ຈີນ ວາງແຜນພັດທະນາເຄືອຂ່າຍ 5G ຄອບຄຸມພື້ນທີ່ເຂດຊົນນະບົດໃນປີ 2025

599

ສຳ​ນັກ​ຂ່າວ​ຊິ​ນຮ​ວາ​ລາຍ​ງານ​ວ່າ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ເຕັກ​ໂນ​ໂລ​ຊີ​ຂອງ​ຈີນ ​ໄດ້ເປີດ​ເຜີຍ​ແຜນ​ພັດ​ທະ​ນາ​ໂຄງ​ສ້າງ​ພື້ນ​ຖານ​ດິ​ຈິ​ຕອນ ໂດຍ​ລະ​ບຸ​ວ່າ ຈີນ​ຈະ​ມີ​ເຄືອ​ຂ່າຍ 5 ຈີ ຄອບ​ຄຸມ​ທຸກ​ເຂດ, ທຸກ​ເມືອງ ລວມ​ເຖິງ​ໝູ່​ບ້ານ​ໃຫຍ່​ໃນ​ເຂດ​ຊົນ​ນະ​ບົດ​ໃນ​ປີ 2025, ຂະ​ນະ​ທີ່​ສະ​ຖາ​ນີ 5G ​ຕໍ່​ປະ​ຊາ​ກອນ 10 ພັນ​ຄົນ​ຈະ​ເພີ່ມ​ເປັນ 26 ສະ​ຖາ​ນີ.

ລາຍ​ງານ​ຍັງ​ລະ​ບຸ​ວ່າ ເຄືອ​ຂ່າຍ​ສາຍ​ໃຍ​ແກ້ວ​ນຳ​ແສງ​ກິ​ກະ​ບິດ ຈະ​ຄອບ​ຄຸມ​ພື້ນ​ທີ່​ໃນ​ຕົວ​ເມືອງ ແລະ ເຂດ​ຊົນ​ນະ​ບົດ​ເປັນ​ສ່ວນ​ໃຫຍ່, ສ່ວນ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ການ​ບໍ​ລິ​ການ​ດ້ານ​ໂທ​ລະ​ຄົມ​ມະ​ນາ​ຄົມ ແລະ ການ​ປະ​ເມີນ​ຜົນ​ກໍ​ຈະ​ຂະ​ຫຍາຍ​ເພີ່ມ​ຂຶ້ນ.

ລາຍ​ງານ​ລະ​ບຸ​ວ່າ ແຜນ​ການ​ເບື້ອງ​ຕົ້ນ ຈະ​ກຳ​ນົດ​ບົດ​ບາດ​ຂອງ​ອຸດ​ສາ​ຫະ​ກຳ ICT ໃນ​ຖາ​ນະ​ອຸດ​ສາ​ຫະ​ກຳ​ພື້ນ​ຖານ​ເປັນ​ຕົ້ນ​ແບບ​ເຊີງ​ກົນ​ລະ​ຍຸດ ເພື່ອ​ເສີມ​ສ້າງ​ໂຄງ​ສ້າງ​ພື້ນ​ຖານ​ດ້ານ​ດິ​ຈິ​ຕອນ​ຮູບ​ແບບ​ໃໝ່ ເພື່ອສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຈີນ.

ຈີນ ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຢ່າງກວ້າງ​ຂວາງ ສົ່ງ​ຜົນ​ໃຫ້​ທຸ​ລະ​ກິດ​ຮູບ​ແບບ​ໃໝ່​ເທິງ​ລະ​ບົບ​ອິນ​ເຕີ​ເນັດ​ຂະ​ຫຍາຍ​ຕົວ​ສູງ, ຂະ​ນະ​ທີ່​ການ​ສ້າງ​ນະ​ວັດ​ຕະ​ກຳ ແລະ ການ​ປະ​ຍຸກ​ໃຊ້​ອິນ​ເຕີ​ເນັດ​ໃນ​ອຸດ​ສາ​ຫະ​ກຳ​ໄດ້​ຂະ​ຫຍາຍ​ເປັນ​ວົງ​ກວ້າງ ແລະ ມີ​ບົດ​ບາດຫຼັກ​ໃນ​ຂະ​ບວນ​ການ​ຜະ​ລິດ.