ຟາຍເຊີ ໃຫ້ສູດຜະລິດຢາປິ່ນປົວໂຄວິດ 95 ປະເທດ

574

ສຳ​ນັກ​ຂ່າວ​ເອ​ເອ​ຟ​ພີ​ລາຍ​ງານ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ​ວ່າ ບໍ​ລິ​ສັດ​ຟາຍ​ເຊີ (Pfizer) ຜູ້​ຜະ​ລິດ​ຢາ​ລາຍ​ໃຫຍ່​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ປະ​ກາດ​ວ່າ ຈະ​ເຮັດ​ຂໍ້​ຕົກ​ລົງ​ກັບ​ອົງ​ການ​ສິດ​ທິ​ບັດ​ຢາ​ຮ່ວມ (MPP) ເພື່ອ​ເປີດ​ໂອ​ກາດ​ໃຫ້​ບໍ​ລິ​ສັດ​ຢາໃນ 95 ປະ​ເທດ​ທົ່ວ​ໂລກ ສາ​ມາດ​ຜະ​ລິດ ແລະ ຈຳ​ໜ່າຍ​ຢາ “ແພັກ​ໂລ​ວິດ” (Paxlovid) ເຊິ່ງ​ເປັນ​ຢາ​ປິ່ນ​ປົວ​ໂຄວິດ-19 ໃນ​ລາ​ຄາ​ຖືກ ເນື່ອງ​ຈາກ​ບໍ່​ໄດ້​ເສຍ​ຄ່າ​ລິ​ຂະ​ສິດ.

ລາຍ​ງານ​ລະ​ບຸ​ວ່າ: ໃນ​ຈຳ​ນວນ 95 ປະ​ເທດ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ຜະ​ລິດ​ຢາ​ແພັກ​ໂລ​ວິດ ເປັນ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ຕ່ຳ ແລະ ລາຍ​ຮັບ​ປານ​ກາງ ເຊິ່ງ​ຄອບ​ຄຸມ​ປະ​ຊາ​ກອນ 53% ຂອງ​ປະ​ຊາ​ກອນ​ໂລກ.

ທັງ​ນີ້ ການ​ເຮັດ​ຂໍ້​ຕົກ​ລົງ​ກັບ​ອົງ​ການ​ສິ​ດ​ທິ​ບັດ​ຢາ​ຮ່ວມ​ຂອງ​ຟາຍ​ເຊີ ມີ​ຂຶ້ນຫຼັງ​ຈາກ​ທີ່​ທ້າຍ​ເດືອນ​ຕຸ​ລາ​ຜ່ານ​ມາ ບໍ​ລິ​ສັດ​ເມີກ ແອນ ໂຄ ໄດ້​ເຮັດ​ຂໍ້​ຕົກ​ລົງ​ກັບ 105 ປະ​ເທດ ເພື່ອ​ຜະ​ລິດ​ຢາ ໂມ​ລ​ນູ​ພີ​ຣາ​ເວຍ ເຊິ່ງ​ເປັນ​ຢາ​ປິ່ນ​ປົວ​ໂຄວິດ-19 ເຊັ່ນ​ດຽວ​ກັບ ຢາ​ແພັກ​ໂລ​ວິດ ແຕ່​ຢາ​ໂມ​ລ​ນູ​ພີ​ຣາ​ເວຍ​ສາ​ມາດຫຼຸດ​ຄວາມ​ສ່ຽງ​ເກີດ​ອາ​ການ​ຮຸນ​ແຮງ ແລະ ຫຼຸດ​ຄວາມ​ສ່ຽງ​ການ​ເສຍ​ຊີ​ວິດ 50%, ໃນ​ຂະ​ນະ​ທີ່ ຢາ​ແພັກ​ໂລ​ວິກ ສາ​ມາດຫຼຸດ​ຄວາມ​ສ່ຽງ​ດັ່ງ​ກ່າວ​ໄດ້​ເຖິງ 89%.