ຈີນ ກຽມຈັບມືກັບສະຫະລັດ ດຶງລາຄານ້ຳມັນໃຫ້ຕ່ຳລົງ

1177

ໜັງ​ສື​ພິມ ເຊົາ​ໄຊ​ນາ ມໍ​ນິ້ງ​ໂພ​ສ (SCMP) ລາຍ​ງານ​ເມື່ອ​ວັນ​ທີ 17 ພະ​ຈິກ​ຜ່ານ​ມາ​ວ່າ ຈີນຍິນ​ດີ​ພິ​ຈາ​ລະ​ນາ​ຂໍ້​ສະ​ເໜີ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ທີ່​ຮຽກ​ຮ້ອງ​ໃຫ້​ທັງ​ສອງ​ປະ​ເທດ ເຊິ່ງ​ເປັນ​ຜູ້​​ບໍ​ລິ​ໂພກນ້ຳ​ມັນ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ຮ່ວມ​ກັນ​ເທ​ຂາຍ​ນ້ຳ​ມັນ​ດິບ​ໃນ​ຄັງ​ນ້ຳ​ມັນ​ສຳ​ຮອງ​ເຊີງ​ຍຸດ​ທະ​ສາດ​ອອກ​ມາ​ພ້ອມໆ​ກັນ ເພື່ອ​ດຶງ​ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ຕະຫຼາດ​ໂລກ​ໃຫ້​ຕ່ຳ​ລົງ​ມາ​ຢູ່​ໃນ​ລະ​ດັບ​ທີ່​ພໍ​ຮັບ​ໄດ້ ບໍ່​ກໍໃຫ້​ເກີດ​ບັນ​ຫາ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ເໝືອນ​ທີ່​ເປັນ​ຢູ່​ໃນ​ຂະ​ນະ​ນີ້.

ປະ​ທານ​າ​ທິ​ບໍ​ດີ​ໂຈ ໄບ​ເດັນ​ຂອງ​ສະ​ຫະ​ລັດ ໄດ້​ສະ​ເໜີ​ບັນ​ຫາ​ດັ່ງ​ກ່າວ​ຕໍ່ ທ່ານ ສີ​ ຈິ້ນ​ຜິງ ໃນ​ໂອ​ກາດ​ພົບ​ປະ​ທາງ​ໄກ​ຂອງ​ຜູ້​ນຳ​ສອງ​ປະ​ເທດ​ເມື່ອ​ວັນ​ທີ 15 ພະ​ຈິກ​ຜ່ານ​ມາ ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສະ​ຫະ​ລັດ ກັບ ຈີນ.

ລາຍ​ງານ​ລະ​ບຸ​ວ່າ: ກະ​ຊວງ​ກ່ຽວ​ຂ້ອງ​ດ້ານ​ພະ​ລັງ​ງານ​ຂອງ​ສອງ​ປະ​ເທດ ກຳ​ລັງ​ເດີນ​ໜ້າ​ປຶກ​ສາ​ຫາ​ລື​​ລາຍ​ລະ​ອຽດກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ ໂດຍ​ຈີນ​ຍິນ​ດີ​ພິ​ຈາ​ລະ​ນາ​ຕາມ​ການ​ສະ​ເໜີ​ຂອງ​ສະ​ຫະ​ລັດ ແຕ່​ຍັງ​ບໍ່​ຮັບ​ປະ​ກັນ ເນື່ອງ​ຈາກວ່າ ຕ້ອງ​ພິ​ຈາ​ລະ​ນາ​ເຖິງ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ຢູ່​ພາຍ​ໃນ​ປະ​ເທດ​ເສຍ​ກ່ອນ.

ທັງ​ນີ້ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ເປັນ​ປະ​ເທດ​ທີ່​ມີ​ນ້ຳ​ມັນ​ດິບ​ໃນ​ຄັງ​ສຳ​ຮອງ​​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ໂດຍ​ມີ​ປະ​ລິ​ມານ​ນ້ຳ​ມັນ​ດິບ​ຢູ່​ໃນ​ຄັງ​ສຳ​ຮອງ​ເຖິງ 727 ລ້ານ​ບາ​ເຣ​ລ, ໃນ​ຂະ​ນະ​ທີ່​ຈີນ ມີ​ນ້ຳ​ມັນ​ດິບ​ຢູ່​ໃນ​ຄັງ​ສຳ​ຮອງ​ຍຸດ​ທະ​ສາດ​ປະ​ມານ 200 ລ້ານ​ບາ​ເຣ​ລ ຫຼື ກຸ້ມ​ການ​ນຳ​ເຂົ້າ 40-50 ວັນ, ນອກ​ຈາກ​ນັ້ນ ຈີນ ແລະ ສະ​ຫະ​ລັດ ເປັນ​ສອງ​ປະ​ເທດ​ທີ່​ນຳ​ເຂົ້າ​ນ້ຳ​ມັນ​ດິບ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ຫາກ​ສອງ​ປະ​ເທດ​ຈັບ​ມື​ກັນ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ຕະຫຼາດ​ໂລກ​ຢ່າງ​ແນ່ນອນ.

ແນວ​ໃດ​ກໍ​ຕາມ ຫາກ​ຈີນ​ບໍ່​ຮ່ວມມື​ໃນ​ຄັ້ງ​ນີ້ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກໍ​ຈະ​ປ່ອຍ​ນ້ຳ​ມັນ​ດິບ​ອອກ​ຈາກ​ຄັງ​ສຳ​ຮອງ​ໂດຍ​ຄາດ​ວ່າ ເລີ່ມ​ຈາກ​ອາ​ທິດ​ໜ້າ​ເປັນ​ຕົ້ນ​ໄປ ເພື່ອ​ດຶງ​ລາ​ຄາ​ນ້ຳ​ມັນ​​ດິບໃນ​ຕະຫຼາດ​ໂລກ​ລົງ ເຊິ່ງ​ຂະ​ນະ​ນີ້​ຢູ່ເໜືອ 80 ໂດ​ລາ​ຕໍ່​ບາ​ເຣ​ລ.


ທາງ​ດ້ານ​ອົງ​ການ​ພະ​ລັງ​ງານ​ລະ​ຫວ່າງ​ປະ​ເທດ (IEA) ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ການ​ຄາດ​ຄະ​ເນ​ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ຕະຫຼາດ​ໂລກ ໂດຍ​ຄາດ​ວ່າ ລາ​ຄາ​ນ້ຳ​ມັນ​ດິບ ເບ​ຣນ ສະ​ເລ່ຍ​ຕະຫຼອດ​ປີ 2022 ຈະ​​ຢູ່​ທີ່ 79,40 ໂດ​ລາ​ຕໍ່​ບາ​ເຣ​ລ, ສູງກວ່າ​ລາ​ຄາ​ນ້ຳ​ມັນຂອງ​ປີນີ້ ເຊິ່ງ​ອາດ​ຈະ​ເຮັດ​ໃຫ້​ຜູ້​ຜະ​ລິດ​ນ້ຳ​ມັນ​ໃນ​ສະ​ຫະ​ລັດ​ເພີ່ມ​ກຳ​ລັງ​ການ​ຜະ​ລິດ​ຂຶ້ນ ເພື່ອຫຼຸດ​ລາ​ຄາ​ນ້ຳ​ມັນ​ໃນ​ຕະຫຼາດ​ໂລກ​ລົງ, ສ່ວນ​ຄວາມ​ຕ້ອງ​ການ​ນ້ຳ​ມັນ​ໃນ​ທົ່ວ​ໂລກ​ນັ້ນ IEA ປະ​ເມີນ​ວ່າ ຈະ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.