ເລີ່ມ 2031 ໃຫ້ນຳເຂົ້າລົດໄຟຟ້າ ສູງກວ່າ 50% ແລະຫຼຸດຈຳນວນລົດໃຊ້ນ້ຳມັນລົງ

812

ກ່ອນໜ້ານີ້ແມ່ນໄດ້ລາຍງານກ່ຽວກັບ ລັດເຫັນດີ ແລະ ສົ່ງເສີມການນຳເຂົ້າ-ຜະລິດລົດໄຟຟ້າ ຫວັງຫຼຸດຜ່ອນການນໍາເຂົ້ານໍ້າມັນ ເຊິ່ງມັນຈະສົ່ງຜົນດີຫຼາຍຢ່າງ ໂດຍສະເພາະເພີ່ມລາຍຮັບໃຫ້ແກ່ລັດຖະບານ, ຫຼຸດຜ່ອນການນໍາເຂົ້ານໍ້າມັນ ແລະ ການໄຫຼອອກເງິນຕາຕ່າງປະເທດ, ປະຢັດຄ່າໃຊ້ຈ່າຍ.

ທ່ານ ຈັນໂທ ມີລັດຕະນະໄຊ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານທົດແທນ ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ອີງໃສ່ສະພາບຄວາມເປັນຈິງສຳລັບການສົ່ງເສີມໃນເບື້ອງຕົ້ນ ເຫັນວ່າກົນໄກຕະຫຼາດ ແລະ ນະໂຍບາຍ ທີ່ມີໃນປັດຈຸບັນແມ່ນຍັງຈຳກັດ ແລະ ບໍ່ພຽງພໍ ສຳລັບທີ່ຈະຊຸກຍູ້ການປ່ຽນແປງທີ່ສຳຄັນນີ້ ຊຶ່ງຫາກຢາກໃຫ້ສັງຄົມຫັນມານຳໃຊ້ລົດໄຟຟ້າເພີ່ມຂຶ້ນ ຕ້ອງຫຼຸດຜ່ອນອາກອນລາຍໄດ້ສຳລັບພາກທຸລະກິດນຳເຂົ້າ-ຈຳໜ່າຍຍານພາຫະນະນໍາໃຊ້ໄຟຟ້າ 20% ເປັນ 10% ເລີ່ມແຕ່ປີ 2022-2025

ກໍານົດການນໍາເຂົ້າລົດທີ່ໃຊ້ນໍ້າມັນເຊື້ອໄຟ 70% ຂອງໂກຕ້ານໍາເຂົ້າໃນແຕ່ລະປີ ສ່ວນທີ່ເຫຼືອ 30% ໃຫ້ນໍາເຂົ້າຍານພາຫະນະນຳໃຊ້ໄຟຟ້າ, ເລີ່ມແຕ່ປີ 2026-2030 ກໍານົດການນໍາເຂົ້າລົດທີ່ໃຊ້ນໍ້າມັນເຊື້ອໄຟໃຫ້ຢູ່ໃນລະດັບ 50% ຂອງໂກຕ້ານໍາເຂົ້າໃນແຕ່ລະປີ.

ສ່ວນທີ່ເຫຼືອ 50% ໃຫ້ນໍາເຂົ້າລົດໄຟຟ້າ ເລີ່ມແຕ່ປີ 2031 ເປັນຕົ້ນໄປໃຫ້ນໍາເຂົ້າຍານພາຫະນະນໍາໃຊ້ໄຟຟ້າ ສູງກວ່າ 50% ແລະ ລົດນຳໃຊ້ນໍ້າມັນມີລັກສະນະຫຼຸດລົງ ສະເໜີລັດຖະບານຄວບຄຸມລາຄາຈໍາໜ່າຍລົດໄຟຟ້າພາຍໃນປະເທດ ໂດຍສ້າງກົນໄກຄຸ້ມຄອງບັນດາຫົວໜ່ວຍທຸລະກິດນໍາເຂົ້າລົດໄຟຟ້າບໍ່ໃຫ້ຈໍາໜ່າຍໃນລາຄາທີ່ສູງຈົນເກີນໄປ.

ພ້ອມນີ້ຈະ ສົ່ງເສີມໃຫ້ບັນດາຕົວແທນຈໍາໜ່າຍລົດໄຟຟ້າ ຂອງຕ່າງປະເທດເຂົ້າມາເປີດສູນບໍລິການຢູ່ລາວ, ກຳນົດນະໂຍບາຍເພື່ອເພີ່ມງົບປະມານເຂົ້າລັດ ແລະ ທົດແທນລາຍຮັບຈາກການສົ່ງເສີມການນໍາໃຊ້ລົດໄຟຟ້າ, ເພື່ອທົດແທນລາຍຮັບຂອງລັດຖະບານທີ່ອາດຈະຫຼຸດລົງໃນໄລຍະເລີ່ມຕົ້ນເນື່ອງຈາກອັດຕາການຊົມໃຊ້ນໍ້າມັນຫຼຸດລົງຍ້ອນການຫັນມານໍາໃຊ້ລົດໄຟຟ້າ.

ພ້ອມນີ້, ຫຼັກການເພື່ອເປັນພື້ນຖານໃນການຄົ້ນຄວ້າເພື່ອເພີ່ມງົບປະມານເຂົ້າລັດຖະບານ ຄື: ເພີ່ມພາສີນໍາເຂົ້າລົດນໍ້າມັນ ຈາກ 35-40% ມາເປັນ 70%, ເພີ່ມອາກອນຊົມໃຊ້ລົດນໍ້າມັນແຕ່ລະປະເພດ ຂຶ້ນຈາກເດີມລາຍການລະ 5%, ເພີ່ມອາກອນມູນຄ່າເພີ່ມລົດນໍ້າມັນ ຈາກ 10% ມາເປັນ 20%.

ລາຄາໄຟຟ້າສຳລັບການສາກລົດໄຟຟ້າ ເພື່ອເປັນການສົ່ງເສີມການນໍາໃຊ້ລົດໄຟຟ້າໃຫ້ມີການແຜ່ຫຼາຍ ຄຸ້ມຄ່າທາງດ້ານເສດຖະກິດປະຊາຊົນມີຄ່າໃຊ້ຈ່າຍຄ່າກະແສໄຟຟ້າຖືກກວ່າລາຄານໍ້າມັນ, ເປັນສິ່ງຈູງໃຈໃຫ້ແກ່ຜູ້ນໍາໃຊ້ລົດໄຟຟ້າ ສະເໜີລັດຖະບານພິຈາລະນານະໂຍບາຍໂຄງສ້າງລາຄາ ຄື: ລາຄາໄຟຟ້າໃຫ້ຜູ້ນຳໃຊ້ລົດໄຟຟ້າສາກຕາມທີ່ຢູ່ອາໄສ (ເຮືອນສ່ວນຕົວ) ລະດູແລ້ງ ແມ່ນ 955 ກີບ/kWh, ລະດູຝົນ ແມ່ນ 677 ກີບ/kWh,ລາຄາສະເລ່ຍ ປະມານ 816,5 ກີບ/kWh. ລາຄາສາກລົດໄຟຟ້າແບບໄວ ເວລາການສາກ ຕໍ່າກວ່າ 1 ຊົ່ວໂມງ ລົງມາ ລະດູແລ້ງ ແມ່ນ 1.826 ກີບ/kWh, ລະດູຝົນ ແມ່ນ 1.539 ກີບ/kWh ແລະ ລາຄາສະເລ່ຍ ປະມານ 1.682,5 ກີບ/kWh