ທຸກຄົນຢ່າປະໝາດມື້ນີ້ ຍອດຜູ້ຕິດເຊື້ອໂຄວິດໃໝ່ 921 ຄົນ, ເສຍຊີວິດສະສົມ 132 ຄົນ (ໃໝ່ 6 ຄົນ)

557

ຍັງຖືວ່າໜ້າເປັນຫ່ວງຫຼາຍສໍາລັບການລະບາດຂອງພະຍາດໂຄວິດ 19 ໃນ ສ ປປ ລາວມື້ນີ້ວັນທີ 21 ພະຈິກ 2021 ພົບຜູ້ຕິດເຊື້ອໃໝ່ 921 ຄົນ, ນໍາເຂົ້າ 10 ຄົນ, ເສຍຊີວິດໃໝ່ 6 ກໍລະນີ ໃນນັ່ນນະຄອນຫຼວງວຽງຈັນ 359 ຄົນ, ຫຼວງພະບາງ 123 ຄົນ ແລະ ແຂວງຈໍາປາສັກ 81 ຄົນ


ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວຫນ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານການຕິດເຊື້ອໂຄວິດ 19 ຢູ່ ສ ປປລາວ ວ່າ ມາຮອດວັນທີ 20 ພະຈິກ 2021 ໄດ້ເກັບຕົວຢ່າງມາກວດຫາເຊື້ອ 5.259 ຕົວຢ່າງ, ພົບຜູ້ຕິດເຊື້ອໂຄວິດໃໝ່ 921 ຄົນ, ນໍາເຂົ້າ 10 ຄົນ, ຕິດເຊື້ແພາຍໃນ 911 ຄົນ ແລະ ເສຍຊີວິດ 10 ຄົນ


ເຊິ່ງຕິດເຊື້ອພາຍໃນ 911 ຄົນ ແມ່ນມາຈາກນະຄອນຫຼວງວຽງຈັນ 359 ຄົນ ຈາກ 161 ບ້ານ ໃນ 8 ຕົວເມືອງ ຄື ຈາກເມືອງ ຈັນທະບູລີ 14 ບ້ານ 34 ຄົນ, ເມືອງສີໂຄດຕະບອງ 31 ບ້ານ 67 ຄົນ, ເມືອງ ໄຊເສດຖາ 31 ບ້ານ 69 ຄົນ, ມືອງສີສັດຕະນາກ 17 ບ້ານ 44 ຄົນ, ເມືອງນາຊາຍທອອງ ມີ 11 ບ້ານ 34 ຄົນ, ເມືອງ ໄຊທານີ 31 ບ້ານ 64 ຄົນ, ເມືອງຫາດຊາຍຟອງ ມີ 24 ບ້ານ 37 ຄົນ, ເມືອງ ສັງທອງ 6 ບ້ານ 7 ຄົນ ແລະ ຕ່າງແຂວງ 5 ຄົນ


ສໍາລັບຕ່າງແຂວງ ແຂວງຫຼວງພະບາງ ມີ 123 ຄົນ ໃນ 38 ບ້ານ ຈາກ 9 ເມືອງ, ຈໍາປາສັກ ມີ 81 ຄົນ ໃນ 39 ບ້ານ ຈາກ 10 ເມືອງ, ໄຊຍະບູລີ ມີ 49 ຄົນ ໃນນັ້ນ 13 ບ້ານ ແລະ ເມືອງ 1 ຄົນ, ອຸດົມໄຊ ມີ 26 ຄົນ ໃນ 9 ບ້ານ ຈາກ 3 ເມືອງ, ຫຼວງນໍ້າທາ ມີ 19 ຄົນ ໃນ 8 ບ້ານ ຈາກ 1 ເມືອງ, ຫຼວງນໍ້າທາມີ 19 ຄົນ ໃນ 8 ບ້ານ ແລະ 6 ເມືອງ, ວງວຽງຈັນ ມີ 31 ຄົນ ໃນ 20 ບ້ານ ຈາກ 6 ເມືອງ, ບໍ່ແກ້ວມີ 52 ຄົນ ໃນ 8 ບ້ານ ແລະ 3 ເມືອງ,


ຜົ້ງສາລີມີ 86 ຄົນ ໃນ 15 ບ້ານ 4 ເມືອງ, ບໍລິຄໍາໄຊມີ 11 ຄົນ ໃນ 8 ບ້ານ 2 ເມືອງ, ເຊກອງມີ 7 ຄົນ ໃນ 3 ບ້ານ ຈາກ 2 ເມືອງ, ສະຫວັນນະເຂດມີ 29 ຄົນ ໃນ 15 ບ້ານ ຈາກ 3 ເມືອງ, ຄໍາມ່ວນມີ 8 ຄົນ ໃນ 4 ບ້ານ ຈາກ 2 ເມືອງ, ສາລະວັນມີ 23 ຄົນ ໃນ 7 ບ້ານ 2 ເມືອງ, ຫົວພັນ 2 ຄົນ 1 ບ້ານ ຈາກ 1 ເມືອງ, ຊຽງຂວາງມີ 2 ຄົນ 2 ບ້ານ 2 ເມືອງ ແລະ ແຂວງອັດຕະປື ມີ 3 ຄົນ ໃນ 2 ບ້ານ ຈາກ 1 ເມືອງ.


ມາຮອດວັນທີ 20 ພະຈິກ2021 ຍອດຜູ້ຕິດເຊື້ອໂຄວິດ 19 ສະສົມໃນລາວມີ 62.160 (ພາຍໃນ 48.058 ຄົນ, ຕ່າງປະເທດ 14.102 ຄົນ), ເສຍຊີວິດສະສົມ 132 (ໃໝ່), ປິ່ນປົວປົວຫາຍດີ 683 ຄົນ.