ຄົນທີ່ “ສຸຂະພາບດີ” ເຂົາເຈົ້າມີກິດຈະວັດປະຈຳວັນດີໆ ຫຍັງແນ່

219

ເຮົາທຸກຄົນຕ່າງຕ້ອງການສຸຂະພາບທີ່ດີມີຊີວິດທີ່ອາຍຸຍືນ ແຕ່ຈະມີຈັກຄົນທີ່ຈະຄອຍເຊັກວ່າ “ກິດຈະວັດປະຈຳວັນ” ທີ່ເຮັດຢູ່ນັ້ນຊ່ວຍໃຫ້ທ່ານເປັນຄົນທີ່ມີສຸຂະພາບທີ່ດີເພື່ອໃຊ້ຊີວິດໄດ້ຢ່າງຍືນຍາວຫຼາຍໜ້ອຍປານໃດ.

ດັ່ງນັ້ນ ເຮົາມາກວດສອບນິໄສ 5 ຂໍ້ຕໍ່ຈາກນີ້ກັນດີກວ່າວ່າທ່ານມີຕິດຕົວ ຫຼື ບໍ່ ເພາະນິໄສເຫຼົ່ານີ້ຄືປັດໄຈສຳຄັນທີ່ຈະເຮັດໃຫ້ທ່ານມີສຸຂະພາບທີ່ດີ

1 ຄົນສຸຂະພາບດີຈະເຂົ້ານອນເວລາ 10 ໂມງ

ບໍ່ມີຫຍັງທຳລາຍຮ່າງກາຍໄດ້ຫຼາຍກວ່າການນອນຫຼັບພັກຜ່ອນທີ່ບໍ່ພຽງບໍ່ອີກແລ້ວ ແລະ ການນອນຫຼັບນັ້ນຈະຕ້ອງເປັນການນອນທີ່ໄດ້ຄຸນນະພາບໃນເວລາ 7-8 ຊົ່ວໂມງ ຂະນະດຽວກັນຜູ້ຊ່ຽວຊານກໍຕ່າງບອກເປັນສຽງດຽວກັນວ່າ ການເຂົ້ານອນໃນຊ່ວງເວລາລະຫວ່າງ 10 ໂມງຮອດທ່ຽງຄືນນັ້ນຈະເປັນຊ່ວງເວລາທີ່ດີທີ່ສຸດ ເພາະຈະເຮັດໃຫ້ຮ່າງກາຍໄດ້ພັກຜ່ອນຄົບຕາມຊົ່ວໂມງທີ່ຕ້ອງການ ແລະ ເປັນຊ່ວງເວລາທີ່ເຮັດໃຫ້ລະບົບຕ່າງໆ ໃນຮ່າງກາຍໄດ້ສ້ອມແຊມສ່ວນທີ່ຊຸດໂຊມ ແລະ ໄດ້ຜົນອອກມາເປັນຢ່າງດີ.

2 ຄົນສຸຂະພາບດີມັກຈະຫາຍໃຈເລິກໆ

ການເຮັດສະມາທິ ຫຼື ການຫາຍໃຈເຂົ້າເລີກໆ ຊ່ວຍໃຫ້ຮ່າງກາຍຜ່ອນຄາຍທັງສອງຮູບແບບ ການຫາຍໃຈເລິກໆ ທັງເຂົ້າ ແລະ ອອກຢ່າງເປັນຈັງຫວະທີ່ດີນັ້ນ ຈະຊ່ວຍຫຼຸດຄວາມຄຽດ ຫຼຸດລະດັບນ້ຳຕານໃນເລືອດ ແລະ ຊ່ວຍໃຫ້ລະບົບພູມຄຸ້ມກັນໃນຮ່າງກາຍເຮັດວຽກໄດ້ຢ່າງເຕັມທີ່ ທັງໝົດນີ້ທ່ານບໍ່ຈຳເປັນຕ້ອງຫາຍໃຈເລິກໆ ຕິດຕໍ່ກັນໝົດມື້ ພຽງແຕ່ເຮັດໃຫ້ໄດ້ຢ່າງໜ້ອຍມື້ລະ 10 ນາທີ ໃນຊ່ວງເວລາປະມານ 13:00ໂມງ-15:00ໂມງ ການຫາຍໃຈເລິກໆ ຈະຊ່ວຍໃນການກະຕຸ້ນຮໍໂມນເພື່ອຊ່ວຍໃຫ້ທ່ານຕື່ນ ແລະ ນອນຢ່າງເປັນເວລາ.

3 ຄົນທີ່ມີສຸຂະພາບດີຈະມີຄວາມສໍາພັນທີ່ດີກັບຄົນອື່ນ

ຄົນທີ່ມີສຸຂະພາບດີຈະມີຄວາມສໍາພັນທີ່ດີກັບຄົນອື່ນ ຈະຮູ້ສຶກມີຄວາມສຸກກັບເລື່ອງງ່າຍໆ ອ້ອມຕົວ ແລະ ເໜືອສິ່ງອື່ນໃດຈະມີຮ່າງກາຍທີ່ແຂງແຮງ ທັງນີ້ການໄດ້ໃຊ້ຊີວິດຮ່ວມກັບຄອບຄົວກັບໝູ່ເພື່ອສະໜິດ ລ້ວນແລ້ວແຕ່ເປັນການຄາຍຄວາມຄຽດຢ່າງໜຶ່ງ ແລະ ນັ້ນຄືຈຸດສຳຄັນທີ່ເຮັດໃຫ້ຄົນສຸຂະພາບດີ ມີໃບໜ້າທີ່ອ່ອນກວ່າໄວສະເໝີ.

4 ຄົນສຸຂະພາບດີມັກຈະກິນຖົ່ວ ຫຼື ອັລມອນ

ຖ້າທ່ານສັງເກດດີໆ ຈະເຫັນວ່າຄົນສຸຂະພາບດີສ່ວນໃຫຍ່ບໍ່ຄ່ອຍກິນເຂົ້າໜົມຈຸກຈິກ ແຕ່ຈະກິນຖົ່ວ ຫຼື ອັລມອນເປັນຂອງວ່າງ ເຊິ່ງປະໂຫຍດຂອງຖົ່ວ ຫຼື ເມັດອັລມອນ ນອກຈາກຈະເປັນຂອງກິນຫຼິ້ນເພື່ອຊ່ວຍຄວບຄຸມນ້ຳໜັກໄດ້ແລ້ວ ຍັງດີຕໍ່ລະບົບເຜົາຜານອາຫານໃນຮ່າງກາຍ ດີຕໍ່ສຸຂະພາບຂອງສະໝອງຊ່ວຍໃນເລື່ອງຂອງຄວາມຈື່ຈຳ ດັ່ງນັ້ນ ຄົນທີ່ກິນຖົ່ວ ຫຼື ອັລມອນເປັນປະຈຳ ມັກຈະມີສຸຂະພາບທີ່ດີ ແລະ ບໍ່ຄ່ອຍມີບັນຫາໃນເລື່ອງຂັບຖ່າຍ.

5 ຄົນທີ່ສຸຂະພາບດີມັກຈະຮູ້ວ່າການນັ່ງຢູ່ລ້າໆ ບໍ່ເກີດປະໂຫຍດ

ທຸກຄົນຮູ້ດີວ່າການອອກກຳລັງກາຍຢ່າງສະໝ່ຳສະເໝີຈະຊ່ວຍໃຫ້ມີສຸຂະພາບທີ່ແຂງແຮງ ແຕ່ກໍບໍ່ແມ່ນກັບທຸກຄົນທີ່ຈະເຂົ້າຟິດເນສ ແລະ ອອກກຳລັງກາຍຈົນເປັນນິໄສ ແຕ່ຄົນທີ່ສຸຂະພາບດີຮູ້ດີວ່າ ການນັ່ງຢູ່ດົນໆ ກໍບໍ່ສົ່ງຜົນທີ່ດີຕໍ່ຕົນເອງ ການຍ່າງໄປມາໃນບ່ອນເຮັດວຽກເພື່ອຜ່ອນຄາຍ ຫຼື ໃຊ້ຄັນໄດແທນລິບກໍສາມາດເຮັດໃຫ້ທ່ານບໍ່ເປັນຄົນຂີ້ຄ້ານ ນັັ່ງຕຸ້ຍຢູ່ກັບຕັ່ງໄດ້ເຊັ່ນກັນ.