ຊ່ວງໄລຍະນີ້ ແມ່ນສະພາບອາກາດມີການປ່ຽນແປງຢູ່ຕະຫຼອດ ໂດຍສະເພາະອາກາດໜາວເຢັນ ເນື່ອງຈາກເປັນລະດູການຂອງມັນຕາມທຳມະຊາດ ດັ່ງນັ້ນ, ຈຶ່ງຕ້ອງຮັກສາສຸຂະພາບໃຫ້ດີສຸດໃນຊ່ວງນີ້ ເພື່ອຮ່າງກາຍ ແລະ ສຸຂະພາບທີ່ດີ.
ເມື່ອວັນທີ 22 ພະຈິກ 2021 ຜ່ານມານີ້ ທາງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືກົມອຸຕຸນິຍົມ ແລະ ອຸທຸກກະສາດ ອອກເຕືອນໃຫ້ປະຊາຊົນເຝົ້າລະວັງ ສະພາບອາກາດໜາວ ເລີ່ມແຕ່ 24 ໄປຈົນຮອດ 28 ພະຈິກ 2021.
ເຊິ່ງວ່ານັບແຕ່ວັນທີ 24-28 ພະຈິກ ມວນອາກາດໜາວເຢັນຈາກປະເທດຈີນຈະມີກຳລັງແຮງ ເພີ່ມຂຶ້ນແຜ່ລົງມາປົກຄຸມ ຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມມໍລະສຸມຕາເວັນອອກສ່ຽງເໜືອ ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່ ຈະເຮັດໃຫ້ອຸນຫະພູມອາກາເເຢັນ ຫາ ໜາວເຢັນລົງເຖິງ 2-4 ອົງສາ ຢູ່ແຂວງພາກເໜືອ ໂດຍສະເພາະເຂດພູດອຍ ບັນດາແຂວງພາກເໜືອ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ຈົ່ງມີສະຕິກັບສະພາບອາກາດທີ່ມີການປ່ຽນແປງ ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຕ້ອງໃສ່ເຄື່ອງນຸ່ງທີ່ໜາເພື່ອໃຫ້ຮ່າງກາຍອົບອຸ່ນ ພ້ອມທັງຕ້ອງຕິດຕາມຂ່າວພະຍາກອນອາກາດເປັນປະຈຳ.