ສົມໃຈແຟນບານແລ້ວ! ດ່ວນ ແມນຢູ ປົດຕໍາແໜ່ງຂອງ ໂຊລຊາ ຢ່າງເປັນທາງການ

610

ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ໃນພຣີເມຍລີກ ອັງກິດ ປະກາດປົດ ໂອເລ ກຸນນາໂດ ໂຊລຊ່ ອອກຈາກຕໍາແໜ່ງຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ຢ່າງເປັນທາງການ ໃນວັນທີ 21 ພະຈິກ 2021 ຕາມເວລາໃນບ້ານເຮົາເມື່ອບໍ່ກີ່ຊົ່ວໂມງທີ່ຜ່ານມາ.

ກ່ອນທີ່ຈະແຕ່ງຕັ້ງ ໄມເຄິລ ຄາຣິກ ຜູ້ຊ່ວຍຂອງ ໂຊລຊາ ຄຸມທີມໄປຊົ່ວຄາວ ໂດຍຈະເລີ່ມແຕ່ນັດທີ່ຈະບຸກໄປຢາມ ບີຢາຣີ ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບແບ່ງກຸ່ມນັດທີ 5 ໃນວັນທີ 23 ພະຈິກ 2021 ເພື່ອລໍຖ້າຜູ້ຈັດການທີມຄົນໃໝ່ ເຊິ່ງຫຼາຍໆສື່ຍົກໃຫ້ ຊີເນດີນ ຊີດານ ອະດີດຜູ້ຈັດການທີມຂອງ ຣີລ ມາດຣິດ ແລະ ເບຣນແດນ ຣ໊ອດເຈີ ຜູ້ຈັດການທີມຂອງ ເລສເຕີ ຊິຕີ້ ເປັນຕົວເຕັງ.

ໂຊລຊາ ເຮັດໜ້າທີ່ນັດສຸດທ້າຍກັບ ແມນເຊັສເຕີ ຢູໄນເຕັດ ໃນນັດທີ່ບຸກໄປເສຍໃຫ້ກັບ ວັດຟອດ 1-4 ເມື່ອວັນທີ 20 ພະຈິກ 2021 ເຊິ່ງໃຫ້ເສຍໄປເຖິງ 5 ນັດຈາກ 7 ນັດຫຼັງສຸດໃນລີກ ແລະ ຖືກຍິງລວມເຖິງ 15 ປະຕູ ຈົນເຮັດໃຫ້ທີມຢູ່ອັນດັບທີ 7 ຂອງຕາຕະລາງຈາກການມີ 17 ຄະແນນຈາກ 12 ນັດ.

ຫຼ້າສຸດ ມາຮອດຕອນແລງຂອງວັນທີ 21 ພະຈິກ 2021 ແມນເຊັສເຕີ ຢູໄນເຕັດ ປະກາດຜ່ານສື່ທາງອອນລາຍຂອງສະໂມສອນ ຢ່າງເປັນທາງການວ່າ: “ ແມນເຊັສເຕີ ຢູໄນເຕັດ ຢືນຢັນວ່າ ໂອເລ ກຸນນາ ໂຊລຊາ ໄດ້ອອກຈາກຕໍາແໜ່ງຜູ້ຈັດການທີມຂອງສະໂມສອນ, ຂໍຂອບໃຈສໍາລັບທຸກໆຢ່າງ ໂອເລ ຈະເປັນຕໍານານຂອງ ແມນເຊັສເຕີ ຢູໄນເຕັດ ຕະຫຼອດໄປ ມັນເປັນຄວາມເສຍໃຈທີ່ພວກເຮົາຕ້ອງຕັດສິນໃຈທີ່ຍາກລໍາບາກເຊັ່ນນີ້ ”