ລຸ້ນເຖິງວັນພຸດນີ້ວ່າ ບິລລີ ຈະເປັນນັກເຕະເຊື້ອສາຍລາວ ມາຮັບໃຊ້ທີມຊາດລາວ ຄັ້ງປະຫວັດສາດ ຫຼື ບໍ?

803

ຍັງເປັນເຄື່ອງໝາຍຖາມສໍາລັບ ບິລລີ ເກດແກ້ວພົມພອນ ( Billy Ketkeophomphone ) ຈະກາຍເປັນນັກເຕະຕ່າງປະເທດເຊື້ອສາຍລາວ ມາຮັບໃຊ້ທີມຊາດລາວ ລຸຍການແຂ່ງຂັນ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ເພາະມາຮອດປັດຈຸບັນ ແມ່ນຍັງບໍ່ມີຄວາມເຄືີ່ອນໄຫວເພີ່ມວ່າ ຈະໄດ້ມາ ຫຼື ບໍ? ຄາດວັນພຸດທີ 24 ພະຈິກ 2021 ຈະປະກາດລາຍຊື່ນັກເຕະທີມຊາດລາວ ຢ່າງເປັນທາງການ.

ບິລລີ ເກດແກ້ວພົມພອນ ເປັນນັກເຕະຊາວຝຣັ່ງທີ່ມີເຊື້ອສາຍລາວ ກາຍເປັນທີ່ໜ້າຈັບຕາ ແລະ ສຽງຮຽກຮ້ອງຂອງແຟນບານຊາວລາວ ໃນຫຼາຍທີ່ຜ່ານມາ ເນື່ອງຈາກ ບິລລີ ໃຫ້ສໍາພາດວ່າ ຕ້ອງການທີ່ຈະມາຮັບໃຊ້ທີມຊາດລາວ, ແຕ່ໃນຕອນນັ້ນແມ່ນບໍ່ສາມາດມາຮັບໃຊ້ ທີມຊາດລາວ ໄດ້ເນື່ອງຈາກກົດໝາຍຂອງ ສປປ ລາວ ແມ່ນຍັງບໍ່ອະນຸຍາດໃຫ້ນັກເຕະຕ່າງຊາດເຊືື້ອສາຍລາວ ມາຮັບໃຊ້ຊາດ ຄືກັບຊາດອື່ນໆອື່ນ.

ໃນທ້າຍປີ 2020 ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ແຈ້ງຂ່າວດີວ່າ: ລັດຖະບານລາວ ໄດ້ອະນຸຍາດໃຫ້ນັກກີລາຕ່າງຊາດທີ່ມີເຊື້ອສາຍລາວ ມາຮັບໃຊ້ທີມຊາດລາວ ແລະ ຮຽກຮ້ອງໃຫ້ສະຫະພັນກີລາຕ່າງໆໃນລາວທີ່ມີເງື່ອນໄຂ ສາມາດດືງນັກເຕະເຊື້ອສາຍລາວ ມາຮັບໃຊ້ທີມຊາດລາວໄດ້ແລ້ວ ເຊິ່ງໃນຕົ້ນປີ 2021 ຈົນເຖິງປັດຈຸບັນແມ່ນໄດ້ຮອງຮັບເອົາ 2 ນັກກີລາລາວ ທີ່ມາຫຼິ້ນໃຫ້ກັບທີມຊາດລາວ ຢ່າງເປັນທາງການແລ້ວຄື: ທ້າວ ວອລເຕີ ສະນ້ອຍ ອຸປະຖານາ ( Walter Sanoi ) ສັນຊາດອາເມຣິກາ ເຊື້ອສາຍລາວ ນັກກີລາມວຍສາກົນ ອາຍຸ 34 ປີ ແລະ ນາງ Fanny Marie CAUCHOIS-ONE ສັນຊາດຝຣັ່ງ ເຊື້ອສາຍລາວ ອາຍຸ 19 ປີນັກກີລາລົດຖີບ.

ຫຼ້າສຸດໃນຕົ້ນເດືອນພະຈິກ 2021 ມີຂ່າວລື ແລະ ມີເອກະສານຮຽກຕົວ ບິລລີ ມາຮັບໃຊ້ທີມຊາດລາວ ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະ AFF SUZUKI CUP 2020 ທີ່ປະເທດສິງກະໂປ ທີ່ຈະເປີດສາກຂຶ້ນໃນວັນທີ 5 ທັນວາ 2021 ແລະ ມາຮອດປັດຈຸບັນ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ກໍຍັງບໍ່ທັນໄດ້ປະກາດລາຍຊື່ນັກເຕະທີມຊາດລາວ ຊຸດດັ່ງກ່າວເທື່ອ.

ຂະນະທີ່ ແຫຼ່ງຂ່າວຈາກ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ເປີດເຜີຍວ່າ: ທີ່ຈິງທີມຊາດລາວ ຊຸດໃຫຍ່ ລຸຍ AFF SUZUKI CUP 2020 ແມ່ນຈະປະກາດລາຍຊື່ 30 ຄົນທີ່ຈະເດີນທາງໄປແຂ່ງຂັນລາຍການດັ່ງກ່າວໃນອາທິດທີ່ຜ່ານມາ, ແຕ່ທາງຄະນະຄູຝຶກແມ່ນຍັງບໍ່ທັນພ້ອມ 100% ແລະ ຄາດວ່າຈະປະກາດອາທິດນີ້ກໍຄື ໃນວັນພຸດທີ 24 ພະຈິກ 2021 ຢ່າງເປັນທາງການ ເຊິ່ງກໍຕ້ອງຕິດຕາມກັນວ່າ ວິລລີ ຈະຕິດທີມຊາດລາວຊຸດນີ້ ຫຼື ບໍ? ເຊິ່ງຖ້າຕິດກໍຈະເປັນຂ່າວດີ ແລະ ເປັນຄັ້ງປະຫວັດສາດຂອງວົງການບານເຕະລາວ ທີ່ສາມາດໃຊ້ນັກເຕະຕ່າງຊາດເຊື້ອສາຍລາວ ມາຮັບໃຊ້ທີມຊາດລາວ.

ສໍາລັບ ບິລລລີ ປັດຈຸບັນອາຍຸ 31 ປີ ແລະ ລວງສູງ 180 ຊັງຕີແມັດມີຜູ້ເປັນແມ່ເປັນຊາວລາວ ແລະ ພໍ່ເປັນຊາວຝຣັ່ງ ຖືເປັນນັກເຕະເຊື້ອສາຍລາວ ທີ່ປະສົບຜົນສໍາເລັດຫຼາຍທີ່ສຸດ ໂດຍສະເພາະໃນລີກຝຣັ່ງ ແລະ ຫຼິ້ນຕໍາແໜ່ງກອງໜ້າ ເຊິ່ງປີທີ່ຍິ່ງໃຫຍ່ທີ່ສຸດຂອງ ວິລລີ ຄືໄດ້ຫຼິ້ນໃຫ້ກັບ ອອງເຊ (Angers) ທີ່ເລື່ອນຂຶ້ນໄປຫຼິ້ນໃນລີກສູງສຸດຂອງປະເທດຝຣັ່ງ ຄັ້ງທໍາອິດໃນຮອບ 21 ປີ ເຮັດໃຫ້ ວິລລີ ກາຍເປັນນັກເຕະເຊື້ອສາຍລາວ ຄົນທໍາອິດທີ່ໄດ້ຫຼິ້ນໃນລີກສູງສຸດຂອງພາກພືນເອີຣົບ ເຊິ່ງໄດ້ຮັບໂອກາດລົງແຂ່ງຂັນ 53 ນັດຍິງໄປ 6 ປະຕູໃຫ້ກັບສະໂມສອນດັ່ງກ່າວໃນລະຫວ່າງປີ 2015-2018 ແລະ ປັດຈຸບັນຫຼິ້ນໃຫ້ກັບ USL Dunkerque ສະໂມສອນໃນລີກ 2 ຂອງປະເທດຝຣັ່ງ.