ລາຍລະອຽດຜູ້ເສຍຊີວິດໃໝ່ 6 ຄົນ

477

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານການຕິດເຊື້ອໂຄວິດ 19 ຢູ່ ສ ປປລາວ ວ່າ ມາຮອດວັນທີ 20 ພະຈິກ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອ 5.259 ຕົວຢ່າງ, ພົບຜູ້ຕິດເຊື້ອໂຄວິດໃໝ່ 921 ຄົນ, ນໍາເຂົ້າ 10 ຄົນ, ຕິດເຊື້ແພາຍໃນ 911 ຄົນ ແລະ ເສຍຊີວິດ 10 ຄົນ
ສໍາລັບ ຄົນເຈັບເສຍຊີວີດ 6 ຄົນ, ລາຍລະອຽດ ດັ່ງນີ້:


1 ຜູ້ທີ 1 ເພດຍິງ, ອາຍຸ 88 ປີ, ບ້ານວັດທາດ, ນະຄອນຫຼວງພະບາງ, ແຂວງຫຼວງພະ ບາງ ພະຍາດປະຈໍາຕົວ ຄວາມດັນເລືອດສູງ
ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19 ວັນທີ 17 ພະຈິກ 2021 ໄດ້ເຂົ້າມາກວດຢູ່ໂຮງຫມໍແຂວງ ຍ້ອນບໍ່ຮູ້ສະຕິ ພ້ອມທັງ ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບ ເຊື້ອ
ວັນທີ 20 ພະຈິກ 2021 ຄົນເຈັບມີອາການຊຸດລົງກະທັນຫັນ. ມາຮອດເວລາ 17:30 ໂມງ ຄົນເຈັບໄດ້ເສຍຊີວິດ


2 ຜູ້ທີ 2 ເພດຊາຍ, ອາຍຸ 88 ປີ, ສັນຊາດ: ຫວຽດນາມ, ບ້ານໂພນໄຊ, ເມືອງໄຊເສດ
ຖາ, ນະຄອນຫລວງ ພະຍາດປະຈໍາຕົວ ເບົາຫວານ ແລະ ຄວາມດັນເລືອດສູງ
ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19 – ວັນທີ 11 ພະຈິກ 2021: ມີໄຂ້ ແລະ ເຈັບຄໍ ຈິ່ງເກັບຕົວຢ່າງມາກວດຊອດຫາ
ພະຍາດໂຄວິດ-19, ຜົນກວດແມ່ນພົບເຊື້ອ ນັບແຕ່ວັນທີ 11-16 ພະຈິກ 2021: ຄົນເຈັບປິ່ນປົວຢູ່ບ້ານ ວັນທີ 16 ພະຈິກ 2021 ໄດ້ມາປິ່ນປົວຢູ່ສູນລ້ານຊ້າງ ວັນທີ 19 ພະຈິກ 2021: ໄດ້ຍ້າຍຄົນເຈັບຈາກສູນລ້ານຊ້າງ ມາໂຮງຫມໍເສດ ຖາທິລາດ ຍ້ອນຄົນເຈັບອິດເມື່ອຍ, ຫາຍໃຈຍາກ ແລະ ອົກຊີໃນເລືອດຕ່ໍາ
ມາຮອດເວລາ 20:30 ໂມງ ຂອງວັນທີ 20 ພະຈິກ 2021 ຄົນເຈັບ ໄດ້ເສຍ ຊີວິດ

3 ຜູ້ທີ 3 ເພດຊາຍ, ອາຍຸ 71 ປີ, ອາຊີບ: ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານ ສີສຸມຸງຄຸນ , ເມືອງປາກຊັນ, ແຂວງບໍລິຄໍາໄຊ – ພະຍາດປະຈໍາຕົວ ເປັນເບົາຫວານ ແລະ ຄວາມດັນເລືອດສູງ
ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ ວັນທີ 20 ພະຈິກ 2021 ເຂົ້າໂຮງຫມໍ ຍ້ອນອາການ ໄອ ແລະ ຫາຍໃຈຍາກ ຈຶ່ງໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຜົນກວດແມ່ນພົບເຊື້ອ ແລະ ໄດ້ ນໍາສົ່ງເຂົ້າໄປປິ່ນປົວ ສູນຫຼັກ 6 ຂອງແຂວງ ເວລາ 6 :42 ໂມງ ຜູ້ກຽວລູກມານັ່ງລົມກັບລູກລາວ ແລະ ໄດ້ນອນລົງເອງ ແລະ ເກີດພາວະຊອຶກກະທັນຫັນ ຈິ່ງໄດ້ເສຍຊີວິດໃນຕໍ່ມາ

4 ຜູ້ທີ 4 ເພດຊາຍ ອາຍຸ 39 ປີ, ອາຊີບ ປະຊາຊົນ, ບ້ານ ນໍ້າອາງ (ຄູ້ມໂພນໄຮ),ເມືອງທຸລະຄົມ, ແຂວງວຽງຈັນ. ບໍ່ມີປະຫວັດພະຍາດປະຈໍາຕົວ ຜ່ານມາຮັບການສັກວັກຊິນກັນໂຄວິດ-19 ໄດ້ 1 ເຂັ້ມ ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງ ຖືກກັກໂຕແຕ່ວັນທີ 28 ສິງຫາ 2021. ວັນທີ 19 ພະຈິກ 2021 ເວລາ 13:00 ໂມງ: ຜູ້ກ່ຽວອິດເມື່ອຍ, ອ່ອນເພຍ, ໄອ, ເຈັບຄໍ, ຫັນໃຈຝືດ ແລະ ແຫນ້ນຫນ້າເອີກ. ເວລາ 15:00 ໂມງ ຖືຄີງໄຂ້,
ຫັນໃຈຝືດ, ແຫນ້ນຫນ້າເອີກ, ນອນພຽງບໍ່ໄດ້, ຈຶງຖືກໄດ້ນໍາສົ່ງມາໂຮງຫມໍ ເມືອງທຸລະຄົມ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຜົນກວດເປັນ


ບວກ ໃນໄລຍະຕໍ່ມາ ຜູ້ກ່ຽວມີອາການດີຂື້ນ ຈຶ່ງໄດ້ຂໍນໍາເອົາຄົນເຈັບກັບຄືນໄປສະ ຖານທີ່ຄຸມຂັງ ເຊິ່ງມີແພດປະຈໍປິ່ນປົວ. ວັນທີ 20 ພະຈິກ 2021 ເວລາ 7:30 ນາທີ ຜູ້ກ່ຽວເສຍຊີວິດ.
5 ຜູ້ທີ 5 ເພດຊາຍ ອາຍຸ 62 ປີ, ບ້ານຢູ່ປະຈຸບັນ: ບ້ານອາມອນ, ເມືອງໄຊເສດຖາ,
ນະຄອນຫລວງ ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມ. ຜ່ານມາບໍ່ໄດ້ສັກວັກຊີນກັນໂຄວິດ-19 ວັນທີ 12 ພະຈິກ 2021 ເຂົ້າມາກວດ ຢູ່ໂຮງຫມໍ 103 ດ້ວຍອາການໄຂ້, ໄອ, ເມື່ອຍ ແລະ ຫາຍໃຈຍາກ ພ້ອມທັງ ເກັບຕົວຢ່າງມາກວດຊອດຫາພະຍາດໂຄວິດ


19 ຜົນກວດ ແມ່ນພົບເຊື້ອ – ໄລຍະເວລາປິ່ນປົວຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 12-20 ພະຈິກ 2021, ເປັນເວລາ 09 ມື້ – ມາຮອດເວລາ 06:00 ໂມງເຊົ້າຂອງວັນທີ 20 ພະຈິກ 2021 ຄົນເຈັບ ໄດ້ເສຍ ຊີວິດ
6 ຜູ້ທີ 6 ເພດຍິງ, ອາຍຸ 51 ປີ, ບ້ານຢູ່ປະຈຸບັນ ບ້ານສົມສະຫັວນ, ເມືອງໄຊທານປື, ນະຄອນຫລວງ ພະຍາດປະຈໍາຕົວ ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດຕັບ. – ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ
ວັນທີ 13 ພະຈິກ 2021 ເຂົ້າມາກວດ ຢູ່ໂຮງຫມໍ 103 ດ້ວຍອາການເຈັບທ້ອງ ່, ທ້ອງເບັງ, ຕົນໂຕເຫລຶອງ ຈຶ່ງໄດ້ເກັບຕົວຢ່າງມາກວດຊອດຫາພະຍາດໂຄ


ວິດ-19, ຜົນກວດແມ່ນພົບເຊື້ອ ໄລຍະເວລາປິ່ນປົວຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 13-20 ພະຈິກ 2021, ເປັນເວລາ 08 ມື້ ມາຮອດເວລາ 12:00 ໂມງຂອງວັນທີ 20 ພະຈິກ 2021 ຄົນເຈັບ ໄດ້ເສຍ ຊີວິດ