ເຈົ້າແຂວງໆຄຳມ່ວນ ລົງຕິດຕາມຊຸກຍູ້ຊີວິດການເປັນຢູ່ ແລະ ພັດທະນາລະບົບຊົນລະປະທານຂອງບ້ານຈະກ້ວນ ແລະ ບ້ານໂພນແກ້ວ

763

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍຄະນະການນຳເມືອງຍົມມະລາດ ໄດ້ລົງຢ້ຽມຢາມ, ຕິດຕາມ, ຊຸກຍູ້ຊີວິດການເປັນຢູ່ ແລະ ພັດທະນາລະບົບຊົນລະປະທານຂອງບ້ານຈະກ້ວນ ແລະ ບ້ານໂພນແກ້ວ ເມື່ອວັນທີ 19 ພະຈິກຜ່ານມາ.

ບ້ານຈະກ້ວນ ແລະ ບ້ານໂພນແກ້ວ ແມ່ນຂຶ້ນກັບກຸ່ມບ້ານໄຮ່ຜາວຽງ ເປັນບ້ານທີ່ຕັ້ງຢູ່ລຽບນ້ຳເຊບັ້ງໄຟ ມີ424 ຄອບຄົວມີພົນລະເມືອງ 1.847 ຄົນ, ຍິງ 931 ຄົນ ມີເນື້ອທີ່ ນາປີ 254 ເຮັກຕາ. ໄລຍະຜ່ານມາ ລະບົບຊົນລະປະທານໂຄງການດັ່ງກ່າວ ເປັນເຄື່ອງຈັກສູບນໍ້າດ້ວຍນໍ້າມັນ ໂດຍລັດຖະບານເປັນຜູ້ລົງທຶນ ແຕ່ຕິດຕັ້ງຫົວງານຈັກສູບເລີ່ມແຕ່ປີ 1996 ສ່ວນລະບົບຄອງເໝືອງແມ່ນປະຊາຊົນຂຸດເອົາເອງແບບປະຖົມປະຖານ ມາຮອດປັດຈຸບັນ ມີການເປ່ເພໃຊ້ງານບໍ່ໄດ້ ເຮັດໃຫ້ການປູກເຂົ້າແຕ່ລະປີມີຄວາມຫຍຸ້ງຍາກ ບໍ່ກຸ້ມກິນ.

ຍ້ອນເຫດຜົນດັ່ງກ່າວ ຈຶ່ງເກີດການສຶກສາຄວາມເປັນໄປໄດ້ສຳຫຼວດ-ອອກແບບ ແລະ ປ່ຽນຈັກສູບດ້ວຍນໍ້າມັນມາເປັນຈັກສູບດ້ວຍໄຟຟ້າ ສ່ວນລະບົບຄອງເໝືອງກໍເປັນຄອງດິນ ໃຫ້ປະຊາຊົນມີສ່ວນຮ່ວມໃນການປັບປຸງ ແລະ ຂະຫຍາຍຄອງໃຫ້ຖືກຕ້ອງຕາມເຕັກນິກ ແລະ ແໜ້ນໜາ ຖາວອນ ເຊິ່ງມີຈຳນວນຄອບຄົວທີ່ໄດ້ຮັບຜົນປະໂຫຍດ 420 ຄອບຄົວ ມີເນື້ອທີ່ປູກພືດລະດູແລ້ງ 94,97 ເຮັກຕາ.

ໂອກາດດຽວກັນ ທ່ານເຈົ້າແຂວງຄຳມ່ວນ ກໍໄດ້ໂອ້ລົມຕໍ່ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງ ເຊິ່ງທ່ານໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງໃຫ້ຕິດຕາມ, ວັດແທກ ແລະ ກວດກາບັນດາອຸປະກອນຕ່າງໆເພື່ອເລັ່ງປັບປຸງ ແລະ ຕິດຕັ້ງໃຫ້ທັນກັບການຜະລິດໃນລະດູແລ້ງນີ້ ເອົາໃຈໃສ່ວາງແຜນໃນການຈັດຕັ້ງປະຕິ ບັດເພື່ອແກ້ໄຂຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ກຸ້ມກິນ ແລະ ກ້າວໄປເຖິງການຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບ ໃຫ້ແກ່ ຄອບຄົວ.