ເມືອງຄົງເຊໂດນ ເປີດຂະບວນການຜະລິດລະດູແລ້ງ

643

ເມືອງຄົງເຊໂດນ ແຂວງສາລະວັນ ເປັນເມືອງທີ່ມີເງື່ອນໄຂ ແລະ ທ່າແຮງທີ່ສຳຄັັນ ໃນການທຳການຜະລິດກະສິກຳ ຊື່ງສາມາດຜະລິດໄດ້ທັງ 2 ລະດູ, ປູກພືດຜັກຕ່າງໆ, ພືດໃຫ້ໝາກໄວ ແລະ ປູກເຂົ້າເປັນຫຼັກ, ຍ້ອນສະພາບຄວາມເອື້ອອຳນວຍທາງດ້ານທຳມະຊາດ, ພື້ນຖານໂຄງລ່າງ ແລະ ອື່ນໆ ເປັນຕົ້ນ: ມີແມ່ນ້ຳເຊໂດນ ໄຫຼຜ່ານຕະຫຼອດປີ ຈຶ່ງເປັນທ່າແຮງບົ່ມຊ້ອນທີ່ສຳຄັນໃນການຜະລິດ, ມີລະບົບຊົນລະປະທານຂະໜາດໃຫຍ່, ກາງ ແລະ ຝາຍນ້ຳລົ້ນອີກຫຼາຍແຫ່ງ ແໜ້ນໜາພໍສົມຄວນ. ເພື່ອເຮັດໃຫ້ຊາວກະສິກອນ ໄດ້ຫ້າງຫາກະກຽມ ເຂົ້າສູ່ການຜະລິດລະດູແລ້ງ ໄດ້ທ່ວງທັນເວລາ ເມືອງຄົງເຊໂດນ ໄດ້ຈັດພິທີເປີດຂະບວນການຜະລິດລະດູແລ້ງ ຢ່າງເປັນທາງການໃນທ້າຍອາທິດຜ່ານມາ.


ໃນປີຜ່ານມາ ເມືອງຄົງເຊໂດນ ໄດ້ວາງແຜນທຳການຜະລິດລະດູແລ້ງ ໃນເນື້ອທີ່ທັງໝົດ 4.297 ເຮັກຕາ ແຕ່ສາມາດປະຕິບັດຕົວຈິງໄດ້ 4.503 ເຮັກຕາ ລື່ນແຜນການທີ່ໄດ້ກຳນົດໄວ້, ຜົນຜະລິດ 20.263 ໂຕນ, ສະເລ່ຍ 4,5 ໂຕນຕໍ່ເຮັກຕາ ຍ້ອນຄວາມກະຕືລືລົ້ນຂອງຊາວກະສິກອນ ແລະ ຄວາມເອົາໃຈໃສ່, ທັງພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມ, ໃຫ້ຄວາມຮູ້ເຕັກນິກໃໝ່ໆໃນການປູກ, ມີບັນດາພື້ນຖານໂຄງລ່າງອຳນວຍຄວາມສະດວກ ເປັນຕົ້ນ: ການສະໜອງນ້ຳຫົດເນື້ອທີ່ ຂອງລະບົບຊົນລະປະທານ 33 ແຫ່ງ, ຝາຍນ້ຳລົ້ນ 3 ແຫ່ງ, ປະເພດຈັກສູບນ້ຳ 30 ແຫ່ງ. ແຕ່ສຳລັບປີນີີ້ ວາງແຜນການຜະລິດ ມີເນື້ອທີ່ທັງໝົດ 3.532 ເຮັກຕາ, ໃນນັ້ນປູກເຂົ້າ 3.362 ເຮັກຕາ ແລະປູກພືດຕ່າງໆ 170 ເຮັກຕາ ເຊິ່ງຫຼຸດລົງຍ້ອນວ່າ: ມີບາງໂຄງການຈຳນວນໜຶ່ງໄດ້ຢຸດການຜະລິດ ເພື່ອພື້ນຟູໂຄງການຄືນໃໝ່ ( ສ້ອມແປງຄືນໃໝ່ ).


ທ່ານ ສຳລອງ ພີມມະວັນ ນາຍບ້ານໆໂອກາດໃຫຍ່ ໄດ້ຜ່ານບົດສະຫຼຸບການຜະລິດລະດູແລ້ງ ໃນປີຜ່ານມາ: ບ້ານໂອກາດໃຫຍ່ ເປັນຈຸດສຸມໜຶ່ງໃນການປູກເຂົ້າ, ພືດຜັກຕ່າງໆ ແລະເນື້ອທີ່ຜະລິດນາແຊງເກືອບ 100 ເຮັກຕາ. ສຳລັບການຜະລິດລະດູແລ້ງປີຜ່ານມາ ສາມາດປະຕິບັດໄດ້ 86 ເຮັກຕາ ໃນນັ້ນມີນາດຳ 55 ເຮັກຕາ, ນາຫວ່ານ 31 ເຮັກຕາ ສະເລ່ຍສະມັດຕະພາບ 5 ໂຕນຕໍ່ເຮັກຕາ.


ພິທີເປີດຂະບວນການຜະລິດລະດູແລ້ງຂອງເມືອງຄົງເຊໂດນ ຈັດຂຶ້ນໃນທ້າຍອາທິດຜ່ານມາທີ່ບ້ານໂອກາດໃຫຍ່, ໂດຍການເຂົ້າຮ່ວມຂອງ ທ່ານ ແຫວນເພັດ ລັດດາວົງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ທ່ານ ສະໄໝ ໂພທິສານ ເຈົ້າເມືອງເມືອງຄົງເຊໂດນ, ມີທ່ານຮອງຫົວໜ້າພະແນກກະສີກຳ ແລະປ່າໄມ້ແຂວງ, ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງ, ພະນັກງານວິຊາການ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ.

ພາບ-ຂ່າວ: ສິດຕາ ເພັດວົງສາ