາມ.

ປາກົວດ່າ: ຄຣໍຟອດ ເອົາຊະນະນ໊ອກ ພໍເຕີ ໄປໃນຍົກທີ 10 ຈາກການອອກໝັດຊ້າຍເຂົ້າປາຍຄາງ ຈົນຜູ້ຕັດສິນຕ້ອງນັບ 8 ໃນເທື່ອທໍາອິດ ເຖິງວ່າ ພໍເຕີ ຈະລຸກຂຶ້ນມາຊົກຕໍ່, ແຕ່ກໍຖືກໝັດເຂົ້າອີກຊຸດຈົນຄູຝຶກຕ້ອງຂຶ້ນມາເວທີ ເພືອສົ່ງຍານສັນຂໍຢຸດຕິການແຂ່ງຂັນ.

ໄຊຊະນະໄຟທ໌ນີ້ເຮັດໃຫ້ ຄຣໍຟອດ ເພີ່ມສະຖິຕິຊະນະ 38 ໄຟທ໌ລວດ ( ຊະນະນ໊ອກ 29 ໄຟທ໌ ) ແລະ ຍັງບໍ່ເຄີຍເສຍໃຫ້ກັບໃຜ ໃນຮຸ່ນເວລເຕີເວດຂອງ ອົງກອນມວຍໂລກ ຕໍ່ໄປ ເຊິ່ງຫຼັງຈົບການແຂ່ງຂັນ ຄຣໍຟອດ ອອກມາປະກາດທ້າຊົກກັບ ສະເປນຊ໌ ຈູເນຍ ແຊັມໂລກຮຸ່ນດຽວກັນຂອງ ສະພາມວຍໂລກ ( WBA ) ແລະ ສະຫະພັນມວຍນາໆຊາດ ( IBF ) ເພື່ອຕັດສິນວ່າໃຜຈະເປັນເບີໜຶ່ງຂອງຮຸ່ນນີ້.