ກວດພົບຜູ້ຕິດເຊື້ອໃໝ່ 999 ຄົນ, ເສຍຊີວິດ 1 ຄົນ

461

ສະຖານະການໂຄວິດ 19 ມືນີ້ 22 ພະຈິກ 2021, ພົບຜູ້ຕິດເຊື້ອໃໝ່ 999 ຄົນ, ພາຍໃນ 995 ຄົນ, ນໍາເຂົ້າ 4 ຄົນ, ເສຍຊີວິເພີ່ມ 1 ຄົນ


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວັນທີ 21 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4.793 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 999 ຄົນ (ຕິດເຊື້ອພາຍໃນ ມີ 995 ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 995 ຄົນ ຈາກ 16 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 407 ຄົນ ໃນ 156 ບ້ານ ແລະ 8 ເມືອງ ໃນເມືອງຈັນທະບູລີ 42 ຄົນ ຈາກ 21 ບ້ານ, ເມືອງສີໂຄດຕະບອງ 67 ຄົນ ຈາກ 28 ບ້ານ, ເມືອງໄຊເສດຖາ 91 ຄົນ ຈາກ 33 ບ້ານ, ເມືອງສີສັດຕະນາກ 46 ຄົນ ຈາກ 15 ບ້ານ, ເມືອງນາຊາຍທອງ 23 ຄົນ ຈາກ 8 ບ້ານ, ເມືອງໄຊທານີ 100 ຄົນ ຈາກ 32 ບ້ານ, ເມືອງຫາດຊາຍຟອງ 30 ຄົນ ຈາກ 18 ບ້ານ, ເມືອງສັງທອງ 1 ຄົນ ຈາກ 1 ບ້ານ ແລະ ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ


ສໍາລັບຕ່າງແຂວງ ຫຼວງພະບາງ ມີ 123 ຄົນ ໃນ 45 ບ້ານ ແລະ 8 ເມືອງ, ແຂວງວຽງຈັນ ມີ 99 ຄົນ ໃນ 17 ບ້ານ ແລະ 4 ເມືອງ, ຜົ້ງສາລີ ມີ 73 ຄົນ ໃນ 16 ບ້ານ ແລະ 6 ເມືອງ, ບໍ່ແກ້ວ ມີ 63 ຄົນ ໃນ 17 ບ້ານ ແລະ 2 ເມືອງ, ຈຳປາສັກ ມີ 45 ຄົນ ໃນ 28 ບ້ານ ແລະ 5 ເມືອງ, ບໍລິຄຳໄຊ ມີ 37 ຄົນ ໃນ 13 ບ້ານ ແລະ 3 ເມືອງ

.

ສ່ວນ ແຂວງໄຊຍະບູລີ ມີ 35 ຄົນ, ຄຳມ່ວນ ມີ 22 ຄົນ ໃນ 7 ບ້ານ ແລະ 2 ເມືອງສາລະວັນ ມີ 22 ຄົນ ໃນ 8 ບ້ານ ແລະ 3 ເມືອງ, ອຸດົມໄຊ ມີ 19 ຄົນ ໃນ 12 ບ້ານ ແລະ 1 ເມືອງ, ສະຫວັນນະເຂດ ມີ 17 ຄົນ ໃນ 13 ບ້ານ ແລະ 1 ເມືອງ, ອັດຕະປື 10 ຄົນ, ຫຼວງນ້ຳທາ ມີ 10 ຄົນ, 2 ຄົນມາຈາກ ໃນ 2 ບ້ານ ແລະ 1 ເມືອງ ແລະ 8 ຄົນ ແມ່ນຜູ້ທີ່ເດີນທາງມາຈາກແຂວງອື່ນເພື່ອເດີນທາງໄປເຂດບໍ່ເຕນ, ຫົວພັນ ມີ 11 ຄົນ ຈາກ 2 ເມືອງ, ເຊກອງ ມີ 6 ຄົນ ໃນ 4 ບ້ານ ແລະ 2 ເມືອງ


ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 4 ຄົນ ຈາກ ສະຫວັນນະເຂດ 1 ຄົນ, ສາລະວັນ 1 ຄົນ ແລະ ແຂວງຫົວພັນ 2 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 22 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 63.159 ຄົນ, ເສຍຊີວິດສະສົມ 132 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 463 ຄົນ, ກໍາລັງປິ່ນປົວ 11.490 ຄົນ.