ປະເມີນຣີສອດສວນເສືອປ່າຮອບສຸດທ້າຍ ເພື່ອນໍາສະເໜີຮັບລາງວັນແຫລ່ງທ່ອງທ່ຽວແບບຍືນຍົງ-ປະຊາຊົນມີສ່ວນຮ່ວມ

1778

ໃນວັນທີ 19 ພະຈິກ 2021, ຄະນະຮັບຜິດຊອບປະເມີນຂັ້ນແຂວງ ແລະ ຂັ້ນເມືອງ ກ່ຽວກັບການສະເຫນີຮັບລາງວັນແຫລ່ງທ່ອງທ່ຽວແບບຍືນຍົງ-ປະຊາຊົນມີສ່ວນຮ່ວມ, ໄດ້ລົງໄປເຮັດວຽກຮ່ວມກັບ ຫົວໜ້າຣີສອດສວນເສືອປ່າ ບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ ເຊິ່ງແມ່ນ ທ່ານ ບຸນພະລະໄຊ ຣາຊາສົມບັດ ເປັນເຈົ້າຂອງຫົວໜ່ວຍທຸລະກິດ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ທ່ານ ນາງ ອິ່ນຄໍາ ພັນດາລາ ຫົວໜ້າພະແນກຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວແຂວງວຽງຈັນ, ມີຄະນະກໍາມະການກ່ຽວຂ້ອງຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.


ການລົງເຮັດວຽກເທື່ອນີ້ໄດ້ແບ່ງເປັນ 2 ໄລຍະ, ເຊິ່ງໄລຍະທໍາອິດແມ່ນປະຊຸມປຶກສາຫາລືເຮັດວຽກຮ່ວມກັນ, ຜູ້ເຂົ້າຮ່ວມມີຄວາມຮັບຜິດຊອບສູງປະກອບຄໍາເຫັນຢ່າງກົງໄປກົງມາ, ທ່ານ ປັນຍາສິດ ບຸນສົງຄາມ ຫົວໜ້າຂະແໜງທ່ອງທ່ຽວ ພະແນກ ຖວທ ແຂວງ ໄດ້ຕາງໜ້າຊີ້ແຈງຄືນກ່ຽວກັບການລົງເກັບກໍາຂໍ້ມູນ ແລະ ການປະເມີນໃຫ້ຄະແນນໃນ 2 ຄັ້ງຜ່ານມາ ແລະ ແຈ້ງຜົນກອງປະຊຸມທາງໄກຮ່ວມກັບຄະນະຮັບ ຜິດ ຊອບໂຄງການຂັ້ນສູນກາງ ໃນວັນທີ 17 ພະຈິກ 2021, ເຊິ່ງໂດຍລວມແລ້ວ ຣີສອດສວນເສືອປ່າແມ່ນມີເງື່ອນໄຂ ແລະ ມີມາດຕະຖານໃນລະດັບທີ່ດີ ທີ່ຈະສາມາດນໍາສະເໜີພິຈາລະນາຮັບລາງວັນໄດ້, ແຕ່ເງື່ອນໄຂຄວາມເປັນໄປໄດ້ນັ້ນ ຍັງຕ້ອງໄດ້ຜ່ານການພິຈາລະນາຮັບຮອງ ແລະ ຢັ້ງຢືນຈາກຄະນະຮັບຜິດຊອບໂຄງການຂັ້ນສູນກາງຕື່ມອີກ, ແຕ່ໂດຍພື້ນຖານຄວາມເປັນຈິງແລ້ວທາງພະແນກ ຖວທ ແຂວງ ແລະ ອົງການປົກຄອງເມືອງທຸລະຄົມ ເຫັນດີເອກະພາບນໍາກັນແລ້ວ.


ສະນັ້ນ ເພື່ອຊຸກຍູ້ຜູ້ປະກອບການປັບປຸງຈຸດທີ່ຍັງຄົງຄ້າງເລັກນ້ອຍ ທັງໃຫ້ໄດ້ຂໍ້ມູນຜົນປະເມີນຮອບສຸດທ້າຍລາຍງານສູນກາງ, ຄະນະນໍາພະແນກ ຖວທ ແຂວງ ຈຶ່ງໄດ້ລົງມາຊຸກຍູ້ຜູ້ປະກອບການຕື່ມອີກ, ເຊິ່ງຜູ້ປະກອບການຕ້ອງໄດ້ປັບປຸງ 4 ກິດຈະກໍາ ເປັນຕົ້ນ: ກິດຈະກໍາປູກຈິດສໍານຶກດ້ານສິ່ງແວດລ້ອມສີຂຽວ ຕິດພັນກັບບໍລິການອາຫານສະອາດ-ປອດໄພ, ປັບປຸງປ້າຍຊີ້ບອກ, ປ້າຍຫ້າມ, ປ້າຍເຕືອນ ໃຫ້ຖືກຕາມຂະໜາດ, ຕາມແບບການນໍາໃຊ້ປ້າຍໃນສະຖານທີ່ທ່ອງທ່ຽວ, ການຝຶກອົບຮົມໃຫ້ພະນັກງານບໍລິ ຫານ-ພະນັກງານບໍລິການ ແລະ ພະນັກງານນໍາທ່ຽວ, ປັບປຸງຖັງເກັບມ້ຽນຂີ້ເຫຍື້ອ, ຂຸມບໍາບັດຂີ້ເຫຍື້ອ, ຄັດແຍກຂີ້ເຫຍື້ອ.


ກອງປະຊຸມໄດ້ລົງເລິກສະໜອງຂໍ້ມູນໃສ່ຕາມແບບຟອມ, ກວດກາເບິ່ງຈຸດທີ່ຕ້ອງປັບປຸງ ແລະ ປິດທ້າຍດ້ວຍການຮັບຟັງຄໍາເຫັນໃຫ້ທິດຊີ້ນໍາຈາກທ່ານຫົວໜ້າພະແນກ ແລະ ທ່ານເຈົ້າເມືອງ ເພື່ອເຮັດໃຫ້ການລົງເຮັດວຽກມີປະສິດທິຜົນ, ຮັບປະ ກັນໃຫ້ໄດ້ສົ່ງບົດລາຍງານຂັ້ນສູນກາງຕາມເວລາທີ່ກໍານົດໄວ້, ໂອກາດດຽວກັນຫົວໜ້າສວນເສືອປ່າ ຍັງໄດ້ມອບກ້ອງຖ່າຍຮູບ ຍີ່ຫໍ້ NIKON D5200 18-55 VR KIT ພ້ອມກັບ NIKKOR LENS ຈໍານວນ 1 ຊຸດ ໃຫ້ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງທຸລະຄົມອີກດ້ວຍ.


ຂ່າວ: ຫ້ອງການ ຖວທ ເມືອງທຸລະຄົມ.