ມາຮອດຈຸນີ້ແລ້ວ! ມາເບິ່ງສະຖານະການແຜ່ເຊື້ອໂຄວິດ19 ຢູ່ຫຼວງພະບາງ

738

ຮອດລະດູການທ່ອງທ່ຽວແລ້ວ ຫຼວງພະບາງແມ່ນເປົາໝາຍປາຍທາງຂອງການທ່ອງທ່ຽວພັກແຮມ ແຕ່ປີນີ້ຄົງງຽບເຫງົາ ຫຼັງພົບການລະບາດຂອງພະຍາດໂຄວິດ-19 ຫຼາຍວັນຕໍ່ເນື່ອງ ໃນລະດັບ 3 ໂຕເລກກໍ່ຄືແຕ່ລະວັນເກີນ 100 ຄົນ ແລະ ຫຼ້າສຸດນີ້ 22 ພະຈິກ 2021 ພົບຜູ້ຕິດເຊື້ອໃໝ່ອີກ 123 ຄົນ.

ໃນຕອນເຊົ້າວັນທີ 22 ພະຈິກ 2021 ຕາມການລາຍງານຂອງ ໂທລະພາບ ແຂວງ ຫຼວງພະບາງເຜີຍເລກການເກັບຕົວຢ່າງແມ່ນຢູ່ທີ່ 837 ຄົນ ແລະ ປະກົດວ່າເປັນຜົນບວກແມ່ນຈຳນວນ 123 ຄົນ ( ຕິດເຊື້ອ) ເຊິ່ງຖືວ່າເປັນຕົວເລກທີ່ສູງ ແລະ ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ສຳລັບໃນຕົວເລກ 123 ນີ້ນັ້ນແມ່ນປະກອບມີ: ນະຄອນຫຼວງພະບາງ 38 ຄົນ, ຈອມເພັດ 56 ຄົນ, ປາກແຊງ 2 ຄົນ, ຊຽງເງິນ 4 ຄົນ, ນ້ຳບາກ 3 ຄົນ, ປາກອູ 19 ຄົນ ແລະ ເມືອງນານ 1 ຄົນ ເຊິ່ງວ່າຕົວເລກນີ້ໃນແຕ່ລະເຂດແມ່ນຕິດເຊື້ອພາຍໃນທັງໝົດ ແຕ່ວ່າດີທີ່ບໍ່ມີການເສຍຊີວິດເພີ່ມໃນມື້ນີ້.

ສັງລວມມາຮອດປັດຈຸບັນ ແຂວງຫຼວງພະບາງແມ່ນມີຜູ້ຕິດເຊື້ອສະສົມທັງໝົດ 5.988 ຄົນ, ນຳເຂົ້າສະສົມ 55 ຄົນ, ພາຍໃນສະສົມ 5.933 ຄົນ, ເສຍຊີວິດສະສົມ 8 ຄົນ. ເຊິ່ງຖືວ່າເປັນສະຖານະການທີ່ໜ້າກັງວົນພໍສົມຄວນ ແຕ່ເຖິງຢ່າງໃດກໍ່ຕາມ ທຸກຢ່າງມີທາງອອກອັນສຳຄັນທຸກຄົນຕ້ອງຮ່ວມແຮງກັນ ສະພາບການຕິດເຊື້ອຈະຫຼຸດໜ້ອຍຖອຍລົງໄດ້.