ທຸລະກິດລົດພິຈາລະນາດ່ວນເລີຍ! ບໍ່ຈຳກັດໂກຕ້ານຳເຂົ້າລົດໄຟຟ້າ, ເສຍພາສີ 0%

2536

ດັ່ງທີ່ໄດ້ລາຍງານ ແລະ ຮູ້ກັນດີວ່າ ລົດໄຟຟ້າມີດີເຊັ່ນວ່າ ພະລັງງານໄຟຟ້າມີຄ່າໃຊ້ຈ່າຍທີ່ໜ້ອຍກວ່າ ແລະ ເປັນທ່າແຮງຂອງປະເທດລາວເຮົາຢູ່ແລ້ວ ນອກຈາກນີ້ແລ້ວ ບໍ່ສ້າງມົນລະພິດ ເຊິ່ງແທດເໝາະກັບແນວທາງການພັດທະນາຮັກສາ ສິ່ງແວດລ້ອມອີກດ້ວຍ. ດັ່ງນັ້ນ ປະເທດເຮົາແຕ່ນີ້ຕໍ່ໄປລັດຖະບານແມ່ນສົ່ງເສີມການນຳເຂົ້າລົດນຳໃຊ້ໄຟຟ້າແບບບໍ່ຈຳກັດໂກຕ້າ ແລະໃຫ້ນະໂຍບາຍພິເສດຫຼາຍຢ່າງ.

ທ່ານ ຈັນໂທ ມີລັດຕະນະໄຊ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານທົດແທນ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ນະໂຍບາຍສົ່ງເສີມ-ນໍາໃຊ້ລົດໄຟຟ້າ ໃນ ສປປ ລາວ ເປັນໜຶ່ງໃນແຜນຍຸດທະສາດ ກໍຄືແຜນງານໃນການພັດທະນາຂະແໜງພະລັງງານໃນອະນາຄົດ, ເພື່ອຜັນຂະຫຍາຍຍຸດທະສາດສົ່ງເສີມນໍາໃຊ້ພະລັງ ງານສະອາດ ໃນຂະແໜງຄົມມະນາຄົມ ແລະ ຂົນສົ່ງຂອງລັດຖະບານ.

ທ່ານກ່າວອີກວ່າ: ລັດຖະບານໄດ້ອອກມະຕິສະບັບເລກທີ 08, ລົງວັນທີ 4 ຕຸລາ 2021 ຊຶ່ງໄດ້ກໍານົດນະໂຍບາຍຕໍ່ຜູ້ນໍາເຂົ້າ ແລະ ຈໍາໜ່າຍລົດໄຟຟ້າ ໂດຍສົ່ງເສີມຕາມກົນໄກຂອງກົດໝາຍ, ພາສີນໍາເຂົ້າ 0%, ອາກອນຊົມໃຊ້ 3% ແລະ ອາກອນມູນຄ່າເພີ່ມ 10%, ພ້ອມທັງບໍ່ຈໍາກັດໂກຕ້ານນຳເຂົ້າ.

ປັດຈຸບັນ, ການພັດທະນາອຸປະກອນສາກ, ລະບົບສະຖານີສາກລົດໄຟຟ້າໄດ້ມີການນໍາໃຊ້ແຜ່ຫຼາຍຕາມປະລິມານການນໍາໃຊ້ລົດໄຟຟ້າ, ສາມາດສາກຢູ່ເຮືອນ ຫຼື ຕາມທີ່ຢູ່ອາໄສ, ສ່ວນສະຖານີສາກລົດໄຟຟ້າມີ 2 ຮູບແບບຄື: (1) ລະບົບສາກແບບທໍາມະດາ (2) ລະບົບສາກແບບໄວ. ໃນຂະນະທີ່ແບັດເຕີຣີ ສ່ວນຫຼາຍຈະຮັບປະກັນເຖິງ 8 ປີ ພ້ອມທັງມີການຮັບປະກັນຫຼັງການຂາຍ.

ພາຍຫຼັງທີ່ລັດຖະບານໄດ້ປະກາດໃຊ້ຍຸດທະສາດກ່ຽວກັບການສະໜອງພະລັງງານສະອາດໃຫ້ແກ່ຂະແໜງຄົມມະນາຄົມ-ຂົນສົ່ງ, ບັນດາກະຊວງທີ່ກ່ຽວຂ້ອງໄດ້ເລັ່ງປັບປຸງແກ້ໄຂ ບັນດາເອກະສານທາງດ້ານນິຕິກຳ ແລະ ມາດຕະການຈຳນວນໜຶ່ງເພື່ອສົ່ງເສີມການຈັດຕັ້ງປະຕິບັດຕົວຈິງໃນການຫັນເປັນລົດໄຟຟ້າ ເປັນຕົ້ນດ້ານພາສີ, ອາກອນ, ການອອກທະບຽນລົດໄຟຟ້າ ແລະ ມາດຕະຖານອື່ນໆ. ປັດຈຸບັນ, ຄວາມສົນໃຈຂອງສັງຄົມຫັນມານໍາໃຊ້ລົດໄຟຟ້າມີລັກສະນະເພີ່ມຂຶ້ນ ຕາມຂໍ້ມູນຂອງບໍລິສັດນໍາເຂົ້າ ແລະ ຈຳໜ່າຍລົດຢູ່ ສປປ ລາວ.

ເຫດຜົນ ແລະ ຄວາມຈໍາເປັນການປະຕິບັດນະໂຍບາຍສົ່ງເສີມຂອງລັດຕໍ່ພາຫະນະນໍາໃຊ້ໄຟຟ້າ ຄື: ເປັນພັນທະຂອງລັດຕໍ່ການປ່ຽນແປງດິນຟ້າອາກາດ; ຫັນມານໍາໃຊ້ພະລັງງານໄຟຟ້າແທນການນໍາເຂົ້ານໍ້າມັນເຊື້ອໄຟ, ມີຄ່າສິ້ນເປືອງໜ້ອຍກວ່າການໃຊ້ນໍ້າມັນໂດຍສະເລ່ຍແລ້ວ 6 ເທົ່າທຽບໃສ່ຄ່າໃຊ້ຈ່າຍຕໍ່ 1 ກມ, ເປັນມິດກັບສິ່ງແວດລ້ອມ, ບໍ່ມີມົນລະພິດ, ລາຄາລົດໄຟຟ້າສາມາດແຂ່ງຂັນໄດ້ກັບລົດນໍ້າມັນ ແລະ ມີທ່າອ່ຽງຫຼຸດລົງ, ແກ້ໄຂບັນຫາໄຟຟ້າເຫຼືອຈາກລະບົບໃນລະດູຝົນ, ເພີ່ມລາຍຮັບໃຫ້ແກ່ລັດຖະບານ, ຫຼຸດຜ່ອນການນໍາເຂົ້ານໍ້າມັນ ແລະ ການໄຫຼອອກເງິນຕາຕ່າງປະເທດ, ປະຢັດຄ່າໃຊ້ຈ່າຍ.