ສະຫະລັດ ຈັບມືກັບ 4 ປະເທດ ກຽມປ່ອຍນ້ຳມັນຈາກຄັງສຳຮອງ ດຶງລາຄານ້ຳມັນລົງ

921

ສຳ​ນັກ​ຂ່າວ​ຣອຍ​ເຕີ ລາຍ​ງານ​ໃນ​ວັນ​ທີ 18 ພະ​ຈິກ​ຜ່ານ​ມາ​ວ່າ ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຈາກ​ຈີນ, ຍີ່​ປຸ່ນ, ສ ເກົາຫຼີ ແລະ ອິນ​ເດຍ ອອກ​ມາ​ຢືນ​ຢັນ​ກົງ​ກັນ​ວ່າ ໄດ້​ຮັບ​ການ​ຕິດ​ຕໍ່​ຈາກ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໃຫ້​ປ່ອຍ​ນ້ຳ​ມັນ​ດິບ​ໃນ​ຄັງ​ສຳ​ຮອງ​ເຊີງ​ຍຸດ​ທະ​ສາດ (SPR) ເພື່ອ​ເພີ່ມ​ປະ​ລິ​ມານ​ນ້ຳ​ມັນ​ດິບ​ໃນ​ຕະຫຼາດ​ໂລກ ດຶງ​ລາ​ຄາ​ນ້ຳ​ມັນຫຼຸດ​ລົງ ຫຼັງ​ຈາກ​ທີ່​ປັບ​ຂຶ້ນ​ສູ່​ລະ​ດັບ​ສູງ​ສຸດ​ເມື່ອ​ເດືອນ​ຕຸ​ລາ​ຜ່ານ​ມາ.

ຄວາມ​ເຄື່ອນ​ໄຫວ​ດັ່ງ​ກ່າວ ສົ່ງ​ຜົນ​ໃຫ້​ລາ​ຄາ​ນ້ຳ​ມັນ​​ດິບໃນ​ຕະຫຼາດ​ໂລກຫຼຸດ​ລົງ​ທັນ​ທີ ໂດຍ​ວັນ​ທີ 17 ພະ​ຈິກ​ຜ່ານ​ມາ ລາ​ຄາ​ນ້ຳ​ມັນ​ດິບ​ເບ​ຣນຫຼຸດ​ລົງ 4% ຢູ​ທີ່ 80,28 ໂດ​ລາ​ຕໍ່​ບາ​ເຣ​ລ ແລະ ຍັງ​ມີ​ທ່າ​ອ່ຽງຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ, ສ່ວນ​ນ້ຳ​ມັນ​ດິບ WTI ຫຼຸດ​ລົງ 3% ປິດ​ທີ່ 78,36 ໂດ​ລາ​ຕໍ່​ບາ​ເຣ​ລ ໃນ​ວັນ​ທີ 17 ພະ​ຈິກ​ຜ່ານ​ມາ.

ທັງ​ນີ້ ເຈົ້າ​ໜ້າ​ທີ່​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ປຶກ​ສາ​ຫາ​ລື​ເຖິງ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ປ່ອຍ​ນ້ຳ​ມັນ​ຈາກ​ຄັງ​ SPR ມາ​ໄລ​ຍະ​ໜຶ່ງ​ແລ້ວ ໂດຍ​ຢ່າງ​ໜ້ອຍ​ມີ 4 ປະ​ເທດ ເຊິ່ງ​ເປັນ​ປະ​ເທດ​ທີ່​ບໍ​ລິ​ໂພກ​ນ້ຳ​ມັນ​ລາຍ​ໃຫຍ່​ຂອງ​ອາ​ຊີ ກຳ​ລັງ​ພິ​ຈາ​ລະ​ນາ ເພື່ອ​ດຳ​ເນີນ​ການ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ທີ່​ຈະ​ເລີ່ມ​ປ່ອຍ​ນ້ຳ​ມັນ​ອອກ​ສູ່​ຕະຫຼາດ​ໃນ​ອາ​ທິດ​ຈະ​ເຖິງ​ນີ້.

ລາຍ​ງານ​ລະ​ບຸ​ວ່າ ເຈົ້າ​ໜ້າ​ທີ່​ຈາກ​ສຳ​ນັກ​ງານ​ຄັງ​ສຳ​ຮອງ​ນ້ຳ​ມັນ​ແຫ່ງ​ລັດ​ຈີນ ຍອມ​ຮັບ​ວ່າ ຈີນ​ກຳ​ລັງ​ພິ​ຈາ​ລະ​ນາ​ເລື່ອງ​ດັ່ງ​ກ່າວ, ໃນ​ຂະ​ນະ​ທີ່​ກະ​ຊວງ​ອຸດ​ສາ​ຫະ​ກຳ​ຂອງ​ຍີ່​ປຸ່ນ​ຢືນ​ຢັນ​ວ່າ ໄດ້​ຮັບ​ຄຳ​ຮ້ອງ​ຂໍ​ຈາກ​ສະ​ຫະ​ລັດ ແຕ່​ຕາມ​ກົດ​ໝາຍ​ຂອງ​ຍີ່​ປຸ່ນ​ແລ້ວ ນ້ຳ​ມັນ​ໃນ​ຄັງ​ສຳ​ຮອງ​ບໍ່​ສາ​ມາດ​ນຳ​ມາ​ໃຊ້ ເພື່ອ​ກົດ​ດັນ​ໃຫ້​ລາ​ຄາ​ນ້ຳ​ມັນ​ໃນ​ຕະຫຼາດຫຼຸດ​ລົງ​ໄດ້, ສ່ວນ ສ ເກົາຫຼີ​ ກຳ​ລັງ​ພິ​ຈາ​ລະ​ນາ​ຄຳ​ຮ້ອງ​ຂໍ​ດັ່ງ​ກ່າວ ພ້ອມ​ລະ​ບຸ​ວ່າການ​ປ່ອຍ​ນ້ຳ​ມັນ​ຈາກ​ຄັງ​ສຳ​ຮອງ ບໍ່​ໄດ້​ຕ້ອງ​ການ​ໃຫ້​ລາ​ຄາຫຼຸດ​ລົງ ແຕ່​ເປັນ​ການ​ປັບ​ອຸ​ປະ​ທານ​ໃນ​ຕະຫຼາດ​ໃຫ້​ມີ​ຄວາມ​ສົມ​ດູນ​ກັນ.