ກຸ່ມບໍລິສັດຄໍາໄພຊະນະ ຈະສະໜອງງົວເຂົ້າຕະຫຼາດນະຄອນຫຼວງວຽງຈັນເດືອນລະ 100ໂຕ

897

ບໍລິສັດ ຄໍາໄພຊະນະ ເຄພີຈີ ພັດທະນາກະສິກໍາ ແລະ ປ່າໄມ້ຄົບວົງຈອນ ແຂວງໄຊສົມບູນ ຈໍາກັດຜູ້ດຽວ ໄດ້ເຊັນສັນຍາສະໜອງງົວໃຫ້ບໍລິສັດສະບຽງອາຫານນະຄອນຫຼວງວຽງຈັນ ເບື້ອງຕົ້ນສະໜອງງົວເດືອນລະ 100 ໂຕ. ຂະນະທີ່ເປົ້າໝາຍຂອງບໍລິສັດ ຮອດປີ 2025 ຈະສະໜອງງົວໃຫ້ພໍ່ແມ່ປະຊາຊົນລ້ຽງໃຫ້ໄດ້ 11.111 ໂຕ.


ພິທີເຊັນສັນຍາຊື້-ຂາຍ ງົວ, ຄວາຍ ແລະ ແບ້ ມີຂຶ້ນວັນທີ 22 ພະຈິກ 2021 ທີ່ພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ(ອຄ.ນວ) ໂດຍການລົງນາມ ຂອງທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດ ຄໍາໄພຊະນະ ເຄພີຈີ ພັດທະນາກະສິກໍາ ແລະ ປ່າໄມ້ຄົບວົງຈອນ ແຂວງໄຊສົມບູນ ຈໍາກັດຜູ້ດຽວ ກັບ ທ່ານ ຄໍາຫຼ້າ ແສງດາວົງ ຜູ້ອໍານວຍການ ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ, ທ່ານ ໂພຄໍາ ໄຊຍະສອນ ຫົວໜ້າຫ້ອງວ່າການ ນວ, ທ່ານ ຫົວໜ້າພະແນກແຜນການການ ແລະ ການລົງທຶນ ແຂວງໄຊສົມບູນ ແລະ ພະແນກການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.


ທ່ານ ບຸນລໍ້າ ວົງສຸທິ ຮອງຫົວໜ້າພະແນກ ອຄ.ນວ ກ່າວວ່າ: ການລົງນາມຄັ້ງນີ້ເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດການຕົກລົງຂອງກອງປະຊຸມພົບປະລະຫວ່າງການນໍາຂັ້ນສູງຂອງ ນະຄອນຫຼວງວຽງຈັນ ກັບ ແຂວງໄຊສົມບູນ ຄັ້ງວັນທີ 24 ພະຈິກ 2020 ທີ່ຫ້ອງວ່າການແຂວງໄຊສົມບູນ ເຊິ່ງມີການເຫັນດີເປັນເອກະພາບສ້າງບົດບັນທຶກນໍາກັນ8 ຂໍ້, ເຊິ່ງການເຊັນສັນຍາມື້ນີ້ແມ່ນປະຕິບັດ ຂໍ້ທີ 5 ເປັນຕົ້ນແມ່ນ ແຂວງໄຊສົມບູນເຫັນດີຮ່ວມກັບພາກທຸລະກິດໂດຍສະເພາະແມ່ນກຸ່ມບໍລິສັດຄໍາໄພຊະນະ ກໍ່ສ້າງຈໍາກັດ ສະໜອງງົວ – ຄວາຍ ໃຫ້ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ.


ສໍາລັບປະເພດສັດຕ່າງໆທີ່ທາງບໍລິສັດ ຄໍາໄພຊະນະ ເຄພີຈີ ພັດທະນາກະສິກໍາ ແລະ ປ່າໄມ້ ຄົບວົງຈອນ ຢູ່ແຂວງໄຊສົມບູນ ຈໍາກັດຜູ້ດຽວ ໄດ້ສົ່ງເສີມການລ້ຽງທີ່ແຂວງໄຊສົມບູນ ແລະ ບັນດາແຂວງຕ່າງໆ ເພື່ອມາປ້ອນໃຫ້ໂຮງງານຂ້າສັດດອນດູ່ (ບໍລິສັດ ລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ) ເຊິ່ງລາຄາແມ່ນອີງຕາມທ້ອງຕະຫຼາດ ໂດຍມີລາຄາເລີ່ມຕົ້ນ ງົວ-ຄວາຍ ລາຄາ30.000 ກີບຕໍ່ກິໂລ(ງົວ-ຄວາຍເປັນ) ສ່ວນແບ້ກິໂລ 45.000 ກີບ (ແບ້ເປັນ) ໃນເບື້ອງຕົ້ນຈະສົ່ງງົວຂາຍຈໍານວນ 100 ໂຕຕໍ່ເດືອນ ສ່ວນຄວາຍ ແລະ ແບ້ຈະໄດ້ຕອບສະໜອງໃຫ້ຕາມຄວາມສາມາດຕົວຈິງ.

ທ່ານ ຄໍາໄພ ສົມຊະນະ ກ່າວວ່າ: ບໍລິສັດພວກເຮົາໄດ້ຈັດຕັ້ງຜັນຂະຫຍາຍ ຫົວຂໍ້ ຂອງພັກ – ລັດຖະບານທີ່ໃຫ້ນັກທຸລະກິດມີສ່ວນຮ່ວມໃນຫົວຂໍ້ ຮັກຊາດ ແລະ ພັດທະນາ ໂດຍໄດ້ຊ່ວຍສົ່ງເສີມພໍ່ແມ່ປະຊາຊົນ ແຕ່ຕົ້ນປີ 2018 ເປັນຕົ້ນມາ ຂ້າພະເຈົ້າ ໄດ້ດໍາເນີນຕາມຫົວຂໍ້ດັ່ງກ່າວ ໂດຍນໍາເອົາແນວພັນຫຍ້າ, ແນວພັນສັດລ້ຽງ ໄປສົ່ງເສີມປະຊາຊົນປູກ, ລ້ຽງ ໃນເມືອງອະນຸວົງ ແລະ ເມື່ອງທ່າໂທມແຂວງໄຊສົມບູນ 455 ຄອບຄົວ ກວ່າຄອບຄົວ, ງົວທີ່ຢູ່ໃນເມືອງມີ 2 ພັນກວ່າໂຕ ແລະ ງົວຢູ່ໃນເມືອງ ນາຊາຍທອງ ເກືອບ 3 ພັນໂຕ ເຊິ່ງໃນປີ 2022 ກໍຈະລົງຂະຫຍາຍເນື້ອທີ່ປູກຫຍ້າ ໃນເນື້ອທີ່ 300 ເຮັກຕາ ເພື່ອລ້ຽງງົວເປັນຟາມ, ເປົ້າໝາຍຮອດປີ 2025 ພວກເຮົາຈະໃຫ້ສາມາດສົ່ງເສີມພໍ່ແມ່ປະຊາຊົນ ລ້ຽງງົວໃຫ້ໄດ້ 11.111 ໂຕ.


ທ່ານ ຄໍາຫລ້າ ແສງດາວົງ ກ່າວວ່າ: ການເຊັນສັນຍາຄັ້ງນີ້ຈະເປັນໂອກາດດີ ທີ່ໄດ້ຜັນຂະຫຍາຍເນື້ອໃນຈິດໃຈຂອງພັກ – ລັດຖະບານ ທີ່ວາງອອກໃນແຕ່ລະໄລຍະ, ມື້ນີ້ພວກເຮົາຈະເຂົ້າເຖິງແຫຼ່ງວັດຖຸດິບ ທີ່ໄດ້ມາດຕະການມີການຜະລິດທີ່ສະຖຽນ ໃຫ້ແກ່ໂຮງງານຂ້າສັດດອນດູ່ ເຊິ່ງເປັນຕ່ອງໂສ້ໜຶ່ງທີ່ເຮັດໃຫ້ການຜະລິດກະສິກໍາມີຄວາມເຂັ້ມແຂງ ບໍລິສັດເພີ່ນເປັນຜູ້ສະໜອງວັດຖຸດິບ, ໂຮງງານຂອງພວກເຮົາເປັນຜູ້ປຸງແຕ່ງ ແລະ ຈໍາໜ່າຍ ເຊິ່ງຈະເຮັດໃຫ້ພວກເຮົາລົບລ້າງຄໍາວ່າເຫຼືອບໍ່ພໍໃນອະນາຄົດ; ລາຄາຍຸຕິທໍາ ບໍ່ເອົາປຽບຜູ້ຜະລິດ ແລະ ຜູ້ບໍລິໂພກ ທຸກຝ່າຍມີຜົນປະໂຫຍດ ທຸກຝ່າຍມີຜົນກໍາໄລຮ່ວມກັນ.


ທ່ານ ເທບຄໍາພູ ສົມຊະນະ ຜູ້ອໍານວຍການ ບໍລິສັດ ຄໍາໄພຊະນະ ເຄພີຈີ ພັດທະນາກະສິກໍາ ແລະ ປ່າໄມ້ຄົບວົງຈອນ ແຂວງໄຊສົມບູນ ຈໍາກັດຜູ້ດຽວ ກ່າວວ່າ: ອີງໃສ່ການຜັນຂະຫຍາຍ ເນື້ອໃນຈິດໃຈຂອງລັດຖະບານ ຊຸກຍູ້ສົ່ງເສີມການປູກ – ການລ້ຽງ ໃຫ້ເປັນສິນຄ້າພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ທາງບໍລິສັດໄດ້ກຽມຄວາມພ້ອມ ແລະ ມີຟາມງົວຢູ່ບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປັນຟາມງົວຂຸນເພື່ອເປັນສິນຄ້າ ມີງົວລ້ຽງໝູນໃນຟາມ 1.300 ໂຕ, ຟາມງົວຢູ່ບ້ານນ້ອຍ(ເຂດຫ້ວຍຊອນ – ຫ້ວຍຊົ້ວ ) ເປັນຟາມລ້ຽງງົວພໍ່ແມ່ພັນ ລວມມີ 1.500 ໂຕ, ແລະ ໂຄງການປູກຫຍ້າເນື້ອທີ 300 ເຮັກຕາ ທີ່ບ້ານ ນາຊັບ, ນໍ້າກ້ຽງ ເພື່ອຮອງຮັບການປູກຫຍ້າປ້ອນ ຟາມງົວຂອງບໍລິສັດ.


ສໍາລັບຢູ່ແຂວງໄຊສົມບູນ ໂຄງການ ສົ່ງເສີມລ້ຽງງົວແມ່ພັນຢູ່ 2 ເມືອງຄື ເມືອງ ອະນຸວົງ (ເຂດຈຸມສຸມບ້ານອອມ, ບ້ານກໍໄຮ) ແລະ ເມືອງທ່າໂທມ. ໃນ 2 ເມືອງ ມີປະຊາຊົນ 455 ຄອບຄົວ ລວມງົວທີ່ຍັງມີຊີວິດຈໍານວນ 1.634 ໂຕ.ທ່ານ ພູຂົງ ບັນນະວົງ ໄດ້ສະແດງຄວາມຊົມເຊີຍ ທັງສອງພາກສ່ວນທີ່ບັນລຸຂໍ້ຕົກລົງ ແລະ ເຊັນສັນຍາໃນຄັ້ງນີ້ ພ້ອມນັ້ນຮຽກຮ້ອງໃຫ້ ຂະແໜງການກ່ຽວຂ້ອງຂອງພາກລັດ ຈົ່ງໄດ້ເອົາໃຈໃສ່ ສືບຕໍ່ ຊຸກຍູ້ສົ່ງເສີມໝາກຜົນໃນການເຊັນສັນຍາຄັ້ງນີ້ ຊ່ວຍອໍານວຍຄວາມສະດວກ ເພື່ອເຮັດໃຫ້ຂະບວນການຜະລິດ ແລະ ສະໜອງມີຄວາມຕໍ່ເນື່ອງ ແລະ ຜັນຂະຫຍາຍໄປໃນ ຫົວຂໍ້ຕ່າງໆ ທີ່ໄດ້ຕົກລົງຮ່ວມກັນ.