ສາວຫວານແຫ່ງແດນເມືອງມໍລະດົກໂລກ ອາໜິ່ງ ພິລະໜິ່ງ ຜູ້ເຂົ້າປະກວດນາງສາວລາວ 2021

1158

ທໍາຄວາມຮູ້ຈັກ ສາວງາມທີ່ມາຈາກດິນແດນແຫ່ງເມືອງມໍລະດົກໂລກ ຍິ້ມຫວານມີສະເຫນ່ ແລະ ມີຜົນງານໃນວົງການບັນເທີງມາຢ່າງຫລາກຫລາຍສໍາລັບຄົນນີ້ ພິລະໜິ່ງ ພູມມີ ຊື່ຫລີ້ນ ອາໜິ່ງ ຜູ້ຜ່ານເຂົ້າຮອບ 30ຄົນໃນເວທີ ນາງສາວລາວ 2021 ປັດຈຸບັນອາໜິ່ງ ອາຍຸ 21 ປີ ,ຕົວແທນຈາກແຂວງຫຼວງພະບາງ, ສະຖາບັນການສຶກສາແມ່ນ ຈົບລະດັບການສຶກສາປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດທຳມະຊາດ ສາຂາຄະນິດສາດ.

ສໍາລັບອາໜິ່ງເອງເຄີຍປະກວດເວທີນາງເເບບ TKK super model contest 2020 ໄດ້ຮັບຕຳແຫນ່ງ photogenic Award ຂວັນໃຈຊ່າງພາບ ແລະ ນັ້ນກໍ່ເປັນເວທີນາງງາມເປັນຄັ້ງທໍາອິດຂອງໜິ່ງເລີຍ ເວົ້າເຖິງຄວາມໃຝ່ຝັນຂອງຕົນກ່ຽວກັບເວທີນີ້ ແລະ ວົງການບັນເທີງ ແນ່ນອນຢູ່ແລ້ວຄວາມໃຝ່ຝັນກັບເວທີນີ້ຄືນ້ອງຢາກເປັນ 1ໃນຄອບຄົວນາງສາວລາວ ແລະ ສາມາດເຂົ້າໄປໃນຮອບເລິກໆ ເປັນນາງສາວລາວປີ2021 ເພາະເປັນເວທີ ທີ່ແມ່ຍິງທຸກຄົນທີ່ໃຝ່ຝັນຫນຶ່ງໃນນັ້ນກໍ່ແມ່ນຕົວນ້ອງເອງ ແລະ ໃນທາງດ້ານວົງການບັນເທີງກໍ່ຄື ຢາກປະສົບຜົນສຳເລັດທີ່ສຸດໃນວົງການບັນເທີງຢາກເປັນຄົນໜຶ່ງທີ່ມີສັກກະຍາພາບທີ່ພ້ອມ.

ຄຳຄົມ ຫລື ຄະຕິປະຈຳໃຈແມ່ນ: “ ກ່ອນທີ່ຈະກາຍເປັນ Expert ເຮົາຕ້ອງເລີ່ມຕົ້ນຈາກການເປັນ Beginner ກ່ອນສະເຫມີ” ແລະ ທີ່ໜິ່ງເລືອກປະກວດເວທີນີ້ຍ້ອນວ່າເປັນເວທີອັນຊົງກຽດຕິຍົດຂອງນາງສາວລາວນ້ອງຢາກເປັນ1ໃນນັ້ນທີ່ໄດ້ຮ່ວມປະກວດເພາະນ້ອງບໍ່ຢາກປິດກັ້ນຕົວເອງ ໃຫ້ໂອກາດຕົວເອງເປີດຫາໂອກາດໃຫມ່ໆຄວາມຮູ້ໃຫມ່ໆເພື່ອພັດທະນາຕົນເອງໃຫ້ເກັ່ງຂຶ້ນ ແລະນ້ອງກໍ່ມີເປົ້າຫມາຍທີ່ຊັດເຈນທີ່ສຸດເລີຍຄື ນ້ອງຢາກເປັນກະບອກສຽງສ່ວນ 1 ເພື່ອຊ່ວຍເຫຼືອສັງຄົມ ແລະ ຖ້າຫາກນ້ອງໄດ້ຮັບໂອກາດຕຳເເຫນ່ງນາງສາວລາວຄຳເວົ້າຂອງນ້ອງຈະມີນ້ຳຫນັກຫລາຍຂຶ້ນ ເພື່ອຊ່ວຍລົນນະລົງໃຫ້ທຸກໆຄົນຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ສິ່ງທີ່ເປັນຄວາມສາມາດຂອງຕົນເອງ ສຳລັບນ້ອງແລ້ວນ້ອງຈະໂຊການເປັນຕົວຂອງຕົວເອງ ແນ່ນອນຢູ່ແລ້ວເປັນຜູ້ຍິງຕ້ອງອ່ອນໂຍນ ອ່ອນຫວານ ແຕ່ບໍ່ອ່ອນແອ ແລະ ຕ້ອງເປັນຄົນມີຄວາມກ້າຄິດກ້າເວົ້າກ້າສະແດງອອກນ້ອງເຊື່ອວ່າຈຸດນີ້ລະເປັນຈຸດເດັ່ນ ແລະ ແມ່ຍິງລາວທຸກຄົນຕ້ອງມີ ສໍາລັບ ສິ່ງຄິດວ່າຕົນເອງມີຈຸດເດັ່ນ ທີ່ຈະເອົາຊະນະໃຈກຳມະການ ແລະ ໄດ້ຕຳແຫນ່ງ ແນ່ນອນຢູ່ແລ້ວຜູ້ເຂົ້າແຂ່ງຂັນທຸກຄົນລ້ວນແລ້ວແຕ່ມີຄວາມໂດດເດັ່ນ ແລະ ມີເອກະລັກຂອງຕົນເອງ ສຳລັບນ້ອງແລ້ວນ້ອງເປັນ fighting ເປັນຄົນມີຄວາມພະຍາຍາມກັບຕົວເອງຫລາຍ ນ້ອງບໍ່ໄດ້ເກີດມາດ້ວຍພອນສະຫວັນ ແຕ່ນ້ອງມິຄວາມສະເເຫວງຫລາຍ ດັ່ງນັ້ນ, ນ້ອງເປັນຄົນທີ່ຍອມຮັບ ແລະ ຮຽນຮູ້ສິ່ງໃຫມ່ໆ ພັດທະນາຕົນເອງເລື້ອຍໆ ແລະ ສິ່ງນີ້ນ້ອງເຊື່ອວ່າຈະເຮັດນ້ອງເຂົ້າຮອບເລິກໆ ແລະ ກໍເປັນ Miss Laos ນາງສາວລາວ2021ໄດ້.

ການກຽມຕົວຂອງໜິ່ງເອງຄື ກຽມຕົວກຽມໃຈກຽມຮ່າງກາຍໃຫ້ພ້ອມ ແລະ ຝຶກຊ້ອມຕະຫລອດເວລາ ແລະ  ຖ້ານ້ອງໄດ້ຕຳແຫນ່ງ ນ້ອງມີເປົ້າຫມາຍທີ່ຊັດເຈນເລີຍຄື: ຢາກສ້າງໂຄງການ ແລະ ເປັນກະບອກສຽງຊ່ວຍເຫຼືອສັງຄົມໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍຊົນນະບົດເນື່ອງຈາກວ່າການເຂົ້າເຖິງປັດໄຈການດຳລົງຊີວິດຂັ້ນພື້ນຖານຂອງການສຶກສາຍັງເຂົ້າໄປບໍ່ເຖິງເຊັ່ນ: ເຕັກໂນໂລຊີທີ່ທັນສະໄຫມ ແລະ ການເປີດໂອກາດໃຫ້ແກ່ນ້ອງໆ ສິ່ງນີ້ຈະສາມາດຕໍ່ຍອດ ແລະ ປ່ຽນແປງຊີວິດຄົນໆ1ໄດ້ຕະຫລອດໄປ ພ້ອມຍັງໃຫ້ເຂົາເອົາຄວາມຮູ້ມາພັດທະນາອາຊີບ ແລະ ບ້ານເມືອງຕົນເອງໄດ້.

ຜ່ານມາໜິ່ງເອງກໍມີຫລາກຫລາຍຜົນງານເລີຍບໍ່ວ່າຈະເປັນ ການເດີນແບບຖ່າຍແບບ, ໂຄສະນາຕ່າງໆ, ເຊັ່ນ ງານຖ່າຍປະຕິທິນຂອງລາວໂທລະຄົມ, ງານເດີນ Fashion week ແລະ ງານຖ່າຍໂຄສະຕ່າງໆ… ແລະ ຜົນງາານMVເພງ ໃກ້ຈະປ່ອຍໄວໆນີ້ ແລະ  ກິດຈະກຳຍາມວ່າງແມ່ນ : ຝຶກຊ້ອມຕົວເອງຕະຫລອດເວລາບໍ່ວ່າຈະເປັນການ ເດີນແບບ, ການສະແດງ ແລະ ຫາອ່ານປຶ້ມຄວາມຮູ້ວາລະສານຕ່າງໆເຂົ້າ social media ຫາຄວາມຮູ້ໃຫມ່ໆ.

ສຸດທ້າຍນີ້ຫນິ່ງຝາກທຸກຄົນສະໜັບສະໜູນຕິດຕາມຜົນງານ ເປັນກຳລັງແຮງເຊຍໃຫ້ຫນິ່ງໃນການປະກວດMiss Laos ນາງສາວລາວ ນີ້ແນ່ເດີ ຂໍຝາກໄວ້ເປັນອ້ອມອົກອ້ອມໃຈທຸກໆຄົນ ຊ່ອງທາງຕິດຕາມ F.b : Aning philaning IG: Aning_philaning ແລະ ຝາກຕິດຕາມເພສຂອງຄ້າຍ Black modeling ແລະ The black Academy ອັບເດດຜົນງານຂອງຫນິ່ງ ແລະ ຫມູ່ໆໃນຄ້າຍຕະຫລອດ.

ພາບ: Aning_philaning