ໄທເຂັ້ມງວດຂຶ້ນພ້ອມປັບໃໝ ແລະສົ່ງຄືນກັບປະເທດ ກໍລະນີແຮງງານລັກລອບເຂົ້າເມືອງຜິດກົດໝາຍ

579

ຫຼັງຈາກທີ່ ໄທໄດ້ອອກແຈ້ງວ່າຈະຮັບແຮງງານຈຳນວນ 4 ແສນຄົນໃນສາມສັນຊາດ ເຊິ່ງວ່າລາວເຮົາກໍ່ເປັນໜຶ່ງໃນນັ້ນ ກໍ່ໄດ້ສ້າງຄວາມສົນໃຈເປັນຢ່າງຫຼາຍສຳລັບແຮງງານ ທີ່ຕ້ອງການເດີນທາງໄປເຮັດຊອກວຽກເຮັດງານທຳ ໃຫ້ກັບຕົນເອງ ແຕ່ວ່າທາງໄທແມ່ນຈະໄດ້ເຂັ້ມງວດ ຖ້າຫາກມີແຮງງານລັກລອບເຂົ້າແບບຜິດກົດໝານຍ ພ້ອມສົ່ງຄືນກັບປະເທດໂດຍທັນທີ.

ເມື່ອວັນທີ 12 ພະຈິກ 2021 ຜ່ານມາ, ສະຖານເອກອັກຄະລັດຖະທູດ ສປປລາວ-ບາງກອກ, ໄດ້ແຈ້ງເຖິງ ກະຊວງການຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບ ລັດຖະບານໄທ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ 3 ສັນຊາດຄື: ກຳປູເຈຍ, ມຽນມາ ແລະ ລາວ ສືບຕໍ່ຢູ່ເຮັດວຽກໃນປະເທດໄທ ເປັນກໍລະນີພິເສດຕາມມະຕິຂອງ ຄຣມ .

ໃນແຈ້ງການຂອງສະຖານເອກອັກຄະລັດຖະທູດ ໄດ້ລະບຸວ່າ: ເລີ່ມແຕ່ວັນທີ 1 ພະຈິກ 2021 ເປັນຕົ້ນມາ, ລັດ ຖະບານຂອງໄທ ໄດ້ປະກາດເປີດປະເທດຮັບເອົານັກທ່ອງທ່ຽວຈາກ 63 ປະເທດໃຫ້ສາ ມາດເດີນທາງເຂົ້າປະເທດໂດຍບໍ່ຕ້ອງຈຳກັດບໍລິເວນ 14 ວັນ ເພື່ອເລັ່ງການຟື້ນຟູເສດຖະກິດ ພາຍຫຼັງທີ່ໄດ້ຮັບຜົນກະທົບຢ່າງໜັກຕໍ່ການລະບາດຂອງເຊື້ອພະຍາດໂຄວິດ-19

ຈາກການປະກາດດັ່ງກ່າວ ໄດ້ສ້າງຄວາມບໍ່ເຂົ້າໃຈຕໍ່ກັບບາງກຸ່ມຄົນ ເປັນຕົ້ນ ບັນດາຜູ້ອອກ ແຮງງານຈາກປະເທດໃກ້ຄຽງເຂົ້າໃຈຜິດວ່າ ສາມາດເດີນທາງກັບເຂົ້າມາເຮັດວຽກຢູ່ໄທໄດ້ແລ້ວ, ເຊິ່ງໃນສອງອາທິດຜ່ານມາ ໄດ້ມີແຮງງານຈາກປະເທດມຽນມາ 342 ຄົນ ພາກັນລັກລອບເຂົ້າເມືອງແບບຜິດກົດໝາຍ ແລະ ຖືກເຈົ້າໜ້າທີ່ຂອງຝ່າຍໄທຈັບ, ປັບໃໜ ແລະ ສົ່ງຄືນປະເທດ. ເຊິ່ງວ່າກ່ອນການເດີນທາງແຮງງານກຸ່ມນີ້ຕ້ອງໄດ້ຈ່າຍເງິນປະມານ 25.000 ບາດຕໍ່ຄົນ ໃຫ້ກັບຂະບວນການນາຍໜ້າ ເພື່ອແລກກັບການອໍານວຍຄວາມສະດວກໃນການເດີນທາງ, ຕໍ່ກັບເຫດການແບບນີ້ບໍ່ວ່າແຕ່ເປັນຄົນສັນຊາດໃດ ຫາກຖືຈັບໄດ້ແມ່ນຈະຖືກປັບໃໝໃສ່ໂທດຕາມລະບຽບການພ້ອມສົ່ງກັບຄືນປະເທດໂດຍບໍ່ມີນະໂຍບາຍໃດໆ.

ໃນວັນທີ 5 ພະຈິກ 2021, ກະຊວງມະຫາດໄທ ໄດ້ອອກປະກາດຕາມມະຕິຂອງ ຄຣມ ເຫັນດີອະນຸຍາດໃຫ້ແຮງງານຕ່າງປະເທດທັງ ກຳປູເຈຍ, ມຽນມາ ແລະ ລາວ ສືບຕໍ່ຢູ່ເຮັດວຽກໃນປະເທດໄທເປັນກໍລະນີພິເສດ ເຖິງວ່າແຮງງານເຫຼົ່ານັ້ນ ຈະຢູ່ຢ່າງຖືກຕ້ອງ ຫຼື ບໍ່ຖືກຕ້ອງຕາມກົດໝາຍກໍຕາມ. ຕໍ່ກັບນະໂຍບາຍ ແລະ ມາດຕະການຕ່າງໆທີ່ລັດຖະບານໄທ ອອກມານັ້ນ ເປັນວິທີການແກ້ໄຂບັນຫາການຂາດ ແຄນແຮງງານຕ່າງປະເທດ.

ໃນປັດຈຸບັນ ຕະຫຼາດແຮງງານຂອງໄທ ຕ້ອງການນຳໃຊ້ແຮງງານຈາກ 3 ສັນຊາດ: ກຳປູ ເຈຍ, ມຽນມາ ແລະ ລາວ ປະມານ 4 ແສນກວ່າຄົນ ເພື່ອສະໜອງເຂົ້າໃນຫົວໜ່ວຍທຸລະກິດ, ໂຮງຈັກໂຮງງານ ແລະ ປະເພດຕຳແໜ່ງງານທີ່ແຮງງານຄົນໄທມີໜ້ອຍ, ນອກນັ້ນ ການເປິດປະເທດຍັງເຮັດໃຫ້ຄວາມຕ້ອງການນຳໃຊ້ແຮງງານເພີ່ມຂື້ນ ແລະ ຈະສົ່ງຜົນໃຫ້ບັນຫາການຂາດແຄນແຮງງານເພີ່ມທະວີ ຂື້ນ.

ສະນັ້ນ ເມື່ອຕະຫຼາດແຮງງານຂອງໄທ ມີຄວາມຕ້ອງການນຳເຂົ້າແຮງງານຕ່າງປະເທດຈຳນວນຫຼາຍ, ແນ່ນອນວ່າກຸ່ມຄົນບໍ່ຫວັງດີ, ນາຍໜ້າ ແລະ ຂະບວນການຕົວະຍົວະຫຼອກລວງເອົາແຮງງານຈາກປະເທດໃກ້ຄຽງເຂົ້າມາສະໜອງໃຫ້ຕະຫຼາດພາຍໃນປະເທດ ຈະນັບມື້ນັບມີຫຼາຍ ສະຖານທູດ ຈຶ່ງສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງຂອງລາວເຮົາ ເພື່ອຮ່ວມກັນວາງແຜນ ແລະ ແກ້ໄຂບັນຫາຄວາມຫຍຸ້ງຍາກທີ່ອາດຈະເກີດຂື້ນ.

(ຂ່າວສານ ຮສສ)