ແກ້ “ສາຍຕາຍາວ” ຕາມອາຍຸ ດ້ວຍເຕັກໂນໂລຊີ “ເຟມໂຕເລສິກ ເພຣສບີຍອນ”

567

ການແກ້ໄຂບັນຫາສາຍຕາຍາວດ້ວຍ ເຟມໂຕເລສິກ ເພຣສບີຍອນ ຫຼື FemtoLASIK Presbyond (ແຕ່ກ່ອນເອີ້ນ LBV: Laser Blended Vision) ເປັນເຕັກໂນໂລຊີໃໝ່ທີ່ຊ່ວຍແກ້ໄຂບັນຫາສາຍຕາຍາວຕາມອາຍຸ ແລະ ສາຍຕາສັ້ນ, ອຽງ, ສາຍຕາຍາວແຕ່ກຳເນີດພ້ອມກັນ ຊ່ວຍໃຫ້ເບິ່ງເຫັນທັງໃນໄລຍະໃກ້, ໄລຍະກາງ ແລະ ໄລຍະໄກຊັດເຈນໃນຕາດຽວກັນ ໂດຍບໍ່ຕ້ອງເພິ່ງແວ່ນສາຍຕາ ເພີ່ມປະສິດທິພາບໃນການເບິ່ງເຫັນດີຍິ່ງຂຶ້ນ ດັ່ງນັ້ນ ການກວດຮັກສາເພື່ອແກ້ໄຂບັນຫາສາຍຕາຍາວຈຶ່ງເປັນສິ່ງສຳຄັນ ເພື່ອໃຫ້ດວງຕາພຽງຄູ່ດຽວຂອງເຮົາໃຊ້ງານຕໍ່ໄປໄດ້ໃນໄລຍະຍາວ.

ບັນຫາສາຍຕາຍາວ

ໂດຍບັນຫາສາຍຕາຍາວມີ 2 ແບບຄື:

1 ສາຍຕາຍາວໂດຍກຳເນີດ ເປັນອາການຜິດປົກກະຕິທາງສາຍຕາທີ່ມີຜົນຈາກການຖ່າຍທອດທາງພັນທຸກຳ ສາເຫດເກີດຈາກແກ້ວຕາແບນເກີນໄປ ຫຼື ຂະໜາດຂອງໜ່ວຍຕາສັ້ນເກີນໄປເມື່ອທຽບກັບຄວາມຍາວຂອງໜ່ວຍຕາ ເຮັດໃຫ້ການລວມແສງຕົກຫຼັງຈໍປະສາດຕາກາຍຈຸດຮັບພາບ ເຮັດໃຫ້ບໍ່ສາມາດເບິ່ງເຫັນວັດຖຸໃນໄລຍະໃກ້ໄດ້ຊັດເຈນ ແຕ່ເບິ່ງເຫັນວັດຖຸໃນໄລຍະໄກໄດ້ແຈ້ງ ຫຼື ອາດເຫັນບໍ່ແຈ້ງທັງໄລຍະໃກ້ ແລະ ໄກ.

2 ສາຍຕາຍາວຕາມອາຍຸ (ສາຍຕາສູງອາຍຸ) ກໍລະນີນີ້ເປັນໄປຕາມທຳມະຊາດເມື່ອອາຍຸຫຼາຍຂຶ້ນ ມັກເກີດໃນຄົນທີ່ມີອາຍຸຕັ້ງແຕ່ 40 ປີ ຂຶ້ນໄປ ສາເຫດເກີດຈາກເລນແກ້ວຕາທີ່ແຂງຂຶ້ນ ຄວາມຍືດຫຍຸ່ນໜ້ອຍລົງຕາມອາຍຸທີ່ຫຼາຍຂຶ້ນ ກ້າມຊີ້ນຮອບດວງຕາອ່ອນລ້າລົງ ເຮັດໃຫ້ເລນແກ້ວຕາບໍ່ສາມາດປັບຕົວໃຫ້ໂພງຂຶ້ນ ຫຼື ແບນລົງເພື່ອຊ່ວຍໃນການໂຟກັສພາບໄດ້ຄືເກົ່າ ເຮັດໃຫ້ບໍ່ສາມາດເບິ່ງເຫັນພາບໃນໄລຍະໃກ້ໄດ້ຊັດເຈນ ສົ່ງຜົນກະທົບຕໍ່ການໃຊ້ຊີວິດ ແລະ ກິດຈະວັດປະຈຳວັນຕ່າງໆ.

ວິທີແກ້ໄຂສາຍຕາຍາວ

ສາຍຕາຍາວທີ່ເກີດຂຶ້ນ ຫາກປ່ອຍໄວ້ບໍ່ໄດ້ຮັບການແກ້ໄຂ ອາດເຮັດໃຫ້ກິດຈະກຳ ຫຼື ວຽກທີ່ຕ້ອງການເຮັດນັ້ນແມ່ນໄດ້ຢ່າງບໍ່ເຕັມທີ່ ຄວາມສຸກໃນການໃຊ້ຊີວິດປະຈຳວັນຫຼຸດລົງ ດັ່ງນັ້ນ ການໄປພົບແພດຕາເພື່ອກວດຫາອາການ ແລະ ກວດຕາເປັນສິ່ງຈໍາເປັນ.

ໂດຍແພດຕາຈະແນະນຳວິທີການແກ້ໄຂທີ່ມີປະສິດທິພາບ ແລະ ເໝາະສົມກັບການໃຊ້ຊີວິດຂອງຄົນເຈັບແຕ່ລະຄົນ ດັ່ງນີ້:

1 ໃສ່ແວ່ນຕາ ສຳລັບຄົນສາຍຕາຍາວ ເບິ່ງໃກ້ບໍ່ແຈ້ງ ອາດໃສ່ແວ່ນສຳລັບສາຍຕາຍາວໄລຍະດຽວເພື່ອຊ່ວຍສຳລັບການເບິ່ງໄລຍະໃກ້ ເຊັ່ນ ການອ່ານໜັງສື ແຕ່ວ່າຊີວິດປະຈຳວັນໂດຍທົ່ວໄປມັກມີການເບິ່ງທັງໃນໄລຍະໃກ້-ໄກ ສະລັບກັນຕາມກິດຈະກຳ ເຮັດໃຫ້ຜູ້ມີສາຍຕາຍາວມັກມີບັນຫາກັບການຕ້ອງໃສ່ໆ ຖອດໆ ແວ່ນ ແກ້ໂດຍການໃສ່ແວ່ນສາຍຕາຊະນິດເບິ່ງເຫັນຫຼາຍໄລຍະ ຫຼື Progressive lens ເພື່ອການເບິ່ງເຫັນແຈ້ງທັງ 2 ໄລຍະຄືເບິ່ງໄກ ແລະ ເບິ່ງໃຫ້.

2 ການໃຊ້ເຕັກໂນໂລຊີແກ້ໄຂບັນຫາສາຍຕາຍາວຕາມອາຍຸໂດຍບໍ່ຕ້ອງເພິ່ງພາການໃສ່ແວ່ນຕາ ປະກອບດ້ວຍ: 1) Near Vision CK ການໃຊ້ຄື້ນວິທະຍຸແທນເລເຊີ ເພື່ອໃຫ້ຄວາມຮ້ອນເປັນຈຸດນ້ອຍໆ ສົ່ງຜ່ານໄປຍັງບໍລິເວນເນື້ອເຍື່ອແກ້ວຕາ ແລະ ເຮັດໃຫ້ແກ້ວຕາໂຄ້ງນູນຂຶ້ນ ແຕ່ມີຂໍ້ເສຍຄື ຜົນການຮັກສາຢູ່ບໍ່ຖາວອນ ປະມານ1-2 ປີ ຜົນຂອງການຮັກສາກໍຈະຄາຍຫາຍໄປ 2) Near Vision (Monovision) ການຮັກສາດ້ວຍວິທີນີ້ ແພດຈະເຮັດການແກ້ໄຂສາຍຕາດ້ວຍແສງເລເຊີຂ້າງທີ່ສະດວກໃຫ້ສາມາດເບິ່ງເຫັນໃນໄລຍະໄກແຈ້ງຂຶ້ນ ສ່ວນຕາຂ້າງທີ່ບໍ່ສະດວກຈະແກ້ໄຂໃຫ້ເຫຼືອສາຍຕາສັ້ນໄວ້ເລັກໜ້ອຍ ເພື່ອໃຊ້ໃນການເບິ່ງເຫັນໄລຍະໃກ້ໄດ້ຊັດເຈນ ແຕ່ເນື່ອງຈາກວິທີນີ້ເຮັດໃຫ້ຄ່າສາຍຕາສອງຂ້າງທີ່ຕ່າງກັນຫຼາຍ ຜູ້ປ່ວຍອາດປັບການເບິ່ງເຫັນ ໂດຍການໃຊ້ສາຍຕາທັງສອງຂ້າງເບິ່ງຮ່ວມກັນໄດ້ລຳບາກ 3) Scleral expansion ຄືການຜ່າຕັດເພື່ອກະຕຸ້ນໃຫ້ກ້າມຊີ້ນວົງແຫວນຕາເກີດການຫົດຕົວ ຊ່ວຍໃໃຫ້ການເບິ່ງໃກ້ແຈ້ງຂຶ້ນ ແຕ່ວິທີນີ້ຜົນທີ່ໄດ້ກໍຢູ່ໄດ້ບໍ່ດົນ ແລະ ບອກໄດ້ຍາກວ່າຈະໄດ້ຜົນປານໃດໃນແຕ່ລະຄົນ 4) ການເຮັດເລສິກໂດຍໃຊ້ເລເຊີເຟມໂຕເລສິກ ເພຣສບີຍອນ FemtoLASIK Presbyond ເປັນການແກ້ໄຂບັນຫາສາຍຕາຍາວຕາມອາຍຸ ສາຍຕາສັ້ນ ສາຍຕາອຽງ ໄດ້ພ້ອມກັນໃນຄົນດຽວດ້ວຍເຕັກໂນໂລຊີເລສິກໄຮ້ໃບມີດ (ເລເຊີທຸກຂັ້ນຕອນ) ໂດຍການຂະຫຍາຍແກ້ວຕາໃຫ້ໂຄ້ງຫຼາຍຂຶ້ນ ແລະ ຄວາມຍາວໂຟກັສຫຼາຍຂຶ້ນ (Depth of focus) ຄຸນນະສົມບັດເດັ່ນຂອງວິທີນີ້ ຄືຊ່ວຍໃຫ້ຜູ້ປ່ວຍສາມາດເບິ່ງເຫັນທັງໄລຍະໃກ້ ໄລຍະກາງ ແລະ ໄລຍະໄກໄດ້ຊັດເຈນໃນຕາດຽວກັນ ຊ່ວຍເພີ່ມປະສິດທິພາບໃນການເບິ່ງເຫັນໃຫ້ດີຂຶ້ນ.

ຂໍ້ຈຳກັດຂອງເຟມໂຕເລສິກ ເພຣສບີຍອນ

ທັງນີ້ການເຮັດເຟມໂຕເລສິກ ເພຣສບີຍອນ (FemtoLASIK Presbyond) ໃນສາຍຕາຍາວຕາມອາຍຸ ຈະບໍ່ສາມາດແກ້ໄຂໃຫ້ເລນແກ້ວຕາທີ່ແຂງຂຶ້ນຕາມອາຍຸໃຫ້ອ່ອນນຸ່້ມລົງ ບໍ່ສາມາດແກ້ໄຂໃຫ້ກ້າມຊີ້ນຕາທີ່ອ່ອນລ້າລົງກັບມາເຮັດວຽກໄດ້ດີເທົ່າຕອນອາຍຸຍັງນ້ອຍ ແຕ່ເລເຊີຈະໄປຊ່ວຍແກ້ໄຂແກ້ວຕາ ໃຫ້ມີຄວາມໂຄ້ງເພີ່ມຂຶ້ນໄດ້ເພື່ອການເບິ່ງໃກ້ໄດ້ແຈ້ງຂຶ້ນແຕ່ການເບິ່ງໄກອາດບໍ່ແຈ້ງທີ່ສຸດ ເຊິ່ງການຮັກສາໃນຮູບແບບນີ້ຈະຄົງປະສິດທິພາບໄດ້ປະມານ 7-8 ປີ ຂຶ້ນຢູ່ກັບຄວາມແຂງແຮງຂອງກ້າມຊີ້ນຕາ ແລະ ເລນແກ້ວຕາຂອງຜູ້ປ່ວຍແຕ່ລະຄົນ.

ການຮັກສາດ້ວຍວິທີນີ້ ແພດຈະເຮັດການກວດສະພາບດວງຕາ ແລະ ໃຫ້ຜູ້ປ່ວຍໄດ້ລອງເລນ (trial lens) ເພື່ອໃຫ້ຜູ້ປ່ວຍໄດ້ຮູ້ກ່ອນວ່າຫາກເຮັດແລ້ວໄລຍະການເບິ່ງເຫັນໃກ້ ແລະ ໄກຈະເປັນໃນລັກສະນະໃດ ເຊິ່ງການຮັກສສສາແຕ່ລະວິທີຄວນປຶກສາແພດຕາເພື່ອການຮັກສາທີ່ເໝາະສົມກັບສສະພາບດວງຕາ ແລະ ການໃຊ້ຊີວິດປະຈຳວັນຂອງແຕ່ລະຄົນ.

ວິທີເບິ່ງແຍງ ແລະ ປົກປ້ອງດວງຕາ ແລະ ການເບິ່ງເຫັນ

ເຖິງວ່າສາຍຕາຍາວບໍ່ສາມາດປ້ອງກັນໄດ້ ແຕ່ມີວິທີທີ່ຈະຊ່ວຍປົກປ້ອງດວງຕາດ້ວຍການເບິ່ງເຫັນຂອງເຮົາໄດ້ດ້ວຍວິທີງ່າຍໆ ຄື

1 ສູດພັກສາຍຕາ 20:20:20 ຫຼັງເຮັດວຽກໄປແລ້ວ 20 ນາທີ ລອງພັກສາຍຕາດ້ວຍການເບິ່ງໄກອອກໄປ 6 ແມັດ ເປັນເວລາ 20 ວິນາທີ ເພື່ອຖະໜອມດວງຕາ ແລະ ຍັງຊ່ວຍປ້ອງກັນອາການຕາລ້າ ຕາມົວ ຕາແຫ້ງ ທີ່ອາດເກີດຂຶ້ນຈາກການໃຊ້ສາຍຕາຫຼາຍເກີນໄປໄດ້.

2 ກວດສຸຂະພາບຕາເປັນປະຈຳ.

3 ເລືອກແວ່ນສາຍຕາທີ່ເໝາະສົມກັບຕົນເອງ.

4 ໝັ່ນສັງເກດຄວາມຜິດປົກກະຕິຂອງດວງຕາ ເຊັ່ນ ຕາຂ້າງໃດຂ້າງໜຶ່ງເບິ່ງເຫັນໄດ້ບໍ່ແຈ້ງ ຕາມົວ ເຫັນຈຸດດຳ ເຫັນເປັນລັງສີ ຫຼື ລຸ້ງຮອບໆ ດອກໄຟ ເປັນຕົ້ນ ຫາກພົບອາການຕ່າງໆ ຄວນພົບແພດ.

5 ສວມໃສ່ແວ່ນຕາກັນແດດ ເມື່ອຢູ່ກາງແຈ້ງ ຫຼື ຕ້ອງສຳຜັດກັບແສງແດດເປັນເວລາດົນ.

6 ຮັບປະທານອາຫານທີ່ດີຕໍ່ສຸຂະພາບດວງຕາ ເຊັ່ນ ຜັກຫົມ, ຜັກກາດນາ, ແຄລັອດ, ແຄນຕາລູບ.

7 ໃນການອ່ານໜັງສືຄວນເປີດໄຟ ຫຼື ອ່ານໃນທີ່ແສງສະຫວ່າງພໍເໝາະ ເພື່ອຊ່ວຍໃຫ້ການເບິ່ງເຫັນດີຂຶ້ນ ບໍ້ຕ້ອງຈຶ້ງຕາຫຼາຍເກີນໄປ ເປັນຕົ້ນ.

ຜູ້ທີ່ມີບັນຫາທາງສາຍຕາຢ່ານິ້ງນອນໃຈ ຄວນປຶກສາແພດຕາ ເພື່ອກວດສາຍຕາ ແລະ ພິຈາລະນາການຮັກສາທີ່ເໝາະສົມສຳລັບຜູ້ທີ່ມີສາຍຕາອຽງ ແລະ ສາຍຕາຍາວຕາມອາຍຸ ການຮັກສາສາຍຕາດ້ວຍເຟມໂຕເລສິກ ເພຣສບີຍອນ FemtoLASIK Presbyond ນັບເປັນອີກທາງເລືອກໜຶ່ງທີ່ຊ່ວຍໃຫ້ການເບິ່ງໃກ້ ແລະ ໄກດີຂຶ້ນ.