SUZUKI CUP 2020 ທີ່ສິງກະໂປ ຈະບໍ່ມີ VAR ໃຊ້ 3 ສະໜາມແຂ່ງ,​ ກໍານົດສົ່ງລາຍຊື່ 24 ພະຈິກນີ້

612

ສະຫະພັນບານເຕະອາຊຽນ ( AFF ) ຢືນຢັນວ່າ: ການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນ ຫຼື AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ຈະບໍ່ມີການໃຊ້ເທັກໂນໂລຢີ ວີດີໂອຊ່ວຍຜູ້ຕັດສິນ ( VAR ) ຫຼັງຈາກທີ່ຜູ້ຕັດສິນພ້ອມ.

ຂະນະທີ່ Aseanfootball ເພຈ໌ບຸກລາຍງານຄວາມເຄື່ອນໄຫວຂອງບານເຕະອາຊຽນ ເປີດເຜີຍວ່າ: ຈະມີການໃຊ້ 3 ສະໜາມຮອງຮັບການແຂ່ງຂັນລາຍການນີ້ຄື: ສະໜາມກີລາແຫ່ງຊາດ ( ສິງກະໂປ ເນຊັນ ສະເຕດ້ຽມ ), ບິຊານ ສະເຕດ້ຽມ ແລະ ຈາລັນ ເບຊາ ສະເຕດ້ຽມ ໃນປະເທດສິງກະໂປ.

ສ່ວນກໍານົດສົ່ງລາຍຊື່ນັກເຕະຂອງແຕ່ລະຊາດ ຄື: ສົ່ງ 30 ລາຍຊື່ພາຍໃນວັນທີ 24 ພະຈິກ 2021, ແຕ່ລະນັດສາມາດສົ່ງຊື່ 23 ຄົນ ແລະ ປ່ຽນຊື່ໄດ້ທຸກນັດຈາກທັງໝົດ 30 ຄົນ; ແຕ່ລະນັດສາມາດປ່ຽນຕົວສໍາຮອງໄດ້ 5 ຄົນ ບໍ່ເກີນ 3 ຄັ້ງ ໂດຍຮອບນ໊ອກເອົ້າຖ້າມີຕໍ່ເວລາປ່ຽນເພີ່ມໄດ້ອີກ 1 ຄົນ. ນອກນັ້ນ, ຮອບຮອງຊະນະເລີດ ແລະ ຮອງຊີງຊະນະເລີດ ຢຶດຫຼັກການແຂ່ງຮອບລະ 2 ນັດຄືເກົ່າ ເຖິງວ່າຈະໄປຈັດທີ່ປະເທດສິງກະໂປ ພຽງປະເທດດຽວກໍຕາມ.

ລາຍການນີ້ຮອບແບ່ງກຸ່ມໄດ້ມາຄົບ 10 ທີມໂດຍແບ່ງເປັນ 2 ກຸ່ມ ດັ່ງນີ້:
-A ປະກອບມີ: ໄທ, ສິງກະໂປ, ຟິລິບປິນ, ມຽນມາ ແລະ ຕີມໍ ເລັສເຕ
-B ປະກອບມີ: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ກໍາປູເຈຍ ແລະ ລາວ