ລະອຽດຜູ້ເສຍຊີວິດກໍລະນີ 132 ຄົນ ເປັນຄົນແຂວງບໍລິຄໍາໄຊ

644

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວັນທີ 21 ພະຈິກ 2021, ກວດພົບຜູ້ຕິດເຊືື້ອໃໝ່ 999 ຄົນ (ຕິດເຊື້ອພາຍໃນ ມີ 995 ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ) ເສຍຊີວິດ 1 ຄົນ

ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້ ເພດຍິງ, ອາຍຸ 58 ປີ, ອາຊີບ: ແມ່ເຮືອນ, ບ້ານສີສະຫວາດ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ

ໃນວັນທີ່ 20 ພະຈິກ 2021: ໂຮງໝໍມິດຕະພາບໄດ້ຮັບຄົນເຈັບທີ່ສົ່ງມາແຕ່ໂຮງໝໍແຂວງບໍລິຄໍາໄຊ
ມື້ດຽວກັນນັ້ນ, ຄົນເຈັບມາຮອດພະແນກສຸກເສີນ ຂອງໂຮງໝໍມິດຕະພາບ ດ້ວຍອາການກະວົນກະວາຍ, ອິດເມື່ອຍ, ຫາຍໃຈຝືດ, ຫາຍໃຈໄວ, ນອນພຽງບໍ່ໄດ້ ບໍ່ມີນ້ຳຍ່ຽວໄດ້ 03 ມື້້ (ລວມປະຈຸບັນ 05 ມື້) ມີອາການບວມໃບໜ້າ ທັງແຂນ ແລະ ຂາ ມີເລືອດສີແດງສົດຊືມຢູ່ເຂດຜ່າຕັດ (ໜ້າທ້ອງ)


ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ດ້ວຍ Gen expert ກວດພົບເຊື້ອ
ພະຍາດປະຈໍາຕົວ: ບໍ່ເຄີຍກວດພະຍາດ, ແຕ່ວ່າວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ຜ່າຕັດໜີ້ວຖົງບີ ທີ່ໂຮງໝໍແຂວງບໍລິຄໍາໄຊ ແລະ ມີເລືອດຊືມທາງບາດແຜບໍ່ຢຸດ ຍ້ອນຂາດປັດໃຈການກ້າມຂອງເລືອດ (ຕາມການບອກເລົ່າຂອງລູກສາວເປັນພະນັກງານແພດ) ໄດ້ໃສ່ເລືອດຫຼາຍຖົງຈາກໂຮງໝໍແຂວງ


ສັກຢາວັກຊີນ J&J ຄົບ ໄລຍະນອນປິ່ນປົວຢູ່ໂຮງໝໍມິດຕະພາຍ ແຕ່ວັນທີ 20-21 ພະຈິກ 2021, ເປັນເວລາ 02 ມື້ ຄົນເຈັບກໍ່ໄດ້ຮັບການເອົາໃຈໃສ່ຈາກແພດໝໍເພື່ອເຊີດຊູ
ມາຮອດເວລາ 22:15 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ


ມະຕິພະຍາດ Critical covid19 (Severe pneumonia, Sepsis, AKI, ARDS) ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ
ມາຮອດວັນທີ 22 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 63.159 ຄົນ, ເສຍຊີວິດສະສົມ 132 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 463 ຄົນ, ກໍາລັງປິ່ນປົວ 11.490 ຄົນ.