ຈີນ ເລັ່ງພັດທະນາຢາປິ່ນປົວໂຄວິດ ຈາກແອນຕີບໍດີໃນຮ່າງກາຍຂອງຜູ້ທີ່ເຄີຍຕິດເຊື້ອ

639

ສຳ​ນັກ​ຂ່າວ​ຊິນ​ຮ​ວາ ລາຍ​ງານ​ໃນ​ວັນ​ທີ 17 ພະ​ຈິກ 2021 ວ່າ: ມະ​ຫາ​ວິ​ທະ​ຍາ​ໄລ ຊິງ​ຫວາ, ໂຮງ​ໝໍ Third People’s Hospital of Shenzhen ແລະ ບໍ​ລິ​ສັດ Brii Biosciences ໄດ້​ຮ່ວມ​ກັນ​ພັດ​ທະ​ນາ​ຢາ​ແອນ​ຕີ​ບໍ​ດີ​ແບບ​ປະ​ສົມ ຫຼື ແອນ​ຕີ​ບໍ​ດີ​ແບບ​ຄັອກ​ເທວ ປະ​ເພດ​ໂມ​ໂນ​ໂຄ​ລນອ​ລ​ແອນ​ຕີ​ບໍ​ດີ ໃນ​ຊື່ BRII-196 ແລະ BRII-198 ເຊິ່ງ​ໄດ້​ມາ​ຈາກ​ແອນ​ຕີ​ບໍ​ດີ​ໃນ​ຮ່າງ​ກາຍ​ຂອງ​ຜູ້​ທີ່​ເຄີຍ​ຕິດ​ເຊື້ອ​ໂຄວິດ-19 ທີ່ປິ່ນ​ປົວ​ດີ​ແລ້ວ.

ປັດ​ຈຸ​ບັນ​ຢາ​ດັ່ງ​ກ່າວ​ຍັງ​ຢູ່​ໃນ​ຂັ້ນ​ຕອນ​ທົດ​ລອງ​​ທາງ​ຄ​ລີ​ນິກໄລ​ຍະ 3 ເຊິ່ງ​ເປັນ​ໄລ​ຍະ​ສຸດ​ທ້າຍ ໃນ 7 ປະ​ເທດ​ ລວມ​ທັງ​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ບ​ຣາ​ຊິນ, ຟີ​ລິບ​ປິນ ແລະ ປະ​ເທດ​ອື່ນໆ​ອີກ 4 ປະ​ເທດ. ສາດ​ສະ​ດາ​ຈານ ຫຼິນ​ຊີ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຫວາ ເປີດ​ເຜີຍ​ວ່າ: ຂະ​ນະ​ນີ້ ໄດ້​ມີ​ການ​ທົດ​ລອງ​ຢາ BRII-196/BRII-198 ແກ່​ຜູ້​ຕິດ​ເຊື້ອ​ໂຄວິດ​ແລ້ວ 700 ກວ່າ​ຄົນ​ໃນ ສ​ປ ຈີນ ແລະ ຂໍ້​ມູນ​ຜົນ​ການ​ທົດ​ລອງ​ທາງ​ຄ​ລີ​ນິກ​ໄລ​ຍະ 3 ທັງ​ຢູ່​ໃນ​ຈີນ ແລະ ຕ່າງ​ປະ​ເທດ​ບົ່ງ​ຊີ້​ວ່າ ສາ​ມາດຫຼຸດ​ອາ​ການ​ຮຸນ​ແຮງ​ຈົນ​ໄດ້​ເຂົ້າ​ໂຮງ​ໝໍ ແລະ ຫຼຸດ​ອັດ​ຕາ​ການ​ເສຍ​ຊີ​ວິດ​ໄດ້​ເຖິງ 78%.

ຫາກ​ຜົນ​ການ​ທົດ​ລອງ​ຢາ​ດັ່ງ​ກ່າວ ເປັນ​ໄປ​ຕາມ​ເປົ້າ​ໝາຍ ກໍ​ຈະ​ເປັນ​ອີກ​ຄວາມ​ຫວັງ​ໜຶ່ງ​ໃນ​ການ​ຕໍ່​ສູ້​ກັບ​ພະ​ຍາດ​ໂຄວິດ-19 ທີ່​ກຳ​ລັງ​ລະ​ບາດ​ໄປ​ທົ່ວ​ໂລກ​ໃນ​ຂະ​ນະ​ນີ້. ທັງ​ນີ້ ມາ​ຮອດ​ປັດ​ຈຸ​ບັນ​ໂລກ​ຂອງ​ພວກ​ເຮົາ​ກຳ​ລັງ​ຈະ​ມີ​ຢາ​ປິ່ນ​ປົວ​ໂຄວິດ-19 ຢ່າງ​ໜ້ອຍ 3 ຊະ​ນິດ ໄດ້​ແກ່ ໂມ​ລ​ນູ​ພີ​ຣາ​ເວຍ​ຂອງ​ບໍ​ລິ​ສັດ​ເມີກ ແອນ ໂຄ, ແພັກ​ໂລ​ວິດ​ຂອງ​ບໍ​ລິ​ສັດ​ຟາຍ​ເຊີ ແລະ BRII-196/BRII-198 ຂອງ​ຈີນ ເຊິ່ງ​ກຳ​ລັງ​ກາຍ​ເປັນ​ຄວາມ​ຫວັງ​ສູງ​ສຸດ​ຂອງ​ໂລກ​ໃນ​ການ​ຕໍ່​ສູ້​ກັບ​ພະ​ຍາດ​ໂຄວິດ-19.